ລາວຕັ້ງເປົ້າຜະລິດເຂົ້ານາແຊງໃຫ້ໄດ້ 3,6 ແສນໂຕນ ດຽວນີ້ປັກດຳແລ້ວ 36%

 ຂະບວນການຜະລິດເຂົ້ານາແຊງຂອງຊາວກະສິກອນທົ່ວປະເທດມາຮອດປະຈຸບັນເຫັນວ່າເປັນຂະບວນຟົດຟື້ນດີ, ມາເຖິງປະຈຸບັນປະຊາຊົນຕົກກ້າໄດ້ 5.891 ເຮັກຕາ ເທົ່າກັບ 82%, ກຽມດິນ ໄດ້ 50.557 ເຮັກຕາ ເທົ່າກັບ 56% ແລະ ປັກດໍາໄດ້ 32.697 ເຮັກຕາ ເທົ່າກັບ 36% ຂອງເນື້ອທີ່ແຜນການ 90.000 ເຮັກຕາ, ຈະໃຫ້ໄດ້ຜົນຜະລິດປະມານ 3,6 ແສນໂຕນ, ດ້ວຍສະມັດຕະພາບ 4 ໂຕນຕໍ່ເຮັກຕາ.

  ຕາມຂໍ້ມູນຈາກະຊວງກະສິກຳ ແລະປ່າໄມ້ເປີດເຜີຍໃຫ້ຮູ້ວ່າ: ສ່ວນການປູກພືດລະດູແລ້ງຊາວກະສິກອນໃນທ້ອງຖິ່ນຕ່າງໆ ໄດ້ເລັ່ງປູກຕາມລະດູການໄດ້ຊຸກຍູ້ຕິດຕາມການຈັດຕັ້ງປະຕິບັດໂຄງການຮ່ວມມືທາງດ້ານວິຊາການຂອງບໍລິສັດ ຊວນເຢລາວ ຈໍາກັດ ແລະ ບໍລິສັດ IDP ເພື່ອຜະລິດເຂົ້າຄຸນນະພາບ ເປັນສິນຄ້າສົ່ງອອກ ສປ ຈີນ ຕາມໂກຕາສົ່ງອອກເຂົ້າສານໄປ ສປ ຈີນ ໃນປີ 2019-2020 ແຜນການຈໍານວນ 50 ພັນໂຕນ. ປະຈຸບັນໄດ້ຈັດສົ່ງອອກເຂົ້າສານແລ້ວຈໍານວນ 1.350 ໂຕນ ເທົ່າ ກັບ2,5% ຂອງແຜນການ ແລະສືບຕໍ່ຢ່າງຕໍ່ເນື່ອງ.

 ທັງນີ້ຍັງໄດ້ຕິດຕາມການຄຸ້ມຄອງສິນຄ້າຜົນຜະລິດກະສິກໍາ: ສິນຄ້າສົ່ງອອກພືດ ແລະຜະລິດຕະພັນພືດທັງໝົດ 1,85 ແສນໂຕນ ມູນຄ່າ 62,4 ລ້ານໂດລາ ໃນນັ້ນມີກາເຟ, ໝາກກ້ວຍ, ມັນຕົ້ນ ແລະອື່ນໆ ແລະ ສິນຄ້ານໍາເຂົ້າພືດ ແລະ ຜະລິດຕະພັນພືດທັງໝົດ 1,01 ແສນໂຕນ ມູນຄ່າ 10,7 ລ້ານໂດລາ ໃນນັ້ນມີກາກສາລີ, ກາກຖົ່ວເຫຼືອງ, ເມັດຖົ່ວເຫຼືອງ, ພືດຜັກລວມເປັນຕົ້ນ.  

   ສຳລັບການສະໜອງນໍ້າຊົນລະປະທານໃຫ້ແກ່ການຜະລິດລະດູແລ້ງໃນຂອບເຂດທົ່ວປະເທດມີເນື້ອທີ່ທັງໝົດ 155.000 ເຮັກຕາ ໃນນັ້ນເນື້ອທີ່ປູກເຂົ້ານາແຊງ 90.000 ເຮັກຕາ, ພືດ 65 ເຮັກຕາ ໃນຈໍານວນ 1.800 ໂຄງການຊຶ່ງປະຈຸບັນປະຕິບັດໄດ້ 5 ແຂວງຄື: ແຂວງຫຼວງນໍ້າທາ, ບໍ່ແກ້ວ, ຫຼວງພະບາງ, ບໍລິຄໍາໄຊ ແລະສະຫວັນນະເຂດ.

  ປະຈຸບັນຂະແໜງຊົນລະປະທານໄດ້ຮ່ວມກັບຊ່ຽວຊານ . ເກົາຫຼີ ລົງເກັບກໍາຂໍ້ມູນບັນດາໂຄງການຊົນລະປະທານທີ່ນໍາໃຊ້ຜ່ານມາຢູ່ 5 ແຂວງພາກໃຕ້ເພື່ອກຽມຂຽນບົດສະເໜີໂຄງການພັດທະນາພື້ນຖານໂຄງລ່າງກະສິກໍາຮອບດ້ານ ແລະຊົນນະບົດແບບຍືນຍົງ ແລະໄດ້ລົງຊຸກຍູ້ຕິດຕາດການກໍ່ສ້າງໂຄງການຊົນລະປະທານຫ້ວຍວັງເຫ ເມືອງໂພນທອງ ແຂວງຈໍາປາສັກ ມາຮອດປະຈຸບັນປະຕິບັດໄດ້ 72,94% ແລະການກໍ່ສ້າງໂຄງການຊົນລະປະທານນໍ້າຊານນໍ້າກອນ ເມືອງລ້ອງຊານ ແຂວງໄຊສົມບູນປະຕິບັດໄດ້ 21,91%.

_____________

ຂຽນໂດຍວົງມະນີ        
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ