ບ້ານຫຼັກ 10 ສະຫຼອງປີໃໝ່ຂອງຊົນເຜົ່າກຶມມຸ ຕິດພັນການທ່ອງທ່ຽວ

  ພິທີສະເຫຼີມສະຫຼອງບຸນປີໃໝ່ຂອງຊົນເຜົ່າກຶມມຸຂອງປະຊາຊົນບ້ານຫຼັກ 10 ເມືອງໄຊ ແຂວງອຸດົມໄຊ ໂດຍຕິດພັນກັບການຊຸກຍູ້ສົ່ງເສີມການທ່ອງທ່ຽວດ້ານວັດທະ ນະທຳຊົນເຜົ່າໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 13 ມັງກອນ 2020 ທີ່ບ້ານດັ່ງກ່າວໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ພອນສະຫວັນ ພັນທະວິຈິດ ຫົວໜ້າພະແນກ ຖວທ ແຂວງອຸດົມໄຊ, ມີບັນດາການນໍາແຂວງ, ເມຶອງໄຊ, ຄະນະບ້ານຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນບ້ານຫຼັກ 10 ແລະບ້ານອອ້ມຂ້າງເຂົ້າຮ່ວມ.

 

  ການຈັດງານສະເຫຼີມສະຫຼອງບຸນປີໃໝ່ຂອງຊົນເຜົ່າກຶມມຸທີ່ບ້ານຫຼັກ 10 ກໍເພື່ອເປັນການຊຸກຍູ້ສົ່ງເສີມວຽກງານການທ່ອງທ່ຽວຂອງແຂວງ, ເພື່ອສ້າງບ້ານຫຼັກ 10 ໃຫ້ກາຍເປັນບ້ານວັດທະນະທຳທ່ອງທ່ຽວທາງດ້ານຊົນເຜົ່າ,ເປັນການອະນຸລັກ,ຮັກສາ ແລະເສີມຂະຫຍາຍຮີດຄອງປະເພນີອັນດີງາມຂອງຊົນເຜົ່າກຶມມຸໃຫ້ຍືນຍົງ,ເປັນການຜູ້ແໜ້ນຄວາມສາມັກຄືຂອງປະຊາຊົນກັບພັກລັດ, ນັກທຸລະກິດ ແລະ ນັກທ່ອງທ່ຽວ, ລວມທັງເປັນການໂຄສະນາ, ເຜີຍແຜ່ວັດທະນະທໍາ, ຮີດຄອງປະເພນີ, ວັນ ນະຄະດີ,ຜະລິດຕະພັນ, ສີໄມ້ລາຍມື, ອາຫານພື້ນເມືອງທີ່ເປັນເອກະລັກຂອງຊົນເຜົ່າກຶມມຸໃຫ້ສັງຄົມ, ນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດໄດ້ຮັບຮູ້ຢ່າງກວ້າງ ຂວາງ.

  ກ່ອນກ້າວສູ່ພິທີທາງການໄດ້ມີຂະບວນແຫ່ກ້ອນກຳລັງຂອງຊາວບ້ານຈາກນັ້ນກໍໄດ້ຮັບຟັງການລາຍງານສະພາບລວມຂອງບ້ານ ແລະການຫ້າງຫາກະກຽມໃນການຈັດງານດັ່ງກ່າວ, ບ້ານຫຼັກ 10 ຕັ້ງຢູ່ລຽບເສັ້ນທາງເລກທີ 13 ເໜືອ ຫ່າງຈາກເທສະບານແຂວງ 10 ກິໂລແມັດ ລວມມີ 155 ຫຼັງຄາເຮືອນ,177 ຄອບຄົວ, ມີພົນ ລະເມືອງລວມທັງໝົດ 878 ຄົນ, ຍິງ 409 ຄົນ, ປະກອບມີ 4 ເຜົ່າ ທີ່ດຳລົງຊີວິດຢູ່ຮ່ວມກັນເຊັ່ນ: ເຜົ່າ ລາວ, ກຶມມຸ, ມົ້ງ ແລະເຜົ່າພູນ້ອຍ, ອາຊີບຕົ້ນຕໍຂອງປະຊາຊົນແມ່ນຖືເອົາການປູກຝັງ, ລ້ຽງສັດນ້ອຍ ແລະຄ້າຂາຍບໍລິການຕ່າງໆ ໃນນັ້ນເດັ່ນກວ່າໝູ່ແມ່ນການປູກຜັກປອດສານພິດໃນເຮືອນຮົ່ມສະເລ່ຍລາຍຮັບຂອງບ້ານໄດ້ 2,6 ຕື້ກີບຕໍ່ປີ, ສະເລ່ຍໃສ່ພົນລະເມືອງໄດ້ເກືອບ 3 ລ້ານກີບຕໍ່ຄົນຕໍ່ປີ.

 ພາຍຫຼັງສຳເລັດພິທີແລ້ວກໍໄດ້ຮັບຊົມການສະແດງສິລະປະ, ວັນນະຄະດີຂອງຊາວໜຸ່ມ, ເຍົາວະຊົນ, ເຖົ້າແກ່ແນວໂຮມ ແລະນັກຮຽນພາຍໃນບ້ານ ແລະໂຮງຮຽນບ້ານອ້ອມຂ້າງເຊັ່ນການຂັບ, ລໍາ, ເຕີມ, ເປົ່າປີ່, ເປົ່າແຄນ, ຟ້ອນທັ່ງບັ້ງ ແລະ ການເຕັ້ນຄຣຽບລວມທັງການແຂ່ງຂັນກີລາພື້ນເມືອງຂອງຊົນເຜົ່າກຶມມຸເຊັ່ນ: ຂຶ້ນເສົານໍ້າ ມັນ, ດຶງເຊືອກ, ແລ່ນເປົາ,ຕຳເຂົ້າ ແລະອື່ນໆ,ພ້ອມທັງໄດ້ ມີພິທີບາສີສູ່ຂວັນໃຫ້ກັບການນໍາ ແຂວງ, ເມືອງໄຊ ແລະຜູ້ເຂົ້າຮ່ວມ ຕາມຮີດຄອງປະເພນີ ແລະທ່ຽວຊົມ

 

ກິດຈະກຳທີ່ຕິດພັນກັບວິຖີຊີ ວິດເປັນຕົ້ນແມ່ນຕູບ, ເຮືອນບູຮານ, ເຄື່ອງມືຮັບໃຊ້ໃນຊີວິດປະຈຳວັນ ຂອງປະຊາຊົນໃນເມື່ອກ່ອນພ້ອມ ທັງຊີມອາຫານທີ່ເປັນເອກະລັກ ພື້ນເມືອງຂອງຊົນເຜົ່າກຶມມຸທີ່ປະຊາຊົນໄດ້ກະກຽມ ແລະນຳມາ ຈັດວາງໄວ້, ໂດຍລວມແລ້ວພິທີສະເຫຼີມສະຫຼອງບຸນປີໃຫມ່ຂອງ ຊົນເຜົ່າກຶມມຸບ້ານຫຼັກ 10 ເມືອງໄຊ ແຂວງອຸດົມໄຊ ໂດຍຕິດພັນກັບການເປີດໃຫ້ເປັນບ້ານທ່ອງທ່ຽວດ້ານວັດທະນະທຳຊົນເຜົ່າໃນຄັ້ງນີ້ເຫັນວ່າມີບັນຍາການຟົດຟື້ນ ແລະມ່ວນຊື່ນ.

---------------------

ຂຽນໂດຍ: ຄານມະນີ ຮຽນດໍຈັນ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ