ຖອດຖອນບົດຮຽນວຽກງານຫຼັກຊັບ

   ວັນທີ 31 ມັງກອນ 2019 ທີ່ນະຄອນຫຼວງວຽງຈັນ ຕະຫຼາດຫຼັກຊັບລາວ (ຕລຊລ) ຮ່ວມກັບບໍລິສັດຫຼັກຊັບໄທໄດ້ຈັດງານສໍາມະນາແລກປ່ຽນປະກົບການພາຍໃຕ້ຫົວຂໍ້ “ປະສົບການໃນການພັດທະນາວຽກງານຫຼັກຊັບ ແລະການສົ່ງເສີ່ມສະພາບຄ່ອງໃນຕະຫຼາດຫຼັກຊັບລາວ” ໂດຍການເຂົ້າຮ່ວມຂອງທ່ານ ວັນຄໍາ ວໍຣະວົງ ຜູ້ອໍານວຍການໃຫຍ່ຕະຫຼາດຫຼັກຊັບລາວ, ທ່ານ ນາງ ພັດທີຣາ ດິລົກຣຸ່ງທີຣະພົບ ປະທານສະມາຄົມບໍລິສັດຫຼັກຊັບໄທ, ທັງເປັນຮອງປະທານກຳມະ ການຕະຫຼາດຫຼັກຊັບແຫ່ງປະເທດ ໄທ ແລະຜູ້ອໍານວຍການໃຫຍ່ບໍລິສັດຫູັກຊັບ DBS Vickers ປະເທດໄທ ຈໍາກັດ, ມີບັນດາຄະນະນໍາຄົມ, ຜູ້ບໍລິຫານບໍລິ ສັດ-ກຸ່ມບໍລິສັດມະຫາວິທະຍາໄລ-ສະ ຖາບັນການສຶກສາ ແລະແຂກຖືກເຊີນເຂົ້າຮ່ວມ.

  ທ່ານ ວັນຄໍາ ວໍຣະວົງ ໃຫ້ຮູ້ວ່າການສໍາມະນາຄັ້ງນີ້ເພື່ອເປັນການເຜີຍແຜ່ປະສົບການ ແລະເພື່ອເປັນການສືບຕໍ່ສ້າງຄວາມເຂັ້ມແຂງໃນການພັດທະນາວຽກ ງານບໍລິສັດຈົດທະບຽນ ແລະບໍລິສັດຫຼັກຊັບຂອງລາວ, ການແລກປ່ຽນຖອດຖອນບົດຮຽນ ແລະ ປະສົບການຕົວຈິງແບບເຈາະເລິກຈາກບັນດາປະເທດເພື່ອບ້ານໂດຍສະເພາະແມ່ນປະເທດໄທຖືເປັນສິ່ງຈໍາເປັນ ແລະ ເປັນໂອກາດດີອັນໜຶ່ງທີ່ທາງບັນດາຜູ້ມີສ່ວນຮ່ວມໃນຕະຫຼາດຫຼັກຊັບລາວຈະໄດ້ໝູນຖອດຖອນບົດຮຽນເພື່ອນໍາໝູນໃຊ້ວຽກງານໂຕຈິງ ແລະ ເພື່ອໄປຜັນຂະຫຍາຍວຽກງານດັ່ງກ່າວໃຫ້ນັບມື້ນັບດີຂຶ້ນ.

ຕະຫຼອດໄລຍະ 8 ປີ ທີ່ຜ່ານມາຕະຫຼາດຫຼັກຊັບລາວແມ່ນມີຜົນສໍາເລັດຫຼາຍດ້ານເຊັ່ນ: ຕະຫຼາດຫຼັກຊັບລາວມີບົດບາດເປັນແຫຼ່ງທຶນຂະໜາດໃຫຍ່ແກ່ນັກລົງທຶນທີ່ຕ້ອງການລະດົມທຶນ ແລະເປັນບ່ອນແລກປ່ຽນຊື້-ຂາຍໃຫ້ແກ່ບັນດານັກລົງທຶນ, ສາມາດນໍາເອົາບໍລິສັດເຂົ້າມາຈົດທະບຽນໄດ້ທັງໝົດ 9 ບໍລິສັດ ນອກນີ້ຍັງໄດ້ນໍາເອົາຜະລິດຕະພັນໃໝ່ກໍຄືພັນທະບັດລັດຖະບານເຂົ້າມາຈົດທະບ ຽນຊື້-ຂາຍຜ່ານຕະຫຼາດຫຼັກຊັບລາວ.