ຍົມມະລາດທຳລາຍສິນຄ້າຜິດກົດໝາຍ

  ໃນວັນທີ 9 ມັງກອນ 2020 ທີ່ສຳນັກງານປົກຄອງເມືອງຍົມມະລາດໄດ້ຈັດພິທີທຳລາຍສິນຄ້າໝົດອາຍ ລະສິນຄ້ານຳເຂົ້າບໍ່ຖືກຕ້ອງໂດຍເປັນປະທານ ທ່ານ ບຸນທັນ ສຸວັນນະລາດ ເຈົ້າເມືອງໆຍົມມະລາດ, ທ່ານ ແພງສະຫວັດ ເລືອງຄຳມາ ຫົວໜ້າຫ້ອງການອຸດສາຫະກຳ ແລະການຄ້າເມືອງຊຶ່ງມີບັນດາທ່ານຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ ແລະນາຍບ້ານອ້ອມຂ້າງເມືອງເຂົ້າຮ່ວມເປັນສັກຂີພິຍານຢ່າງພ້ອມພຽງ.

 ທ່ານ ແພງສະຫວັດ ເລືອງຄຳມາ ໄດ້ຂຶ້ນຜ່ານບົດລາຍງານວ່າ: ໃນວັນທີ 16-25 ທັນວາ 2019 ທີ່ຜ່ານມາຫ້ອງການອຸດສາຫະກຳ ແລະການຄ້າເມືອງ ແລະຫ້ອງ ການວິທະຍາສາດ ແລະເຕັກໂນໂລຊີຊຶ່ງເມືອງໄດ້ລົງກວດກາຫ້າງຮ້ານພາຍໃນເມືອງທີ່ຄາດໝາຍວ່າຈະມີການຊື້ຂາຍສິນຄ້າໝົດອາຍຸການນຳໃຊ້ໃນການຈັດຕັ້ງປະຕິບັດຕົວຈິງພື້ນຖານແມ່ນອີງໃສ່ກົດໝາຍວ່າດ້ວຍການປົກປ້ອງຜູ້ຊົມໃຊ້, ບົດບັນທຶກຄັ້ງຜ່ານມາໂດຍສົມທົບກັບການຈັດຕັ້ງອຳນາດການປົກຄອງບ້ານ ແລະ ຫົວໜ່ວຍທຸ ລະກິດຊຶ່ງສາມາດກວດໄດ້ທັງໝົດ 42 ຫົວໜ່ວຍ ໃນນັ້ນຮ້ານຄົນລາວ 17 ຫົວໜ່ວຍຮ້ານຄົນຫວຽດນາມ 25 ຫົວໜ່ວຍກວດພົບສິນຄ້າໝົດອາຍຸການນຳໃຊ້ທັງໝົດ 35 ຮ້ານ, ມີ 220 ລາຍ ການມູນຄ່າ 22,38 ລ້ານກີບ ໃນນັ້ນ ຮ້ານຂາຍເຄື່ອງຄົນລາວມີ 13 ຫົວໜ່ວຍ ມີ 85 ລາຍການລວມມູນຄ່າ 5,8 ລ້ານກີບ, ຮ້ານຂາຍເຄື່ອງຄົນຫວຽດນາມມີ 22 ຫົວໜ່ວຍມີ 135 ລາຍການ ມູນຄ່າ 16,5 ລ້ານກີບ ຊຶ່ງສິນຄ້າທີ່ກວດພົບວ່າໝົດອາຍຸສ່ວນໃຫຍ່ແມ່ນປະເພດເຄື່ອງສຳອາງ ແລະເຄື່ອງບໍລິໂພກເຊັ່ນ: ໝີ່, ເຂົ້າໜົມ, ນໍ້າຫວານ, ອາຫານເສີມ, ປາກະປ໋ອງ ແລະເຄື່ອງປຸງແຕ່ງອາຫານຕ່າງໆ.

ພາບຂ່າວ:

-------------

ຂຽນໂດຍ: ຄໍາພູວາ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ