ລົດຂົນສົ່ງຊີມັງປີ້ນມີຜູ້ເສຍຊີວິດ

  ຕາມການລາຍງານຂອງເຈົ້າໜ້າຕຳຫຼວດຈະລາຈອນ ປກສ ເມືອງອຸທຸມພອນ ໄດ້ແຈ້ງໃຫ້ຮູ້ວ່າ: ໃນເວລາ 10: 30 ໂມງຂອງວັນທີ 8 ມັງກອນ 2020 ໄດ້ມີອຸບັດ ເຫດລົດບັນທຸກຂະໜາດນ້ອຍທີ່ບັນທຸກຊີມັງເຕັມຄັນລົດເສຍຫຼັກປີ້ນຕະແຄງ, ຢູ່ຖະໜົນເລກທີ 9, ກິໂລແມັດທີ 46 ເຂດບ້ານໜອງບົວທອງ ແຂວງສະຫວັນນະເຂດ (ຕໍ່ໜ້າປໍ້ານໍ້າມັນສຸລິຍະພາໄຊ ທາງແວ່ບ້ານເຫຼົ່າສຸລິຍະ), ເຫດການຄັ້ງນີ້ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ ແລະໄດ້ຮັບບາດເຈັບເລັກໜ້ອຍ 1 ຄົນ.

 ຕາມການລາຍງານຂອງທ່ານ ຮອ ຄຳຕັນ ເຄນໄຊບຸນຍະເລດ ຮອງກອງຈະລາຈອນ ປກສ ເມືອງອຸທຸມພອນ ໄດ້ແຈ້ງໃຫ້ຮູ້ວ່າ: ພາຍຫຼັງການລົງສັນນະສູດເຫດການຕົວຈິງເຫັນວ່າ: ໃນຈຸດເກີດເຫດໄດ້ພົບເຫັນເປົ໋າຊີມັງຕົກກະຈາຍເຕັມທ້ອງຖະໜົນຢູ່ໃກ້ກັນກໍ່ພົບເຫັນລົດຢູ່ໃນທ່າຕະແຄງຢູ່ຟາກທາງເບື້ອງຊ້າຍ, ໃກ້ກັບລົດກໍ່ພົບເຫັນຄົນນອນເສຍຊີວິດຢູກ້ລົດສ່ວນຜູ້ໄດ້ຮັບບາດເຈັບພົນລະເມືອງດີໄດ້ນຳສົ່ງໂຮງໝໍ.

ຜ່ານການສືບສວນ-ສອບສວນໄດ້ໃຫ້ຮູ້ວ່າ: ລົດບັນທຸກຮຸນໄດ 6 ລໍ້ຄັນ ທີ່ເກີດເຫດໄດ້ບັນທຸກຊີມັງມາແຕ່ເຊໂນຈຳນວນ 4 ໂຕນ, ເພື່ອໄປສົ່ງໃຫ້ລູກຄ້າຢູ່ເຂດບໍ່ຫີນກາວ, ໂດຍມີທ້າວ ເຕ້ ອາຍຸ 27 ປີ ເປັນຄົນຂັບ ແລະທ້າວ ສຸດຕາ ອາຍຸ 32 ປີ ທີ່ນັ່ງໄປນຳ, ຊຶ່ງທ້າວ ສຸດຕາ ນັ່ງຢູ່ທ້າຍກະບະທີ່ບັນທຸກຊີມັງພໍມາຮອດ ຈຸດເກີດເຫດ, ລົດຄັນດັ່ງກ່າວໄດ້ມີການແຊງລົດຂຶ້ນຂ້າງໜ້າ, ແຕ່ບໍ່ພົ້ນລົດເສຍຫຼັກປິ້ນຕະແຄງໄປຟາກທາງອີກເບື້ອງໜຶ່ງ, ຈຶ່ງເຮັດໃຫ້ຜູ້ທີ່ນັ່ງຢູ່ກະບະ ຄື ທ້າວ ສຸດຕາ ເສຍຊີວິດ (ຫົວກະທົບຢ່າງຮຸນແຮງ), ສ່ວນທ້າວ ເຕ້ ໄດ້ຮັບບາດເຈັບພຽງເລັກໜ້ອຍ.

  ຕາມການສັນນິຖານເບື້ອງຕົ້ນຂອງເຈົ້າໜ້າທີ່ພົບວ່າ: ສາເຫດທີ່ພາໃຫ້ເກີດອຸບັດເຫດຄັ້ງນີ້ຍ້ອນລົດຮຸນໄດທີ່ບັນທຸກຊີມັງໄດ້ມີການບັນທຸກເກີນນໍ້າໜັກ, ແຊງບໍ່ຮັບປະ ກັນ, ຂາດການຊົງໂຕ, ຜູ້ຂັບບໍ່ສາມາດບັນຊາລົດໄດ້, ຈຶ່ງເຮັດໃຫ້ລົດເສຍຫຼັກແລະກໍ່ໃຫ້ເກີດອຸບັດເຫດຂຶ້ນ. ດັ່ງນັ້ນທາງເຈົ້າໜ້າທີ່ພວກເຮົາຈຶ່ງຢາກຂໍຮຽກຮ້ອງມາຍັງຜູ້ຂັບຂີ່ທຸກຄົນ, ຈົ່ງພ້ອມກັນປະຕິບັດລະບຽບຈະລາຈອນຢ່າງເຄັ່ງຄັດ, ເພື່ອຄວາມປອດໄພທັງຊີວິດ ແລະຊັບສິນຂອງພວກທ່ານນຳດ້ວຍ.

______________

ໜັງສືພິມເສດຖະກິດ-ສັງຄົມ