ມອບ-ຮັບ ກຳແພງອ້ອມຮອບ ແລະທາງເຂົ້າຫໍພະຍາສີໂຄດ

  ພີທີມອບ-ຮັບຖວາຍກຳແພງອ້ອມຮອບ, ເດີ່ນເບຕົ້ງ, ປະຕູ ແລະທາງເຂົ້າຫໍພະຍາສີໂຄດໄດ້ຈັດຂຶ້ນໃນວັນທີ 5 ມັງກອນ ທີ່ຜ່ານມານີ້ຢູ່ທີ່ເດີ່ນພະທາດສີໂຄດຕະບອງ ເປັນກຽດເຂົ້າຮ່ວມໃນພິທີມີຍາທ່ານ ບຸນທ່າຍ ຈັນທະໄພຈິດ ປະທານອົງການພະພຸດທະສາສະໜາສຳພັນລາວ ແຂວງຄຳມ່ວນ, ຍາທ່ານ ໜູໄຕ ແກ້ວມະນີໄຊ ທີ່ ປືກສາ ອພສ ແຂວງ, ທ່ານ ຈັນ ບຸບຜາລີວັນ ເຈົ້າເມືອງໆທ່າແຂກ, ທ່ານ ສຸກກະເສີມ ອຸດອນ ຮອງປະທານແນວລາວສ້າງຊາດແຂວງຄຳມ່ວນ, ມີອຳນາດການປົກຄອງບ້ານ, ເຈົ້າສັດທາຊາວພຸດທະສາສະໜາຊາວເມືອງທ່າແຂກເຂົ້າຮ່ວມ.

  ທ່ານນາງ ຈັນຕະນາ ເຊື້ອຄຳແພງ ເຈົ້າສັດທາກໍ່ສ້າງໄດ້ກ່າວຜົນສຳເລັດໂຄງການກໍ່ສ້າງກຳແພງອ້ອມຮອບ, ເດີ່ນເບຕົ້ງ, ປະຕູ ແລະທາງເຂົ້າຫໍພະຍາສີໂຄດໂຄງການດັ່ງກ່າວໄດ້ດຳເນີນການກໍ່ສ້າງໄລຍະເວລາເກືອບ 1 ປີ ໄດ້ຮັບການອອກແບບ ແລະຄິດໄລ່ຈາກຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ, ເພື່ອສ້າງເປັນກຳແພງອ້ອມ ຮອບ 4 ທິດ, ກຳແພງກໍ່ດ້ວຍ ດິນຈີ່ກ້ອນໃຫ່ຍ, ພື້ນເບຕົ້ງເສີມ ເຫຼັກໜາ 15 ຊັງຕີແມັດ, ປະຕູທາງ ເຂົ້າ 2 ດ້ານ, ປະດັບດ້ວຍບົວຮູບຊົງສວຍງາມມູນຄ່າການກໍ່ສ້າງມີທັງໝົດ 319,96 ລ້ານກີບ, ໂດຍແມ່ນທຶນປະກອບສ່ວນຈາກທົ່ວສັງຄົມທັງພາຍໃນ ແລະ ຕ່າງປະເທດນັບແຕ່ເລີ່ມການກໍ່ສ້າງເປັນຕົ້ນມາການປະຕິບັດການກໍ່ສ້າງ ພາຍຫຼັງທີ່ມີການມອບໝາຍໃຫ້ບໍລິສັດສາຍພູຫຼວງເປັນຜູ້ດຳເນີນການກໍ່ສ້າງໂດຍນຳເອົານາຍສ້າງທີ່ມີສີມື ແລະປະສົບການ, ວິຊາການທີ່ມີຄວາມສາມາດຄັດເລືອກວັດສະດຸທີ່ໄດ້ມາດຖານ ແລະທຶນຮອນເຂົ້າໃນການກໍ່ສ້າງຢ່າງປະຢັດມັດທະຍັດເຈົ້າຂອງໂຄງການແລະພາກສ່ວນທີ່ກ່ຽວຂ້ອງແຂວງ-ເມືອງທີ່ີໄດ້ເອົາໃຈໃສ່ຊີ້ນຳ ແລະອຳນວຍ ຄວາມສະດວກເປັນຢ່າງດີເຮັດໃຫ້ບໍລິສັດໄດ້ດຳເນີນການກໍ່ສ້າງໄດ້ສຳເລັດ ແລະຈັດພິທີມອບຮັບຢ່າງເປັນທາງການ.

  ພິທີດັ່ງກ່າວແມ່ນໄດ້ມີຂະບວນການແຮ່ອ້ອມອົງພະທາດສີໂຄດຕະບອງ, ຈາກນັ້ນແຮ່ອ້ອມຮູບປັ້ນພະຍາສີໂຄດຕະບອງ ແລ້ວຕໍ່ດ້ວຍແຮ່ອ້ອມທາດຝຸ່ນແລ້ວກໍ່ເຂົ້າສູ່ພິທີ ມອບ-ຮັບ, ພິທີມອບໃບຍ້ອງຍໍກຽດຕິຄຸນໃຫ້ບັນດາເຈົ້າສັດທາທີ່ປະກອບສ່ວນທຶນຮອນ ແລະສະຕິປັນຍາເຂົ້າໃນໂຄງການກໍ່ສ້າງໃນຄັ້ງນີ້.

__________

 ຮຽບຮຽງໂດຍ: ເພັດດາລາ ທ່າແຂກ