ປູກຫຍ້າ-ລ້ຽງງົວຂາຍເປັນສິນຄ້າສ້າງລາຍຮັບເຂົ້າຄອບຄົວ

  ການປູກຝັງ-ລ້ຽງສັດຂາຍເປັນສິນຄ້າຂອງທ່ານ ສົມປອງ ແກ້ວພິມານ ກໍເປັນຊ່ອງທາງໜຶ່ງທີ່ເຮັດໃຫ້ສ້າງລາຍຮັບເຂົ້າຄອບຄົວປີໜຶ່ງໄດ້ປະມານ 70 ລ້ານກີບ, ຈົນສາມາດຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ ແລະກາຍເປັນຄອບຄົວພັດທະນາ.

ທ່ານ ສົມປອງ ແກ້ວພິມານ ກ່າວວ່າ: ປະຈຸບັນຢູ່ບ້ານພູຖໍ້າພວງ ເມືອງລະຄອນເພັງ ແຂວງສາລະວັນ ອາຊີບແມ່ນລ້ຽງສັດໃຫຍ່ປະເພດງົວ ແລະລ້ຽງເປັດລ້ຽງໄກ່,ລ້ຽງໝູ ແລະລ້ຽງປາຈຳນວນໜຶ່ງເພາະວ່າໃຈມັກຮັກໃນອາຊີບດັ່ງກ່າວ ຊຶ່ງມັນກໍ່ສອດຄ່ອງກັບແນວທາງນະໂຍບາຍ ແລະແຜນພັດທະນາເສດຖະກິດ-ສັງ ຄົມຂອງພັກ-ລັດ ທີ່ມີການຊຸກຍູ້ສົ່ງເສີມໃຫ້ປະຊາຊົນລາວບັນດາເຜົ່າມີການພັດທະນາຊີວິດການເປັນທີ່ດີຂຶ້ນດ້ວຍການປູກຝັງ-ລ້ຽງ ສັດເປັນສິນຄ້າສະນັ້ນຄອບຄົວຈຶ່ງໄດ້ຫັນມາເຮັດການຜະລິດກະສິກຳເປັນສິນຄ້າດ້ວຍການປູກຫຍ້າລ້ຽງງົວທຳອິດໄດ້ຕັດສິນໃຈກູ້ຢຶມເງິນຈຳນວນ 20 ລ້ານກີບ ເພື່ອຊື້ງົວ ພໍ່ພັນແມ່ພັນງົວມາຕື່ມໃສ່ກັບງົວທີ່ຕົນເອງມີຢູ່ແລ້ວລວມທັງໝົດ 20 ກວ່າໂຕ ແລະປູກຫຍ້າຈຳນວນໜຶ່ງເພື່ອຮັບຮອງໃນຍາມຂາດແຄ້ນຫຍ້າ, ນັບແຕ່ເລີ່ມລ້ຽງມາຮອດປະຈຸບັນມີງົວທັງໝົດ 40 ກວ່າໂຕ, ການຂາຍງົວອອກແຕ່ລະຄັ້ງແມ່ນຈະຂາຍໃນລະດູແລ້ງໄດ້ເງິນ 60 ລ້ານກວ່າກີບ, ຫຼັງຈາກຂາຍອອກແລ້ວກໍໄດ້ຊື້ເຂົ້າມາຕື່ມອີກຈຳນວນໜຶ່ງ.

   ນັບແຕ່ເຮັດການຜະລິດເປັນສິນຄ້າມານີ້ສາມາດສ້າງລາຍຮັບເຂົ້າຄອບຄົວປີໜຶ່ງ 70 ລ້ານ ກວ່າກີບ, ຈາກການຂາຍງົວ, ຂາຍໄກ່, ຂາຍປາ ແລະ ຂາຍໝູ, ນັບແຕ່ ເລີ່ມາເຮັດກິດຈະກຳເຫຼົ່ານີ້ມາຈຶ່ງ ເຮັດໃຫ້ຊີວິດການເປັນຢູ່ຂອງຄອບ ຄົວມີການພັດທະນາດີຂຶ້ນກວ່າແຕ່ ກ່ອນຫຼາຍເທົ່າຕົວ ຊຶ່ງສະແດງໃຫ້ ເຫັນຢູ່ບ່ອນວ່າ: ສາມາດສ້າງ ເຮືອນຢູ່ຖາວອນໄດ້, ມີລົດຂີ່, ສົ່ງ ເສີມລູກຮຽນໜັງສື, ມີເງິນແຮໄວ້ ໃຊ້ຈ່າຍໃນຄອບຄົວ.

  ມາຮອດປະຈຸບັນໜີ້ສິນກໍ່ສາມາດໃຊ້ໝົດແລ້ວ, ຄອບຄົວຂອງ ຕົນກໍຄ່ອຍໆຫຼຸດພົ້ນອອກຈາກຄວາມທຸກຍາກ, ບັນດາຜົນສໍາເລັດດັ່ງກ່າວນັ້ນກໍຍ້ອນວ່າທາງຂັ້ນເທິງໄດ້ໃຫ້ທິດເຍືອງທາງ ແລະ ຊຸກຍູ້ສົ່ງເສີມຄອບຄົວຂອງຕົນເປັນ ຕົ້ນແມ່ນຫ້ອງການກະສິກຳ-ປ່າໄມ້ເມືອງນະຄອນເພັງໄດ້ສົ່ງວິຊາການລົງມາໃກ້ຊິດຕິດແທດ, ມາແນະນຳໃນການໃຊ້ເຕັກນິກວິທະຍາດ-ວິທະຍາການຊ່ວຍໃນການປູກ-ການລ້ຽງເປັນຕົ້ນແມ່ນເລື່ອງການສັກຢາປ້ອງກັນພະຍາດສັດ, ວິທີບົວລະບັດຮັກສາ ແລະອື່ນໆ.

  ທ່ານກ່າວຕື່ມວ່າ: ໃນຕໍ່ໜ້ານີ້ຕົນຂະຫຍາຍການປູກຫຍ້າເຊັ່ນປູກຫຍ້າຫວານອິດສະລະເອວ, ຫຍ້າລູຊີ ແລະຫຍ້າກິນີເພື່ອຕອບສະໜອງໃຫ້ງົວທີ່ຈະຂະຫຍາຍອອກອີກຈາກນັ້ນກໍຈະຂະຫຍາຍໜອງປາ, ຊື້ງົວມາຂຸນໄວ້ ແລະເຮັດຄອກຕື່ມອີກ.   

  ທ່ານ ສຸດທະສອນ ຈັນທະວົງ ຫົວໜ້າໜ່ວຍງານລ້ຽງສັດ ແລະການປະມົງ, ຫ້ອງການກະສິກຳ-ປ່າໄມ້ເມືອງລະຄອນເພັງໄດ້ຢັ້ງຢືນຕື່ມວ່າ: ຄອບຄົວຂອງ ທ່ານ ສົມປອງແມ່ນຄອບຄົວໜຶ່ງທີ່ມີ ຄວາມດຸໝັ່ນຂະຫຍັນພຽນ, ມີ ຄວາມອົດທົນ, ມັກຮັກໃນອາຊີບ ປູກຝັງ-ລ້ຽງສັດຂາຍເປັນສິນຄ້າ ສ້າງລາຍຮັບໃຫ້ແກ່ຄອບຄົວຈົນສາມາດຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ ແລະກາຍເປັນຄອບຄົວຕົວແບບຢູ່ບ້ານພູຖ້ຳພວງ, ເມືອງນະຄອນເພັງ, ທາງຫ້ອງການກະສິກໍາ-ປ່າໄມ້ເມືອງກໍໄດ້ສົງພະນັກງານວິຊາການລົງມາໃຫ້ການຊ່ວຍເຫຼືອຊຸກຍູ້ສົ່ງເສີມ ແນະນຳເຕັກນິກການປູກ-ການ ລ້ຽງເປັນຕົ້ນ, ການສັກຢາປ້ອງກັນພະຍາດ,ຕະຫຼອດຮອດການສັກຢາວິຕາມິນຕ່າງໆໃນປີໜຶ່ງພວກເຮົາໄດ້ມີພະນັກງານວິຊາ ການລົງໄປເຄື່ອນໄຫວສັກຢາປ້ອງກັນພະຍາດສັດເປັນປະຈຳທຸກປີ.

  ນອກຈາກນັ້ນຍັງໄດ້ມີການສຶກສາອົບຮົມວຽກງານການເມືອງ-ແນວຄິດປຸກລະດົມຊຸກຍູ້ສົ່ງເສີມໃຫ້ພໍ່ແມ່ປະຊາຊົນຢູ່ພາຍໃນເມືອງຫັນມາເຮັດອາຊີບກະສິກຳເຮັດແບບມີເຕັກນິກ-ວິທະຍາການຄືດັ່ງ: ຄອບຄົວທ່ານ ສົມປອງ ແກ້ວພິມານ ທີ່ຢຶດຖືອາຊີບການປູກຝັງ-ລ້ຽງສັດຂາຍເປັນສິນຄ້າ.

----------------

ຂຽນໂດຍ: ສ.ນາກກາລະສິນ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ