ປີນີ້ຈະມີລົດຕັກຊີ 250 ຄັນບໍລິການສັງຄົມ

  ລົດຕັກຊີ ແມ່ນການໂດຍສານສາທາລະນະປະເພດໜຶ່ງສຳລັບຜູ້ໂດຍສານຄົນດຽວ ຫຼືກຸ່ມນ້ອຍໆ ໂດຍຜູ້ຂັບຈະຮັບສົ່ງຜູ້ໂດຍສານລະຫວ່າງບ່ອນໜຶ່ງໄປຫາຈຸດໝາຍຕາມທີ່ຢາກໄປໃນນີ້ສະເພາະສະມາຄົມໂດຍສານແຕ໊ກຊີນະຄອນຫຼວງວຽງຈັນມີລົດທັງໝົດ 233 ຄັນ ແລະໃນໄວໆນີ້ຈະເພີ່ມລົດເຂົ້າສະມາຄົມຕື່ມອີກຈຳ ນວນ 17 ຄັນ ເພື່ອບໍລິການຮັບຂົນສົ່ງຜູ້ໂດຍສານໃຫ້ພຽງພໍ ແລະວ່ອງໄວຂຶ້ນ.

  ທ່ານ ຄຳປະສົງ ພະມີໄຊ ປະທານສະມາຄົມໂດຍສານຕັກຊີ ນະຄອນຫຼວງວຽງຈັນ ໃຫ້ສຳພາດວ່າ: ສະມາຄົມໂດຍສານຕັກຊີຊີສ້າງຕັ້ງຂຶ້ນຕາມການຕົກລົງຂອງເຈົ້າຄອງນະຄອນຫຼວງວຽງຈັນ ໃນປີ2003 ເພື່ອບໍລິການຮັບຂົນສົ່ງຜູ້ໂດຍສານທົ່ວປະເທດມາຮອດປະຈຸບັນຈະໄດ້ຍົກລະດັບອະນຸຍາດໃຫ້ນຳໃຊ້ລົດປີ 2012 ຂຶ້ນໄປໃນນີ້ມີ ຈຸດຮັບຜູ້ໂດຍສານແບ່ງອອກເປັນ 5 ຈຸດຄື: ສະໜາມບິນ,ສາກົນວັດໃຕ້ຂົວມິດຕະພາບ,ຄິວລົດໂດຍສານສາຍໃຕ້,ຄິວລົດໂດຍສານສາຍເໜືອ ແລະບໍລິການຮັບສົ່ງພາຍໃນ ແລະຕ່າງແຂວງລວມທັງມີລົດ 233 ຄັນ.

 ສຳລັບດ້ານລາຄາຄ່າບໍລິການແມ່ນພະແນກ ຍທຂ ນະຄອນຫຼວງວຽງຈັນ ເປັນຜູ້ກຳນົດໃຫ້ຊຶ່ງໄດ້ຊື້ປີ້ແລ້ວບວກໃສ່ ກັບໄລຍະທາງໃກ້ ຫຼືໄກພ້ອມທັງອີງໃສ່ການເໜັງຕີງຂອງລາຄານໍ້າມັນເຊື້ອໄຟມີການປັບຂຶ້ນ-ລົງຕາມທີ່ໄດ້ກຳນົດໄວ້ໃນຂໍ້ຕົກລົງຂອງພະແນກ ຍທຂ ນອກນັ້ນໂຊເຟີ້ລົດແຕ່ລະຄັນມີຈັນຍາບັນໃນການບໍລິການຜູ້ໂດຍສານທຸກດ້ານຜ່ານມາກຸ່ມແຂກທີ່ມາໃຊ້ບໍລິການສ່ວນໃຫຍ່ຈະເປັນໂຄງການຕ່າງປະເທດ, ນັກທ່ອງທ່ຽວ ແລະອື່ນໆ.

  ເພື່ອໃຫ້ຜູ້ໂດຍສານເຊື່ອໝັ້ນຮັກສາສຳພັນທະມິດທີ່ດີ ແລະຫັນມາໃຊ້ບໍລິການໂດຍສານແຕັກຊີຫຼາຍຂຶ້ນ ປີ 2020 ນີ້ຈະເພີ່ມລົດເຂົ້າສະມາຄົມໂດຍສານຕື່ມອີກຈຳ ນວນ 17 ຄັນ ເພື່ອໃຫ້ໄດ້ລົດທັງໝົດຈຳນວນ 250 ຄັນ ພ້ອມນັ້ນໃນດ້ານເບາະຫຼັງລົດແຕ່ລະຄັນຕ້ອງຕິດປ້າຍຊື່ໂຊເຟີ້, ເບີລົດ ແລະເບີໂທສຸກເສີນພ້ອມນີ້ຍັງຈະໄດ້ເປີດແອັບທີ່ເປັນໂປຣແກັມບໍລິການແຕ໊ກຊີຜ່ານອິນເຕີເນັດໃຫ້ເປັນ ແລະຈະເປີດຈຸດຮອງຮັບຜູ້ໂດຍສານຂຶ້ນຕື່ມອີກຢູ່ສະຖານນີລົດໄຟລາວ-ຈີນ.

___________

ຂຽນໂດຍ: ແພງຕາ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ