ອາດສະພັງທອງ ຈັດເກັບລາຍຮັບໄດ້ 69,46%

 ໃນວັນທີ 8 ມັງກອນຜ່ານມາ ທີ່ສະໂມສອນຂອງເມືອງອາດສະພັງທອງ ໄດ້ຈັດກອງປະຊຸມສະຫຼຸບການຈັດເກັບລາຍຮັບປະຈໍາປີ 2019 ແລະວາງທິດທາງແຜນການປະຈໍາປີ 2020 ຂຶ້ນຢ່າງ ເປັນທາງການ, ໂດຍພາຍໃຕ້ການເຂົ້າຮ່ວມຂອງທ່ານ ອຸໄພວັນ ໄຊຍະວົງ ເຈົ້າເມືອງອາດສະພັງ ທອງ, ມີຮອງເລຂາພັກເມືອງ, ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການໆເງິນເມືອງພ້ອມດ້ວຍຄະນະຕະຫຼອດ ຮອດພະນັກງານພາຍໃນຫ້ອງການ ແລະ ນາຍບ້ານພ້ອມດ້ວຍການເງິນ ຂອງບ້ານໃນທົ່ວເມືອງກໍ່ໄດ້ເຂົ້າຮ່ວມ.

  ໃນພິທີທ່ານ ຄໍາແສນ ພິລາວົງ ຫົວໜ້າໜ່ວຍງານສ່ວຍສາອາກອນກໍ່ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດການຈັດເກັບລາຍຮັບປະ ຈໍາປີ 2019 ຊຶ່ງໃນການຄຸ້ມຄອງ ເກັບລາຍຮັບສ່ວຍສາອາກອນ-ພາສີທີ່ດິນແມ່ນໄດ້ແບ່ງເປັນ 2 ປະເພດຄື: ພາກສ່ວນເມືອງເກັບ ແລະພາກສ່ວນບ້ານເກັບຕາມແຜນ ການທີ່ແຂວງມອບໃຫ້ເມືອງອາດ ສະພັງທອງໃນປີ 2019 ມີທັງ ໝົດ 3,75 ຕື້ກີບ ສາມາດປະຕິບັດ ການເກັບລາຍຮັບມອບງົບປະມານ ທັງໝົດ 2,6 ຕື້ກີບ ເທົ່າກັບ 69,46% ຂອງແຜນປີໃນນັ້ນຮັບຈາກອາກອນປົກກະຕິແຜນການ 1,5 ຕື້ກີບ ປະຕິບັດໄດ້ 911,9 ລ້ານກີບເທົ່າກັບ 60,80%, ຮັບຈາກພາສີທີ່ດິນແຜນການ 1,2 ຕື້ ກີບປະຕິບັດໄດ້ 1 ຕື້ກວ່າກີບ ເທົ່າ ກັບ 90,34%, ຄ່າຈົດທະບຽນ ເອກະສານແຜນການ 8 ລ້ານກີບ ປະຕິບັດໄດ້ 9,3 ແສນກີບ ເທົ່າ ກັບ 15,50%, ຮັບຈາກຄ່າທໍານຽມທີ່ດິນແຜນການ 92 ລ້ານ ກີບ ປະຕິບັດໄດ້ 22,96 ລ້ານກີບ ເທົ່າກັບ 24,13%, ລາຍຮັບຈາກ ການຂາຍດິນ 2%-5%, ແຜນ ການ 250 ລ້ານກີບ ປະຕິບັດໄດ້ 28 ລ້ານກີບ ເທົ່າກັບ 11,20%, ຄ່າທໍານຽມ (ຫ້ອງການອ້ອມ ຂ້າງ) ແຜນການ 80 ລ້ານກີບ ປະຕິບັດໄດ້ 22,96 ລ້ານກີບ ເທົ່າກັບ 28,71%, ຄ່າບໍລິການ (ຈົດຮັບ-ຈົດຈ່າຍ) ແຜນການ 620 ລ້ານກີບ ປະຕິບັດໄດ້ 534,41 ລ້ານກີບ ເທົ່າກັບ 86,20% ຂອງແຜນການພ້ອມ ນັ້ນທ່ານຍັງໄດ້ວາງທິດທາງແຜນ ການ ການຈັດເກັບລາຍຮັບມອບ ເຂົ້າງົບປະມານປະຈໍາປີ 2020 ຕື່ມອີກດ້ວຍ.

  ນອກຈາກນັ້ນໃນພິທີກໍ່ໄດ້ຈັດພິ ທີມອບ-ຮັບໃບຍ້ອງຍໍສັນລະເສີນ ໃຫ້ແກ່ 27 ບ້ານທີ່ຂຶ້ນກັບເມືອງ ອາດສະພັງທອງທີ່ສາມາດຈັດ ເກັບລາຍຮັບພາສີທີ່ດິນມອບໃຫ້ງົບປະມານເກີນ 70% ຂຶ້ນໄປ ໃຫ້ກຽດມອບໂດຍທ່ານ ອຸໄພວັນ ໄຊຍະວົງ ເຈົ້າເມືອງອາດສະພັງທອງໃຫ້ກຽດມອບຢ່າງສົມກຽດໂດຍຊ່ອງໜ້າກັບບັນດາທ່ານຜູ້ເຂົ້າຮ່ວມເປັນສັກຂີພິຍານນໍາດ້ວຍ.

----------------

 ໜັງສືພິມເສດເສດຖະກິດ-ສັງຄົມ