ປີແລ້ວ ທນບ ໜ່ວຍບໍລິການເມືອງໄຊຍະປ່ອຍສິນເຊື່ອ 5,1 ຕື້ກີບ

 ທະນາຄານນະໂຍບາຍ (ທນບ) ໜ່ວຍບໍລິການ ເມືອງໄຊຍະບູລີ ເປັນໜຶ່ງໃນທະນາຄານທຸລະກິດຂອງລັດ, ເຮັດໜ້າທີ່ໃນການສະໜອງສິນເຊື່ອໃຫ້ກັບປະຊາຊົນບັນດາເຜົ່າໃນເມືອງທຸກຍາກ, ຈຸດສຸມ,ບ້ານທິດນໍາ 3 ສ້າງ ໃນອັດຕາດອກເບ້ຍຕໍ່າ, ຊຶ່ງມີ 3 ປະເພດເງິນກູ້ຄື: ເງິນກູ້ໄລຍະສັ້ນອັດຕາດອກເບ້ຍ 5% ຕໍ່ປີ, ເງິນກູ້ໄລຍະກາງອັດຕາດອກເບ້ຍ 6% ຕໍ່ປີ ແລະເງິນກູ້ໄລຍະຍາວອັດຕາດອກເບ້ຍ 7% ຕໍ່ປີ, ສໍາລັບປີ 2019 ຜ່ານມາໜ່ວຍບໍລິການດັ່ງກ່າວສາມາດປ່ອຍສິນເຊື່ອໄດ້ທັງໝົດ 5,16 ຕື້ກີບ.

  ທ່ານ ຈັນທາ ແສນຄໍາ ຫົວໜ້າ ທນບ ໜ່ວຍບໍລິການເມືອງໄຊຍະບູລີ ໄດ້ໃຫ້ ຮູ້ວ່າ: ທະນາຄານດັ່ງກ່າວຢູ່ແຂວງໄຊຍະບູລີ ແມ່ນຕັ້ງຢູ່ໃນ 4 ເມືອງຄື: ເມືອງໄຊຍະບູລີ, ໄຊສະຖານ, ທົ່ງມີໄຊ ແລະເມືອງຊຽງຮ່ອນ, ຮັບຜິດຊອບເຄື່ອນໄຫວປ່ອຍສິນເຊື່ອໃຫ້ປະຊາຊົນບັນດາເຜົ່າໃນບ້ານເປົ້າໝາຍທຸກຍາກ, ບ້ານ 3 ສ້າງ, ຈຸດສຸມພາຍ ໃນ 11 ເມືອງທົ່ວແຂວງເຂົ້າໃນການປູກຝັງ, ລ້ຽງສັດ ແລະເຮັດທຸລະກິດຂະໜາດນ້ອຍຈໍານວນໜຶ່ງ, ໂດຍມີຈຸດປະສົງເພື່ອເຮັດໃຫ້ປະຊາຊົນກຸ່ມດັ່ງກ່າວຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

 ໃນ 1 ປີຜ່ານມາຕາມແຜນປ່ອຍສິນເຊື່ອປະຈໍາປີ 2019 ມີຈໍານວນ 1,9 ຕື້ກີບ, ສາມາດປະຕິບັດໄດ້ຕົວຈິງໄດ້ 5,16 ຕື້ກີບ, ສ່ວນການເກັບຕົ້ນທຶນຄືນໃນປີດຽວກັນໄດ້ທັງໝົດ 39,60 ຕື້ກີບ, ທຽບໃສ່ແຜນການປີແມ່ນ 56,86 ຕື້ກີບ ປະຕິບັດໄດ້ 69,64%, ການເກັບໜີ້ NPL ໄດ້ທັງໝົດ11,85 ຕື້ກີບ, ທຽບໃສ່ຍອດໜີ້ຄ້າງປີ 2018 ແມ່ນ 41,34 ຕື້ກີບ, ປະຕິບັດໄດ້ 28,66%, ສາມາດເກັບດອກເບ້ຍໄດ້ທັງໝົດ 11,72 ຕື້ກີບ, ທຽບໃສ່ແຜນປີ 14,22 ຕື້ກີບ, ປະຕິບັດໄດ້ 82,41%.

ສໍາລັບແຜນປີ 2020 ແມ່ນຈະສືບຕໍ່ປ່ອຍສິນເຊື່ອໃຫ້ໄດ້ 1,25 ຕື້ກີບ, ໄປພ້ອມກັນສືບຕໍ່ລົງເກັບຕົ້ນທຶນທີ່ຄົບງວດຊໍາລະ, ຕົ້ນທຶນກາຍສັນຍາ, ເກັບດອກເບ້ຍຄ້າງເກົ່າ ແລະດອກເບ້ຍເກີດຂຶ້ນໃໝ່, ທັງແກ້ໄຂບັນຫາໜີ້ທີ່ຕິດພັນກັບພະນັກງານພາຍໃນທະນາຄານນະໂຍບາຍ, ໜີ້ຕິດພັນກັບນັກທຸລະກິດ, ບຸກຄົນນອກກຸ່ມ, ໃນກຸ່ມເອົາ ເງິນກູ້ແທນກັນ, ການນໍາໃຊ້ເງິນກູ້ບໍ່ຖືກເປົ້າໝາຍ, ຍົກຍ້າຍຖິ່ນຖານ, ໂຕນໜີ ແລະເສຍຊີວິດໃຫ້ຫຼຸດລົງເຊັ່ນ: ເກັບໜີ້ຄົບກໍານົດສັນ ຍາປີ 2020 ຈໍານວນ 19,10 ຕື້ກີບ ໃຫ້ໄດ້ 80%, ເກັບໜີ້ NPL ຍອດຄ້າງ ທ້າຍປີ 2019 ຈໍານວນ54,69 ຕື້ກີບ ໃຫ້ໄດ້ 30%, ເກັບດອກເບ້ຍຄ້າງທ້າຍ ປີ 2019 ຈໍານວນ 20,58 ຕື້ກີບ ໃຫ້ໄດ້ 80% ແລະດອກເບ້ຍເກີດຂຶ້ນໃໝ່ໃນປີ 2020 ໃຫ້ໄດ້ 80%.

  ທ່ານ ຈັນທາ ແສນຄໍາ ໃຫ້ຮູ້ຕື່ມອີກວ່າ: ເພື່ອຮັບປະກັນໃນການຈັດຕັ້ງປະຕິບັດການປ່ອຍສິນເຊື່ອໃຫ້ຖືກຕ້ອງຕາມເປົ້າໝາຍຂອງສັນຍາມີປະສິດທິຜົນ, ທາງ ທນບແມ່ນໄດ້ວາງມາດຕະການເຊັ່ນ: ກ່ອນປ່ອຍສິນເຊື່ອຈະໄດ້ສົມກັບຂະແໜງການທີ່ກ່ຽວຂ້ອງຂອງເມືອງ, ຄະນະພັກກຸ່ມບ້ານ ແລະ ຫົວໜ້າກຸ່ມການຜະລິດລົງກວດກາຄວາມພ້ອມຂອງຜູ້ກູ້ຢືມໃຫ້ລະອຽດ, ກວດກາບັນດາເປົ້າໝາຍເງິນກູ້, ຄອບຄົວທີ່ກູ້ຢືມໃຫ້ເຖິງເຮືອນ ແລະເນື້ອທີ່ການຜະລິດ, ເພື່ອເຮັດໃຫ້ປະຊາຊົນມີສະຕິຕໍ່ການນໍາໃຊ້ເງິນກູ້, ການຊໍາລະຕົ້ນທຶນ ແລະດອກເບ້ຍຄືນໃຫ້ທະນາຄານໄດ້ຕາມກໍານົດເວລາຂອງສັນຍາ.

__________

ຂຽນໂດຍອຸ່ນເຮືອນ ໂພທິລັກ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ