ທາງ 4 ເບຫົງສາຫາຊຽງແມນ ສ້າງຊ້າກວ່າແຜນນັບປີດຽວນີ້ພວມສຳເລັດພ້ອມເປີດໃຊ້ເປັນທາງການ

  ໂຄງການກໍ່ສ້າງເສັ້ນທາງ 4B ຈາກເມືອງຫົງສາ ແຂວງໄຊຍະບູລີ ຫາ ບ້ານຊຽງແມນ ເມືອງຈອມເພັດ ແຂວງຫຼວງພະບາງ, ໂດຍມີຄວາມຍາວທັງໝົດ 114 ກິໂລ ແມັດ ໄດ້ສຳເລັດ 100% ລວມມູນຄ່າທັງໝົດ 60 ລ້ານໂດລາ ແລະໄດ້ເປີດນໍາໃຊ້ຢ່າງເປັນທາງການໃນວັນທີ 14 ມັງກອນ 2020 ນີ້ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ, ມີທ່ານ ບຸນ ຈັນສິນທະວົງ ລັດຖະມົນກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງໆຫຼວງພະບາງ, ່ານຜູ້ອໍານວຍການບໍລິສັດຮັບເໝົາກໍ່ສ້າງ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 ໂຄງການກໍ່ສ້າງເສັ້ນທາງເລກ 4B ເປັນເສັ້ນທາງຫຼວງແຫ່ງຊາດ, ຊຶ່ງໄດ້ຮັບທຶນກູ້ຢືມຈາກອົງການ NEDA ປະເທດໄທມູນຄ່າສັນຍາປະມານ 60 ລ້ານໂດລາ ໃນນັ້ນ 20% ແມ່ນທຶນຊ່ວຍເຫຼືອລ້າເປັນເສັ້ນທາງປູຢາງ 2 ຊັ້ນ ໂດຍແມ່ນບໍລິສັດຊໍທະວີຄອນສະຕຣັກຊັນຈໍາກັດເປັນຜູ້ຮັບເໝົາການກໍ່ສ້າງຊຶ່ງໄດ້ລົງນາມເຊັນສັນຍາໃນວັນທີ 4 ສິງຫາ 2015 ທີ່ນະຄອນຫຼວງພະບາງ ແລະໄດ້ລົງມືກໍ່ສ້າງຕົວຈິງນັບແຕ່ວັນທີ 1 ກັນຍາ 2015 ລວມໄລຍະເວລາການກໍ່ສ້າງ 42 ເດືອນ.

  ຫຼັງຈາກທີ່ໄດ້ລົງມືການກໍ່ສ້າງແຕ່ມື້ເຊັນສັນຍາສ້າງຕາມສັນຍາໂຄງການແມ່ນ 32 ເດືອນ ໃຫ້ສໍາເລັດແຕ່ອີງໃສ່ເງື່ອນໄຂການຍົກຍ້າຍສິ່ງກີດຂວາງ ແລະ ການນໍາເຂົ້າອຸປະກອນການກໍ່ສ້າງຕ່າງໆບໍ່ເປັນໄປຕາມກໍານົດ, ຈຶ່ງເຮັດໃຫ້ການກໍ່ສ້າງຫຼ້າຊ້າໄປເກີນກໍານົດ 12 ເດືອນກວ່າມາຮອດປະຈຸບັນແມ່ນສໍາເລັດ100% ແລະໄດ້ເປີດນໍາໃຊ້ຢ່າງເປັນທາງການໃນວັນທີ 14 ມັງກອນນີ້.

   ເສັ້ນທາງ 4B ໜ້າທາງລົດແລ່ນມີ 2 ຊ່ອງຈະລາຈອນ, ຄວາມກວ້າງໜ້າທາງເຂດທົ່ງພຽງແມ່ນ 9 ແມັດ, ເຂດຫຼຸບໂນນແມ່ນ 8 ແມັດແລະເຂດພູດອຍແມ່ນ 7 ແມັດ, ມີບ່າທາງເບື້ອງລະ 1 ແມັດ ພ້ອມນັ້ນຍັງໄດ້ກໍ່ສ້າງຂົວຂ້າມທັງໝົດ 8 ແຫ່ງ, ໃນນັ້ນຢູ່ເຂດແຂວງໄຊຍະບູລີມີ 1 ແຫ່ງ, ຢູ່ເຂດແຂວງຫຼວງພະບາງມີ 7 ແຫ່ງ.

___________

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ