ຫວຽດນາມ ໄດ້ຮັບດຸນການຄ້າຫຼາຍຕື້ ເກີນຄວາມຄາດໝາຍ

  ສຳນັກຂ່າວຣອຍເຕີລາຍງານວ່າຍອດເກີນດຸນການຄ້າຂອງ ສສ ຫວຽດນາມ ມີມູນຄ່າສູງເຖິງ 11,12 ຕື້ໂດລາສະຫະລັດ ໃນປີ 2019 ຊຶ່ງເພີ່ມຂຶ້ນຈາກການເກີນດຸນ 6,8 ຕື້ໂດລາສະຫະລັດ ໃນປີ 2018 ແລະຍັງປະຕິບັດໄດ້ລື່ນຄາດໝາຍທີ່ຄາດໄວ້ 9,94 ຕື້ໂດລາ ຂໍ້ມູນຈາກກົມພາສີຫວຽດນາມເປີດເຜີຍໃນວັນຈັນ (14 ມັງ ກອນ).

  ການສົ່ງອອກຂອງຫວຽດນາມໃນປີ 2019 ເພີ່ມຂຶ້ນ 8,4% ເປັນ 264,189 ລ້ານໂດລາສະຫະລັດ ຂະນະທີ່ການນຳເຂົ້າເພີ່ມຂຶ້ນ 6,8% ເປັນ 253,071 ລ້ານໂດລາສະຫະລັດ, ໂທລະສັບສະມາສໂຟນ, ເຄື່ອງນຸ່ງຫົ່ມ ແລະເຄື່ອງໃຊ້ໄຟຟ້າ ໃນຄົວເຮືອນແມ່ນໜຶ່ງໃນບັນດາສິນຄ້າສົ່ງອອກໃຫຍ່ທີ່ສຸດໃນປີແລ້ວນີ້ສ່ວນການນຳເຂົ້າທີ່ສຳຄັນແມ່ນຜະລິດຕະພັນເອເລັກໂຕຣນິກ ແລະເຄື່ອງຈັກ.

 ໃນເດືອນທັນວາການສົ່ງອອກຂອງຫວຽດນາມຫຼຸດລົງ 1,0% ຈາກເດືອນພະຈິກມາເປັນ 22,560 ລ້ານໂດລາສະຫະລັດ ໃນຂະນະທີ່ການນຳເຂົ້າເພີ່ມຂຶ້ນ 4,5% ເປັນ 22,3 ຕື້ໂດລາສະຫະລັດ ສົ່ງຜົນໃຫ້ເກີນດຸນການຄ້າ 259 ລ້ານໂດລາ.

____________

ໜັງສືພິມເສດຖະກິດ-ສັງຄົມ