ພັດທະນາລະບົບການປູກພືດຜັກ ເພີ່ມລາຍຮັບໃຫ້ແກ່ຊາວກະສິກອນ

ສູນຄົ້ນຄວ້າພືດຜັກ ແລະໄມ້ໃຫ້ໝາກ (ສຜໝ)ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະພັດທະນາຊົນນະບົດ(ສກປພ) ຮ່ວມກັບສູນຄົ້ນຄວ້າກະສິກໍາພາກໃຕ້(ສກປພ) ແລະຂະແໜງປູກຝັງ ພະແນກກະສິກໍາ ແລະປ່າໄມ້ແຂວງຈໍາປາສັກ ແລະນະຄອນຫຼວງວຽງຈັນ ພາຍໃຕ້ການສະໜັບສະໜູນຂອງໂຄງການຄົ້ນຄວ້າການຕະຫຼາດການຈັດການຫຼັງເກັບກ່ຽວ ແລະຜະລິດພືດຜັກແບບອຸດສາຫະກໍາປະເທດອົດສະຕຣາລີ Australian center for international Agricultural Research (ACIAR) ໄດ້ຄົ້ນຄວ້າ ແລະນໍາເອົາເຕັກນິກ-ເຕັກໂນໂລຊີການປູກພືດຜັກໃນລະບົບເຮືອນຮົ່ມຮ່ວມກັບຊາວກະສິກອນຢູ່ບ້ານຖິ່ນເພຍ, ບ້ານຈຽມປາງ, ບ້ານຫ້ອມໃຕ້ ເມືອງຫາດຊາຍຟອງ ແລະເຂດບ້ານປ່າໄລ່ ເມືອງໄຊທານີ ນະຄອນຫຼວງວຽງຈັນ ແລະຊາວກະສິກອນຢູ່ເຂດບ້ານທົ່ງເຊດ, ບ້ານແບ່ງ ເມືອງປາກຊອງ ແຂວງຈໍາປາສັກ ຊຶ່ງເລີ່ມຕົ້ນດ້ວຍ 7 ຄອບຄົວ ແລະ 2 ສູນຄົ້ນຄວ້າເພື່ອສຶກສາການຍົກສູງທາງດ້ານຄຸນນະພາບ, ຜົນຜະລິດ, ຄວາມປອດໄພ ແລະ ຍືນຍົງໃນການຜະລິດພືດຜັກໃນຊ່ວງລະດູຝົນ.

 ລະບົບເຮືອນຮົ່ມທີ່ອອກແບບໂດຍ (ສຜໝ) ເອີ້ນວ່າແບບຕ່າງລະດັບ (Offset module) ຊຶ່ງແຕກຕ່າງຈາກລະບົບເຮືອນຮົ່ມທີ່ມີການນໍາໃຊ້ເຂົ້າໃນການປູກພືດຜັກທີ່ມີໃຫ້ເຫັນຢູ່ໃນຂອບເຂດທົ່ວປະເທດ, ເຮືອນຮົ່ມແບບຕ່າງລະ ດັບນີ້ມີຈຸດພິເສດທີ່ດີເດັ່ນແຕກຕ່າງກັບເຮືອນຮົ່ມແບບອຶ່ນໆຄື: ອຸນຫະພູມສູງສຸດສະເລ່ຍຢູ່ໃນເຮືອນຮົ່ມຈະສູງກວ່າຢູ່ຂ້າງນອກຫຼືພື້ນທີ່ເປີດ 1 ອົງສາເຊ, ທຽບໃສ່ເຮືອນຮົ່ມແບບອຶ່ນໆແມ່ນສູງກວ່າ 8 ອົງສາເຊ, ລະບາຍອາກາດໄດ້ດີ, ເໝາະສົມຕໍ່ການຈະເລີນເຕີບໂຕຂອງພືດຜັກ, ມີຫຼາຍຂະໜາດໃຫ້ເລືອກໃຊ້ເຊັ່ນຂະໜາດ 6 x 10,12 x 15 ແລະ 12 x 30ແມັດ, ມີມູນຄ່າການປຸກສ້າງປະມານ 5-15 ລ້ານກີບຕໍ່ຫຼັງຕາມລໍາດັບ (ປຸກສ້າງດ້ວຍໂຄງເຫຼັກ), ມີອາຍຸການໃຊ້ງານຫຼາຍກວ່າ 10 ປີ ແລະ ພິເສດສາມາດນໍາໃຊ້ວັດສະດຸການປຸກສ້າງຫຼາຍຊະນິດ ແລະ ຫາໄດ້ງ່າຍຢູ່ໃນບ້ານເຮົາເຊັ່ນເຫຼັກ, ໄມ້ ແລະຊີເມັນຂຶ້ນກັບເງື່ອນໄຂຂອງແຕ່ລະທອງຖິ່ນ.

  ການປູກພືດຜັກໃນລະບົບເຮືອນຮົ່ມທີ່ (ສຜໝ) ອອກແບບພົບວ່າມີຄວາມສໍາຄັນ ແລະຈໍາເປັນຫຼາຍຊຶ່ງເຮັດໃຫ້ຊາວກະສິກອນສາມາດປູກພືດຜັກໄດ້ຕະຫຼອດປີໂດຍສະ ເພາະໃນຊ່ວງລະດູຝົນສາມາດປູກຜັກໄດ້ຫຼາຍຊະນິດທີ່ມີລາຄາແພງ, ເປັນການຫຼຸດຜ່ອນຄວາມສຽງຜົນກະທົບຈາກຝົນຕົກໜັກ, ໄດ້ຜົນຜະລິດຫຼາຍ, ຄຸນນະພາບດີ ແລະລາຄາສູງເຮັດໃຫ້ຊາວກະສິກອນມີລາຍຮັບສູງຂຶ້ນເຊັ່ນ: ປູກໝາກເລັ່ນ, ຫອມປ້ອມ, ຜັກບົ່ວແບ່ງ, ສະຫຼັດ ແລະບອກໂຄລີສາມາດສ້າງລາຍຮັບສູງເຖິງ 2,1 ລ້ານກີບ ເຮັດໃຫ້ຊາວກະສິກອນທີ່ປູກພືດຜັກໃນລະບົບເຮືອນຮົ່ມມີລາຍຮັບສູງກວ່າການປູກພືດແບບທົ່ວໄປສູງເຖິງ7-10 ລ້ານກີບຕໍ່ປີ.

  ທ່ານ ບົວຂາວ ປະຈຸບັນຢູ່ບ້ານ ປ່າໄລ່ເມືອງໄຊທານີ ນະຄອນຫຼວງວຽງຈັນ, ເປັນຄອບຄົວໜຶ່ງທີ່ປະສົບຜົນສໍາເລັດຈາກການປູກພືດຜັກໃນລະບົບເຮືອນຮົ່ມແບບຕ່າງລະ ດັບຢູ່ໃນເຂດຊົນນະບົດໄດ້ກ່າວໃຫ້ຟັງວ່າ: ໃນເມືອກ່ອນປີ 2014 ລາຍຮັບຂອງຄອບຄົວແມ່ນມາຈາກການປູກເຂົ້າ ແລະການໄປຮັບຈ້າງ, ມາຮອດຕົ້ນປີ 2014 ທ່ານ ໄດ້ເຂົ້າມາຮ່ວມໂຄງການຄົ້ນຄວ້າການຕະຫຼາດການຈັດການຫຼັງເກັບກ່ຽວ ແລະຜະລິດພືດຜັກແບບອຸດສາຫະກໍາ ACIAR ຂອງສູນຄົ້ນຄວ້າພືດຜັກ ແລະໄມ້ໃຫ້ໝາກ ຮ່ວມກັບປະເທດອົດສະຕາລີໂດຍທາງໂຄງການໄດ້ໃຫ້ການສະໜັບສະໜູນອຸປະກອນການປຸກສ້າງເຮືອນຮົ່ມຈໍານວນໜຶ່ງ ແລະໄດ້ໄປເຂົ້າຮ່ວມການຝຶກອົບຮົມທາງດ້ານ ເຕັກນິກ ແລະການວາງແຜນໃນການປູກພືດຜັກໃນລະບົບເຮື່ອນຮົ່ມ.

 ຈາກນັ້ນກໍໄດ້ນໍາເອົາບົດຮຽນດັ່ງກ່າວໄປຈັດຕັ້ງປະຕິບັດເປັນອາຊີບເສີມເຊິ່ງຜົນການຈັດຕັ້ງປະຕິບັດແມ່ນໃຊ້ລະບົບການປູກພືດແບບໝູນວຽນ ແລະ ມີຄວາມຫຼາກຫຼາຍທາງດ້ານຊະນິດພືດຜັກເພື່ອເຮັດໃຫ້ຄວາມຕ້ອງການ ແລະການຕອບສະໜອງໃນຊຸມຊົນໃຫ້ມີຄວາມດຸນດ່ຽງສໍາລັບການຂາຍແມ່ນປ້ອນຕະຫຼາດໃນຊຸມຊົນພາຍໃນບ້ານ ເນື່ອງຈາກພື້ນທີ່ຢູ່ຫ່າງໄກຈາກຕະຫຼາດໃຫຍ່ຂອງນະຄອນຫຼວງວຽງຈັນ ສາມາດເຮັດໃຫ້ຄອບຄົວມີລາຍຮັບເພີ່ມໃນແຕ່ລະເດືອນໂດຍສະເລ່ຍປະມານ 5 -8 ແສນກີບຕໍ່ເດືອນເຮັດໃຫ້ຄຸນນະພາບຊີວິດຂອງຄອບຄົວມີການພັດທະນາທີ່ດີຂຶ້ນ.

   ການປູກພືດຜັກໃນລະບົບເຮືອນຮົ່ມແບບຕ່າງລະດັບດີຫຼາຍເພາະວ່າຊາວກະຊິກອນປູກໄດ້ຕະຫຼອດປີ ແລະ ຍັງໄດ້ຜົນຜະລິດຫຼາຍຊຶ່ງເຫັນໄດ້ຈາກການມາແລກປ່ຽນ ແລະຮຽນຮູ້ຈາກພາກສ່ວນຕ່າງໆ ເປັນຕົ້ນຊາວກະສິກອນ, ນັກສຶກສາຈາກມະຫາວິທະຍາໄລ, ໂຮງຮຽນເຕັກນິກວິຊາຊີບຕ່າງໆ, ໂຄງການ, ບໍລິສັດ, ສູນ ແລະສະຖານີ ຕ່າງໆເຊັ່ນ: ການທັດສະນະສຶກສາຈໍານວນ 343 ຄົນ, ການຝຶກອົບຮົມຈໍານວນ 344 ຄົນ, ແລະກອງປະຊຸມວິຊາການຢູ່ພາຍໃນ, ພາກພື້ນ ແລະສາກົນໄດ້ 3 ຄັ້ງມີຜູ້ເຂົ້າຮ່ວມຈໍານວນ 490 ຄົນ ແລະ ໄດ້ນໍາເອົາເຕັກນິກ-ເຕັກໂນໂລຊີການປູກຜັກໃນລະບົບເຮືອນຮົ່ມທີ່ເປັນແບບຂອງສູນຄົ້ນຄວ້າພືດຜັກ ແລະໄມ້ໃຫ້ໝາກໄປຈັດຕັ້ງປະ ຕິບັດດ້ວຍຕົນເອງຂອງຜູ້ເຂົ້າຮ່ວມຝຶກອົບຮົມເກີດຂຶ້ນເປັນຈໍານວນຫຼາຍ.

  ຜົນໄດ້ຮັບດັ່ງກ່າວໄດ້ຢັ້ງຢືນເຖິງຜົນສໍາເລັດຂອງການຄົ້ນຄວ້າເພື່ອການພັດທະນາ ແລະ ແກ້ໄຂບັນຫາຄວາມທຸກຍາກຂອງຊາວກະສິກອນ ແລະ ຍັງຊີ້ໃຫ້ເຫັນວ່າການ ຄົ້ນຄວ້າທີ່ຕິດພັນກັບກຸ່ມຊາວກະສິກອນໂດຍກົງເປັນການເພິ່ມຄວາມຮູ້ຄວາມສາມາດ ແລະ ປະສົບການໃຫ້ແກ່ພະນັກງານວິຊາການໄປນໍາພາຊາວກະສິກອນເຮັດຕົວຈິງໃນພື້ນທີ່, ພ້ອມທັງໄດ້ຮັບການສະໜັບສະໜູນຈາກອໍານາດການປົກຄອງບ້ານເມືອງ ແລະເປັນສູດຜົນສໍາເລັດທີ່ເໝາະສົມ, ສອດຄ່ອງ ແລະຢືນຍົງ.

_____________

ຂຽນໂດຍ ພັດທະນາ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ