ໄຊຍະບູລີ ມີລາຍຮັບຈາກການທ່ອງທ່ຽວ 68 ຕື້ກວ່າກີບ

  ໄຊຍະບູລີ ໄດ້ກໍານົດເອົາວຽກງານທ່ອງທ່ຽວເປັນບູລິມະສິດໜຶ່ງໃນສາມເສົາຄໍ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ແຂວງໄຊຍະບູລີ, ໂດຍສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການພັດທະນາ ແລະສົ່ງເສີມການທ່ອງທ່ຽວໃຫ້ມີການຂະຫຍາຍຕົວຂຶ້ນຢ່າງຕໍ່ເນື່ອງ, ຍ້ອນວ່າຈຸດພິເສດຂອງແຂວງໄຊຍະບູລີ ມີດ່ານສາກົນເຂົ້າ ອອກແລ້ວ 3 ດ່ານ  ແລະດ່ານປະເພນີ 10 ດ່ານ ແລະ ມີເສັ້ນທາງເຊື່ອມຈອດກັບບັນດາແຂວງຕ່າງໆ ແລະມີຊາຍແດນຕິດຈອດກັບປະເທດໃກ້ຄຽງຍາວ  647 ກິໂລ ແມັດ.

  ທ່ານ ບຸນທະວີ ບຸນຊູຮັກ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວຜູ້ຮັບຜິດຊອບຊີ້ນໍາວຽກທ່ອງທ່ຽວໄດ້ໃຫ້ຮູ້ວ່າ: ໃນໄລຍະຜ່ານມາຂະ ແໜງທ່ອງທ່ຽວໄດ້ເອົາໃຈໃສ່ໃນການຊຸກຍູ້ ແລະສົ່ງເສີມພັດທະນາແຂວງໄຊຍະບູລີ ໃຫ້ກາຍເປັນສະຖານທີ່ບໍລິການນັກທ່ອງທ່ຽວເປັນຕົ້ນທ່ອງທ່ຽວຍ່າງປ່າ,ຂີ່ຊ້າງ,ຂີ່ເຮືອລ່ອງນໍ້າຮຸ່ງ, ທ່ຽວຊົມນໍ້າຕົກຕາດ, ເຂື່ອນໄຟຟ້າ ແລະຖໍ້າທໍາມະຊາດຕ່າງໆ, ສົ່ງເສີມງານບຸນເທສະການປະເພນີທີ່ເປັນເອກະລັກສະເພາະທີ່ພົ້ນເດັ່ນຂອງແຕ່ລະທ້ອງຖິ່ນເຊັ່ນ: ງານມະຫາກໍາບຸນຊ້າງ, ບຸນຊ່ວງເຮືອປະຈໍາ ປີໃຫ້ກາຍເປັນບຸນລະດັບຊາດ.

ໃນປີ 2019 ຜ່ານມາມີນັກທ່ອງທ່ຽວເຂົ້າມາທ່ຽວ ແລະຜ່ານ ແຂວງໄຊຍະບູລີ ທັງໝົດ 146.390 ຄົນ ສາມາດສ້າງລາຍຮັບຈາກການທ່ອງທ່ຽວໃນຮູບແບບກະຈາຍທົ່ວສັງຄົມໄດ້ທັງໝົດ 68,42 ຕື້ກີບ ຫຼືປະມານ 7,7 ລ້ານໂດລາ, ທຽບໃສ່ແຜນການປີເພີ່ມຂຶ້ນ 8,74% ເມື່ອທຽບໃສ່ປີຜ່ານມາຫຼຸດ 8,74% ນັກທ່ອງທ່ຽວເຂົ້າ ມາທ່ຽວແຂວງສ່ວນຫຼາຍຈະແມ່ນນັກທ່ອງທ່ຽວໄທ ແລະຈາກປະເທດຕ່າງໆຈໍານວນໜຶ່ງ, ໂດຍເຂົ້າມາທາງດ່ານສາກົນນໍ້າເຫືອງ, ດ່ານພູດູ່ ແລະດ່ານນໍ້າເງິນ.

  ທົ່ວແຂວງໄຊຍະບູລີ ມີແຫຼ່ງທ່ອງທ່ຽວທີ່ຂຶ້ນບັນຊີແລ້ວມີ 96 ແຫ່ງ, ມີແຫຼ່ງທ່ອງທ່ຽວທໍາມະ ຊາດ 71 ແຫ່ງ, ແຫຼ່ງທ່ອງທ່ຽວ ວັດທະນະທໍາ 18 ແຫ່ງ,ແຫຼ່ງ ທ່ອງທ່ຽວປະຫວັດສາດມີ 7 ແຫ່ງ, ປະຈຸບັນແຂວງໄຊຍະບູລີ ມີບໍລິ ສັດທ່ອງທ່ຽວ 13 ບໍລິສັດມູນຄ່າ ການລົງທຶນ 3,9 ຕື້ກີບ, ມີໂຮງ ແຮມ 7ແຫ່ງ, ມີ 241 ຫ້ອງ, ເຮືອນພັກ 173 ແຫ່ງ ມີ 2184 ຫ້ອງ, ລີສອດ 6 ແຫ່ງ ມີ 79 ຫ້ອງ, ຮ້ານອາຫານ 89 ຮ້ານ ສາມາດຮັບແຂກໄດ້ 4.608 ຄົນ/ຄັ້ງ, ຮ້ານບັນເທີງ 22 ແຫ່ງ, ຮ້ານກິນດື່ມ 33 ແຫ່ງ.

  ທ່ານຍັງໄດ້ກ່າວຕື່ມວ່າ: ໃນປີ 2020 ຄາດວ່າຈະມີນັກທ່ອງທ່ຽວເຂົ້າມາທ່ຽວ ແລະຜ່ານແຂວງໄຊຍະບູລີ ໄປຫາແຂວງໃກ້ຄຽງໂດຍສະເພາະແມ່ນງານມະຫາກໍາບຸນ ຊ້າງທີ່ຈະໄດ້ຈັດຂຶ້ນໃນກາງເດືອນກຸມພາ 2020 ນີ້, ຈະມີນັກທ່ອງທ່ຽວເຂົ້າມາ 1,5 ແສນຄົນ, ຈະສ້າງລາຍຮັບກະຈາຍທົ່ວສັງຄົມໄດ້ປະມານ 7,2 ລ້ານໂດລາສະ ຫະລັດ.

___________

ຂຽນໂດຍ: ບຸນທີ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ