ນັກສະແດງໜຸ່ມ ເດອະຣ໊ອດ ຄວ້າຕໍາແໜງດາລາ ສ້າງເງິນສູງສຸດໃນໂລກ

  ເປັນເລື່ອງທໍາມະດາຂອງ ທຸກໆປີ ທີ່ວາລະສານ Forbes ຈະເປີດເຜີຍລາຍຊື່ຄົນດັງທີ່ສ້າງ ເງິນຫຼາຍທີ່ສຸດໃນໂລກ ຊຶ່ງແຕ່ລະປີຈະມີດາລາແວດວົງຕ່າງໆພາກັນ ຕິດໂຜໄປຕາມຄວາມຄາດໝາຍ ໂດຍເມື່ອວັນທີ 14 ເດືອນກໍລະກົດ 2016 ວາລະສານ Forbes ຈັດອັນດັບ 100 ຄົນດັງຈາກທົ່ວ ໂລກທີ່ສ້າງເງິນໄດ້ຫຼາຍທີ່ສຸດລະຫວ່າງເດືອນມີນາ 2015-ມີນາ 2016 ຊຶ່ງຜົນປະກາດວ່າເດອະຣ໊ອດ ດເວຍ໌ນ ຈອຫ໌ນສັນ ຄອງອັນດັບ 19 ຈາກລາຍຊື່ຄົນດັງທັງໝົດດ້ວຍລາຍຮັບ 64.5 ລ້ານໂດ ລາສະຫະລັດ ຊຶ່ງຖືວ່າສູງທີ່ສຸດ ໃນບັນດາດາລາຄົນດັງທີ່ຍືດອາຊີບນັກສະແດງແບບເຕັມຕົວ, ຊຶ່ງ ໃນນັ້ນເດອະຣ໊ອດ ໄດ້ຂຶ້ນແທນນັກສະແດງທີ່ສ້າງລາຍໄດ້ຫຼາຍທີ່ສຸດໃນໂລກກັບລາຍໄດ້ທັງໝົດ 64.5 ລ້ານໂດລາ ໃນຂະນະທີ ເທຍເລີ ສວີຟຕ໌ ຄອງອັນດັບ 1 ຄົນດັງທີ່ ສ້າງເງິນຫຼາຍທີ່ສຸດໃນໂລກ.

  ໃນຜົນງານເດັ່ນໆໃນຮອບປີ ທີ່ຜ່ານມາຂອງ ເດອະຣ໊ອດ ເປັນ ທີ່ຈົດຈໍາທັງຈາກຈໍເງິນ ແລະຈໍແກ້ວ ເລື່ອງແຕ່ຮູບເງົາແນວເບົາສະໝອງ ຢ່າງ Central Intelligence, ຮູບເງົາຫາຍນະ San Andreas ແລະຮູບເງົາເລື່ອງ Ballers ທາງ ຊ່ອງ HBO ສໍາລັບຜົນງານຂອງ ເດອະຣ໊ອດ ທີ່ຢູ່ໃນລະຫວ່າງການ ຖ້າຄິວເຂົ້າສາຍມີທັງແອນີເມຊັ່ນ ເລື່ອງ Moana ແລະຮູບເງົາຣີ ເມຄ Baywatch ທີ່ຖ່າຍທໍາສໍາເລັດໄປແລ້ວນັ້ນ ໂດຍຕອນນີ້ຢູ່ໃນລະຫວ່າງການຖ່າຍທໍາ Fast 8  ແລະກໍາລັງຈະຮັບບົດນໍາໃນອີກ ຫຼາຍເລື່ອງເຊັ່ນ: San Andreas 2, Doc Savage, Shazam!, Jumanji, Journey to the Center of the Earth 3  ແລະ4 ຊຶ່ງປີ 2021 ເດອະຣ໊ອດ ອາດຈະ ຮັກສາແຊັມເອົາໄວ້ຄືເກົ່າກໍ່ໄດ້.

---------

ຮຽບຮຽງໂດຍ: ຟ້າ