ເຜີຍແຜ່ວຽກງານຕ້ານການຟອກເງິນໃຫ້ແກ່ສື່ມວນຊົນ

   ສຳນັກງານຂໍ້ມູນຕ້ານການຟອກເງິນທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວໄດ້ຈັດຕັ້ງການເຜີຍແຜ່ວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍໃນວັນທີ 13 ມັງກອນ 2020 ທີ່ຫ້ອງປະຊຸມ ທຫລ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສະຫວັນຄອນ ລາຊມຸນຕີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ; ທ່ານ ພຸດທະໄຊ ສີວິໄລ ຮອງຜູ້ວ່າການ ທຫລ, ັນດາພະ ນັກງານຈາກຄະນະສະເພາະກິດ, ຈາກກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ແລະສື່ມວນຊົນເຂົ້າຮ່ວມ.

  ກອງປະຊຸມໃນຄັ້ງນີ້ກໍ່ເພື່ອເຜີຍແຜ່ວຽກງານຕ້ານການຟອກເງິນ ແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍໃຫ້ພະນັກງານຂັ້ນນໍາກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວພ້ອມສື່ມວນຊົນທີ່ເປັນພາກສ່ວນເຮັດວຽກງານເຜີຍແຜ່ໃຫ້ເຂົ້າໃຈຢ່າງເລິກຊຶ່ງກ່ອນທີ່ຈະເຮັດການເຜີຍແຜ່ໃຫ້ສັງຄົມກໍ່ຄືປະຊາຊົນໄດ້ມີຄວາມຮັບ ຮູ້ເຂົ້າໃຈວຽກງານດັ່ງກ່າວ ແລະແນໃສ່ສ້າງຄວາມຮັບຮູ້ເຂົ້າໃຈກ່ຽວກັບວຽກງານດັ່ງກ່າວໂດຍເນັ້ນໃສ່ພາບລວມການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ແລະ ແຜນການໃນຕໍ່ໜ້າ ແລະການກະກຽມໃຫ້ແກ່ການປະເມີນຜົນຮອບດ້ານຂອງ ສປປ ລາວ ໃນປີ 2020-2021.

  ວຽກງານດັ່ງກ່າວເປັນວຽກງານທີ່ມີຄວາມສໍາຄັນຕໍ່ສະພາບການດໍາເນີນເສດຖະກິດໃນປະເທດ, ສປປ ລາວ ກໍ່ຄືລັດຖະບານໄດ້ເລັ່ງເຫັນຄວາມສໍາຄັນ ແລະໄດ້ສ້າງຄະ ນະກໍາມະການລະດັບຊາດໂດຍການນໍາຂັ້ນສູງຈາກ 13ກະຊວງທຽບເທົ່າເຂົ້າຮ່ວມເພື່ອສຸມໃສ່ຈັດຕັ້ງປະຕິບັດວຽກງານດັ່ງກ່າວບົນພື້ນຖານເງື່ອນໄຂ 40 ຂໍ້ແນະນໍາຂອງສາກົນທີ່ ສປປ ລາວ ເປັນພາຄີ, ໃນໄລຍະຜ່ານມາ ສປປ ລາວ ໄດ້ຮັບການປະເມີນຜົນຮອບດ້ານຄັ້ງທໍາອິດໃນປີ 2010 ຊຶ່ງຜົນການປະເມີນໃນຄັ້ງນັ້ນ ສປປ ລາວ ແມ່ນຕົກຢູ່ໃນບັນຊີເທົາເຮັດໃຫ້ ສປປ ລາວ ພົບຄວາມຫຍຸ້ງຍາກຫຼາຍດ້ານເປັນຕົ້ນລະບົບໃນການຊໍາລະເງິນກັບສາກົນຖືກຈໍາກັດບໍ່ສາມາດໂອນເງິນໄປຊໍາລະຄ່າສິນຄ້າ-ບໍລິ ການ,ພາບພົດຂອງປະເທດທີ່ສາກົນເບິ່ງ ສປປ ລາວ ແມ່ນປະເທດທີ່ມີຄວາມສ່ຽງສູງດ້ານຟອກເງິນ ແລະສະໜອງທຶນໃຫ້ແກ່ການກໍ່ການຮ້າຍ,ນັກລົງທຶນຕ່າງປະເທດຫຼຸດລົງ ແລະບັນຫາອື່ນໆ.

  ເຖິງຢ່າງໃດກໍດີ, ສປປ ລາວ ໄດ້ສູ້ ຊົນ, ປັບປຸງແກ້ໄຂຂໍ້ຄົງຄ້າງຕ່າງໆເປັນຕົ້ນອອກບັນດານິຕິກໍາທີ່ຕິດພັນຈໍານວນ 29 ສະບັບ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິ ບັດວຽກງານຕ້ານການຟອກເງິນໃຫ້ສອດຄ່ອງຕາມມາດຖານສາກົນ, ສ້າງກົນໄກ ແລະ ຂັ້ນຕອນຕ່າງໆປະຕິບັດໃຫ້ເກີດປະສິດທິຜົນຕາມນິຕິກໍາທີ່ວາງອອກໄດ້ຈໍານວນໜຶ່ງມາຮອດປີ 2017 ຈຶ່ງເຮັດໃຫ້ ສປປ ລາວ ສາມາດອອກຈາກບັນຊີເທົາຂອງສາກົນ, ຫຼັງຈາກນັ້ນ, ໄດ້ດໍາເນີນການປະເມີນຄວາມສ່ຽງລະດັບຊາດດ້ານການຟອກເງິນ ແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍສໍາເລັດໃນກາງປີ 2018 ຊຶ່ງສາມາດກໍານົດໄດ້ໄພຂົ່ມຂູ່ຂອງການຟອກເງິນ,ຂະແໜງການທຸລະກິດທີ່ມີຄວາມສ່ຽງຈະຖືກສວຍໃຊ້ໃນຂະບວນການຟອກເງິນ ແລະ ເລັ່ງແກ້ໄຂຂໍ້ຄົງຄ້າງທີ່ໄດ້ຈາກຜົນການປະເມີນເພື່ອປັບປຸງປະສິດທິພາບຂອງການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ສອດຄ່ອງ ແລະຮັບປະກັນໄດ້ຕາມມາດຖານສາກົນຍິ່ງຂຶ້ນ. ເພື່ອກະກຽມການປະເມີນຜົນຮອບດ້ານຄັ້ງທີ 2 ໃນສົກປີ 2020-2021; ພ້ອມດຽວກັນ, ລັດຖະບານໄດ້ສ້າງຕັ້ງຄະນະສະເພາະກິດຂຶ້ນຊຶ່ງນໍາໂດຍທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ແລະຮອງລັດຖະມົນຕີຈາກກະຊວງກ່ຽວຂ້ອງຈໍານວນ 25 ທ່ານປະກອບຢູ່ໃນຄະນະກໍາມະການ ແລະໄດ້ແບ່ງໜ້າວຽກອອກເປັນ 4 ກຸ່ມວຽກຄື: ວຽກງານເຜີຍແຜ່ ແລະ ເຊື່ອມຊຶມ, ວຽກງານນິຕິກໍາ ແລະກົນໄກ, ວຽກງານຄຸ້ມຄອງ ແລະວຽກງານການດໍາເນີນຄະດີ.

  ທ່ານ ສະຫວັນຄອນ ລາຊມຸນຕີ ໄດ້ຕີລາຄາສູງຕໍ່ກອງປະຊຸມຄັ້ງນີ້ຊຶ່ງມີຄວາມໝາຍຄວາມສໍາຄັນ ແລະເປັນໂອກາດທີ່ດີເພື່ອສ້າງຄວາມຮູ້ແລະຄວາມສາມາດໃຫ້ແກ່ເຈົ້າ ໜ້າທີ່ທີ່ກ່ຽວຂ້ອງກໍ່ຄືພະນັກງານກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ແລະສື່ມວນ ຊົນ ເພື່ອນໍາເອົາຄວາມຮູ້ທີ່ແລກປ່ຽນໝູນໃຊ້ເຂົ້າໃນການປະຕິບັດວຽກງານຂອງຕົນຢ່າງມີປະສິດທິຜົນສູງສຸດໂດຍສະເພາະການສ້າງຄວາມຮັບຮູ້ຄວາມເຂົ້າໃຈວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການ ຮ້າຍໃຫ້ແກ່ພະນັກງານລັດຖະກອນ, ພະນັກງານເອກະຊົນ ແລະພໍ່ແມ່ປະຊາຊົນໃຫ້ຮັບຊາບກ່ຽວກັບຄວາມສໍາຄັນວຽກງານດັ່ງກ່າວເປັນຕົ້ນຜົນການປະເມີນຄວາມສ່ຽງລະດັບຊາດ ແລະແຜນແກ້ໄຂຂໍ້ຄົງຄ້າງຕ່າງໆ ເພື່ອກະກຽມຄວາມພ້ອມໃຫ້ແກ່ການປະເມີນຮອບດ້ານໃນປີ 2020-2021 ນີ້.

____________

ຂຽນໂດຍຣັດສະໝີ ດວງສັດຈະ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ