ກິນປາ 3 ຄັ້ງຕໍ່ອາທິດ ຊ່ວຍຫຼຸດຄວາມສ່ຽງ ໂລກມະເຮັງລຳໄສ້

  ມະເຮັງລຳໄສ້ເປັນມະເຮັງທີ່ພົບຫຼາຍເປັນອັນດັບ 4 ໃນປະເທດອັງກິດ ແລະມີອັດຕາການ ຕາຍສູງເປັນອັນດັບ 2 ຂອງໂລກມະເຮັງ ຊຶ່ງຜູ້ ປ່ວຍປະມານ 42,000 ຄົນ ໃນປະເທດອັງກິດໄດ້ ຮັບການບົ່ງມະຕິວ່າເປັນມະເຮັງລຳໄສ້.

   ທີມວິໄຈເຜີຍວ່າ: ກິນປາ 359,1 ກຣາມຕໍ່ອາ ທິດ ຊ່ວຍຫຼຸດຄວາມສ່ຽງໃນການເກີດມະເຮັງລຳໄສ້ໄດ້ເຖິງ 12% ເມື່ອທຽບກັບຜູ້ທີ່ກິນປາພຽງ 63,49 ກຣາມຕໍ່ອາທິດ ໃນຂະນະຜູ້ທີ່ກິນປາທີ່ມີ ໄຂມັນສູງ 123,9 ກຣາມຕໍ່ອາທິດຢ່າງປາເຊວ ມ້ອນ ປາຊາດິນ ມີຄວາມສ່ຽງໃນການເປັນມະ ເຮັງລຳໄສ້ຫຼຸດລົງເຖິງ 10% ແລະທີມວິໄຈຍັງເຜີຍ ອີກວ່າ: ປາທີ່ມີໄຂມັນ ແລະປາໄຂມັນສູງເຕັມໄປ ດ້ວຍກົດໄຂມັນບໍ່ອິ່ມໂຕເຊິງຊ້ອນ ຊຶ່ງມີຜົນໃນການ ປ້ອງກັນການອັກເສບໃນຮ່າງກາຍ.

ຮຽບຮຽງໂດຍ: ຟ້າ