ສະຫະກອນຜູ້ຜະລິດກາເຟສ້າງອາຄານຮຽນໃຫ້ນັກຮຽນ

    ເປັນການສຶບຕໍ່ເຫຼືອທັງເປັນການປະກອບສ່ວນຢ່າງຕັ້ງໜ້າຕໍ່ການພັດທະນາການສຶກສາໃຫ້ກ້າວໄກທີ່ທາງສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລະເວນ ໄດ້ປະຕິບັດໃນຜ່ານມາ ແລະບໍ່ດົນມານີ້ກໍ່ໄດ້ທໍາການມອບອາຄານຮຽນຫຼັງໃໝ່ໃຫ້ແກ່ໂຮງຮຽນປະຖົມສົມບູນ ບ້ານພູ ມອນ ເມືອງປາກຊ່ອງ ແຂວງຈໍາປາສັກ ເພື່ອນໍາໃຊ້ເຂົ້າໃນການສຶກສາຮໍ່າຮຽນ.

  ພິທີມອບ-ຮັບອາຄານຮຽນຫຼັງໃໝ່ດັ່ງກ່າວໄດ້ມີຂຶ້ນໃນວັນທີ 29 ມັງກອນ ຜ່ານມາ, ທີ່ໂຮງຮຽນປະຖົມສົມບູນໃໝ່ບ້ານພູມອນ ເມືອງປາກຊ່ອງ ແຂວງຈໍາ ປາສັກ, ເຂົ້າຮ່ວມຂອງທ່ານ ສຸລິຈັກ ພິລາແດງ ຮອງຫົວໜ້າພະແນກສຶກສາທິການ ແລະກີລາແຂວງຈໍາປາສັກ, ມີທ່ານ ສົມລິດ ວິລະວົງ ຮອງຫົວໜ້າພະ ແນກກະສີກໍາ ແລະປ່າໄມ້ແຂວງ, ທ່ານ ບຸນລິດ ເນີນບຸນສູງ ຫົວໜ້າຫ້ອງການສຶກສາ ແລະກີລາເມືອງປາກຊ່ອງ, ມີທ່ານປະທານ, ຜູ້ບໍລິຫານ ແລະ ວິຊາ ການພາຍໃນສະຫະກອນ ແລະພໍ່ແມ່່ປະຊາຊົນພາຍໃນບ້ານ, ນ້ອງນ້ອຍນັກຮຽນເຂົ້າຮ່ວມ.

  ທ່ານ ບຸນທົງ ເທບໄກ່ສອນ ປະທານສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລະເວນໄດ້ລາຍງານໃຫ້ຮູ້ວ່າ: ໂດຍປະຕິບັດຕາມແຜນກິດຈະກໍາກໍຄືປະຕິບັດ ຕາມກອງປະຊຸມໃຫຍ່ປະຈໍາປີຂອງລະດູການເກັບກ່ຽວ 2017-2018 ທີ່ຜ່ານມາສະກອນໄດ້ນໍາໃຊ້ເງິນພິເສດການຄ້າເປັນທໍາເຂົ້າໃນການຊ່ວຍເຫຼືອສັງຄົມ-ຊຸມຊົນ, ໂດຍສະເພາະກອງທຶນສຶກສາ- ກິລາ ແລະສາທາລະນະສຸກ, ຊຶ່ງຜ່ານມາສະຫະກອນໄດ້ກໍ່ສ້າງໂຮງຮຽນປະຖົມບ້ານຫຼວງເສນາ ໃນປີ 2008, ໂຮງຮຽນ ປະຖົມສົມບູນບ້ານຫ້ວຍແສງ-ພູຄໍາ ໃນປີ 2014, ກໍ່ສ້າງສຸສາລາ(ໂຮງໝໍນ້ອຍ) ບ້ານໃໝ່ໄຊສົມບູນໃນປີ 2015 ແລະ ໃນປີກ່ອນໆສະຫະກອນໄດ້ປູກສ້າງໂຮງຮຽນປະຖົມສົມບູນຫຼັງໃໝ່ 3 ແຫ່ງຄື: ໂຮງຮຽນປະຖົມສົມບູນບ້ານໜອງສຳພັນ, ໂຮງຮຽນປະຖົມສົມບູນບ້ານໜອງກ້າ ເມືອງປາກຊ່ອງ ແຂວງຈໍາປາ ສັກ ແລະໂຮງຮຽນປະຖົມສົມບູນບ້ານນໍ້າແບ່ງ ເມືອງເລົ່າງາມ ແຂວງສາລະວັນ ແລະປີນີ້ກໍ່ໄດ້ມີການກໍ່ສ້າງໂຮງຮຽນປະຖົມສົມບູນຫຼັງໃໝ່ບ້ານພູມອນແຫ່ງນີ້, ໂດຍການນໍາໃຊ້ທຶນຂອງສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລະເວນໂດຍປະຊາຊົນມີສ່ວນຮ່ວມທາງດ້ານແຮງງານ ແລະວັດຖຸປັດໄຈຕາມເງື່ອນໄຂ ແລະທ່າແຮງຂອງບ້ານ.

 ສໍາລັບໂຮງຮຽນຫຼັງນີ້ແມ່ນເປັນອາຄານຊັ້ນດຽວ, ມີ 5 ຫ້ອງຮຽນຕາມມາດຖານຂອງກະຊວງສຶກສາທິການ ແລະກິລາວາງອອກ, ຊຶ່ງການກໍ່ສ້າງແມ່ນໄດ້ເລີ່ມ ຕົ້ນມາແຕ່ເດືອນສີງຫາ ແລະມາສໍາເລັດໃນຕົ້ນເດືອນທັນວາ 2018 ດ້ວຍມູນຄ່າກໍ່ສ້າງທັງໝົດ 348 ລ້ານກວ່າກີບ, ໃນນີ້ມີທຶນຊ່ວຍເຫຼືອຈາກສະຫະກອນ ຜູ້ຜະລິດກາເຟເຂດພູພຽງບໍລະເວນ 291 ລ້ານກວ່າກີບ ແລະ ທຶນສົມທົບຈາກປະຊາຊົນບ້ານພູມອນທີ່ເປັນວັດຖຸ ແລະ ແຮງງານລວມເປັນເງິນ 57 ລ້ານກີບ.