ທນບ ໜ່ວຍບໍລິການເມືອງສັງທອງ ປ່ອຍສິນເຊື່ອຜ່ານ ອກສກ ໃຫ້ຜົນດີຕໍ່ຊາວບ້ານ

ທ່ານ ປັນຍາສະໄຫວ ຣັດຖະເສນາ ຫົວໜ້າທະນາຄານນະໂຍບາຍ (ທນບ) ໜ່ວຍບໍລິການເມືອງສັງທອງ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດຕໍ່ຜູ້ສື່ຂ່າວໃນວັນທີ 11 ມັງກອນຜ່ານມາໂດຍຢືນຢັນວ່າ: ສະພາບການຈັດຕັ້ງເຄື່ອນໄຫວວຽກງານປ່ອຍສິນເຊື່ອຜ່ານອົງການຈັດຕັ້ງການເມືອງ-ສັງຄົມ ແລະກອງທຶນຂັ້ນບ້ານ(ອກສກ)ຢູ່ບ້ານໃຫຍ່ນາຈະເລີນໄລຍະ 3 ເດືອນ(ແຕ່ເດືອນກັນຍາ-ພະຈິກ 2019) ບົນພື້ນຖານປະຕິບັດຕາມນະໂຍບາຍສິນເຊື່ອໃໝ່ຂອງ ທນບ ກໍ່ຄືລະບຽບສິນເຊື່ອຂອງທນບຜ່ານ ອກສກ ສະບັບເລກທີ 963/ທນບ ລົງວັນທີ 29 ພຶດສະພາ 2019 ແລະປະຕິບັດຕາມເນື້ອໃນແຈ້ງການສະບັບເລກ ທີ977/ທນບ, ລົງວັນທີ 3/6/2019 ກ່ຽວ ກັບການຄັດເລືອກຈຸດເຮັດທົດລອງປ່ອຍສິນເຊື່ອຜ່ານ ອກສກ ໃນຂອບເຂດທົ່ວປະເທດແລະການປ່ອຍສິນເຊື່ອຜ່ານ ອກສກ ແມ່ນການຖອດເອົາບົດຮຽນອັດດີເລີດ ຂອງທະນາຄານນະໂຍບາຍສັງຄົມຫວຽດນາມມາດັດສົມ ແລະເຮັດທົດລອງຢູ່ບາງບ້ານທີ່ ທນບ ເຄື່ອນໄຫວໃນຂອບເຂດທົ່ວປະເທດ, ເນື້ອແທ້ຂອງນະໂຍບາຍສິນເຊື່ອນີ້ແມ່ນການມອບສິດໃຫ້ຄະນະກໍາມະການຄຸ້ມຄອງສິນເຊື່ອຂອງ ທນບ ຂັ້ນບ້ານເປັນຜູ້ເຮັດໜ້າທີ່ແທນທະນາຄານໂດຍສະເພາະໃນຂະບວນວຽກສິນເຊື່ອທີ່ມີຜົນຕອບແທນເປັນເງິນບໍາເນັດໃຫ້ຄະນະກໍາມະການດັ່ງກ່າວເປັນລາຍເດືອນ.

  ສະເພາະຢູ່ເມືອງສັງທອງ ທນບ ໄດ້ເລືອກເອົາສອງບ້ານຕາມການເຫັນດີຮັບຮອງເອົາຂອງອົງການປົກຄອງເມືອງສັງທອງຄື: ບ້ານໄຮ່ເໜືອ ແລະບ້ານໃຫຍ່ນາຈະເລີນເປັນຈຸດເຮັດທົດລອງດັ່ງກ່າວຍ້ອນວ່າບ້ານໃຫຍ່ນາຈະເລີນເປັນບ້ານ 3 ສ້າງ ແລະຈຸດສຸມພັດທະນາຕາມແນວ ທາງຂອງພັກ-ລັດ ຖືກເງື່ອນໄຂ ແລະມີຄວາມພ້ອມຮອບດ້ານທີ່ຈະຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອ

  ໃໝ່ດັ່ງກ່າວໃຫ້ເປັນຮູບປະທໍາ ແລະ ເພື່ອເຮັດໃຫ້ນະໂຍບາຍສິນເຊື່ອໃໝ່ໄດ້ຮັບການຈັດຕັ້ງປະຕິບັດໃຫ້ທັນສະພາບການ ແລະໃນຕົ້ນເດືອນມິຖຸນາ 2019 ທ່ານ ວຸດທິ ເລື່ອນວິໄລວົງ ຄະນະພັກທະນາຄານແຫ່ງ ສປປ ລາວ, ຜູ້ອໍານວຍການ ທນບ ກໍ່ໄດ້ເຮັດວຽກກັບການນໍາຫຼັກແຫຼ່ງຂອງເມືອງສັງທອງ ແລະອໍານາດການປົກຄອງບ້ານໃຫຍ່ນາຈະເລີນກ່ຽວກັບ ແຜນການເຮັດທົດລອງປ່ອຍສິນເຊື່ອຂອງ ທນບ ຜ່ານ ອກສກແລະໃນເດືອນດຽວກັນ ທນບ ໄດ້ສົມທົບກັບອໍານາດການປົກຄອງບ້ານດັ່ງກ່າວຈັດກອງປະຊຸມເຜີຍແຜ່ລະບຽບສິນເຊື່ອ, ລະບຽບກູ້ຢືມລາຍກຸ່ມ ແລະຈັດຕັ້ງກຸ່ມກູ້ຢືມໃໝ່ໄດ້ທັງໝົດ 9 ກຸ່ມ,ມີ 54 ຄອບຄົວ ໃນວົງເງິນສະເໜີຂໍກູ້ຢືມທັງໝົດ 1,54 ຕື້ກີບ.

 ທ່ານຫົວໜ້າ ທນບ ໜ່ວຍບໍລິການເມືອງສັງທອງໄດ້ແຈ້ງສະພາບການຈັດຕັ້ງປະຕິບັດເພື່ອເຮັດໃຫ້ການຄຸ້ມຄອງ-ບໍລິຫານສິນເຊື່ອໃຫ້ໄດ້ຮັບຜົນດີ, ມີຄຸນນະພາບ; ອໍານາດການປົກຄອງເມືອງສັງທອງ, ໄດ້ອອກຂໍ້ຕົກລົງແຕ່ງຕັ້ງຄະນະກໍາມະການຄຸ້ມຄອງສິນເຊື່ອຂອງ ທນບ ຂັ້ນບ້ານບ້ານໃຫຍ່ນາຈະເລີນໂດຍຜັນຂະຫຍາຍເຂົ້າໃສ່ວຽກ ງານຕົວຈິງດ້ວຍການແບ່ງງານແບ່ງຂັ້ນຄຸ້ມຄອງ ແລະ ໜ້າທີ່ຄວາມຮັບຜິດຊອບຢ່າງລະອຽດຈະແຈ້ງເຮັດໃຫ້ສາມາດຈັດຕັ້ງການປ່ອຍເງິນກູ້ຢືມຢ່າງເປັນທາງການໃນທ້າຍເດືອນສິງຫາ 2019 ທີ່ສະໂມສອນບ້ານໃຫຍ່ນາຈະເລີນໃນຈໍານວນເງິນທັງໝົດ 1,52 ຕື້ກີບ ຊຶ່ງພາຍຫຼັງທີ່ປ່ອຍເງິນກູ້ດັ່ງກ່າວ, ທນບ ໜ່ວຍບໍລິການເມືອງສັງ ທອງ ໄດ້ສົມທົບກັບຄະນະກໍາມະການຄຸ້ມຄອງສິນເຊື່ອຂັ້ນບ້ານກວດກາການນໍາໃຊ້ເງິນກູ້ຕາມລະບຽບຂອງທະນາຄານ 30 ວັນ ແລະ ສາມາດນຳໃຊ້ເງິນກູ້ເຂົ້າໃນເປົ້າ ໝາຍຢ່າງຖືກຕ້ອງ ໃນນີ້: ເປົ້າໝາຍລ້ຽງງົວວົງເງິນກູ້ 1,5 ຕື້ກີບ, ມີ 8 ກຸ່ມ, 54 ຄອບຄົວ, ຈໍານວນຄັງລ້ຽງງົວ 54 ຄັງ, ຊື້ງົວໄດ້ທັງໝົດ 300 ໂຕ; ເປົ້າໝາຍປູກນາປີໃນວົງເງິນກູ້ 25 ລ້ານກີບ, ມີ 1 ກຸ່ມ, 5 ຄອບຄົວ, ເນື້ອທີ 12,5 ເຮັກຕາ, ໄດ້ເຂົ້າ 35 ໂຕນ.

  ທ່ານ ປັນຍາສະໄຫວ ຣັດຖະເສນາ ໄດ້ເປີດເຜີຍເຖິງຜົນສຳເລັດໃນເບື້ອງຕົ້ນກ່ອນອື່ນແມ່ນໄດ້ຮັບການສະໜັບສະໜູນ, ຮ່ວມມື, ຊ່ວຍເຫຼືອ ແລະຊີ້ນໍາຢ່າງໃກ້ຊິດຈາກອໍານາດການປົກຄອງເມືອງສັງທອງ ແລະຄະນະອໍານວຍການ ທນບ; ມີນະໂຍບາຍ, ລະບຽບການ, ນິຕິກໍາ ແລະ ຄູ່ມືກ່ຽວກັບວຽກງານວິຊາສະເພາະເປັນຕົ້ນລະບຽບສິນເຊື່ອຜ່ານ ອກສກ, ສັນຍາມອບສິດທີ່ເປັນພື້ນຖານສໍາຄັນໃຫ້ແກ່ການຈັດຕັ້ງ ແລະ ວາງແຜນເຄື່ອນໄຫວຮ່ວມກັບທະນາຄານ; ມີການແບ່ງງານແບ່ງການຄຸ້ມຄອງ ແລະແບ່ງໜ້າທີ່ຄວາມຮັບຜິດຊອບລະອຽດຈະແຈ້ງພາຍໃນຄະນະກໍາມະການຄຸ້ມຄອງສິນເຊື່ອຂອງ ທນບ ຂັ້ນບ້ານບ້ານໃຫຍ່ນາຈະເລີນ; ຄະນະກຸ່ມກູ້ຢືມເງິນເອົາໃຈໃສ່ປະຕິບັດໜ້າທີ່ຄວາມຮັບຜິດຊອບຕາມພາລະບົດບາດຕາມສັນຍາມອບສິດຂອງຕົນສະແດງອອກເປັນເຈົ້າການຮັບຊໍາລະໜີ້ດອກເບ້ຍປະຈໍາເດືອນຕາມການຄິດໄລ່ຂອງທະ ນາຄານຈາກສະມາຊິກກຸ່ມກູ້ຢືມເງິນໄດ້ 100% ທຸກໆເດືອນພາຍໃຕ້ຄວາມຮັບຜິດຊອບຂອງຄະນະກໍາມະການຂັ້ນບ້ານ, ພ້ອມນີ້ສະມາຊິກກຸ່ມກູ້ຢືມກໍ່ມີຄວາມຕື່ນຕົວມີສະຕິໃນການປະຕິບັດສັນຍາກູ້ຢືມເງິນຢ່າງເຂັ້ມງວດ;ຮັບການເອົາໃຈໃສ່ຕິດຕາມ,ຊຸກຍູ້ ແລະໃຫ້ຄຳແນະນໍາຢ່າງໃກ້ຊິດຈາກ ທນບ ໜ່ວຍບໍລິການເມືອງສັງທອງເປັນຕົ້ນການຄຸ້ມຄອງ-ບໍລິຫານທີ່ເປັນລະບົບ, ແນະນໍາທາງດ້ານວິຊາການສິນເຊື່ອນັບແຕ່ວຽກສ້າງແຜນ, ສັງລວມແຜນ, ກວດການໍາໃຊ້ເງິນກູ້, ວຽກເກັບກູ້ໜີ້, ສໍາເນົາສັນຍາກູ້ຢືມເງິນ ແລະຖານະເງິນກູ້ປະຈໍາແຕ່ລະເດືອນເປັນປົກກະຕິ; ພ້ອມທັງມີການສະຫຼຸບລາຍງານ, ຕີລາຄາການການຈັດຕັ້ງເຄື່ອນໄຫວ ແລະຖອດຖອນບົດຮຽນເປັນໄລ ຍະ ແລະໃນທ້າຍເດືອນທັນວາ 2019, ທນບ ໜ່ວຍບໍລິການ 6 ແຫ່ງ ຈາກແຂວງໄຊສົມບູນ ແລະ ແຂວງບໍລິຄໍາໄຊ ໄດ້ມາຖອດຖອນບົດຮຽນການຈັດຕັ້ງເຄື່ອນໄຫວວຽກງານການປ່ອຍສິນເຊື່ອຜ່ານ ອກສກ ຢູ່ບ້ານໃຫຍ່ນາຈະເລີນເພື່ອນໍາໄປຜັນຂະຫຍາຍວຽກງານດັ່ງກ່າວຢູ່ທ້ອງຖິ່ນ.

  ແຜນວຽກຈຸດສຸມໃນຕໍ່ໜ້າຍັງຈະສືບຕໍ່ເຜີຍແຜ່ໂຄສະນາ, ຈັດຕັ້ງປະຕິບັດລະບຽບສິນເຊື່ອຜ່ານ ອກສກ ໃຫ້ໄດ້ຮັບປະສິດທິພາບ; ສືບຕໍ່ຕິດຕາມການອະນຸມັດແຫຼ່ງທຶນສິນເຊື່ອປະຈໍາປີ 2020 ຈໍານວນ ເງິນທັງໝົດ 1,24 ຕື້ກີບ ໃນນີ້ມີເປົ້າໝາຍປູກເຂົ້ານາປີ 216 ລ້ານກີບ,ລ້ຽງງົວ 1,03 ຕື້ກີບ;ສືບຕໍ່ສົມທົບໃນວຽກກວດກາ ແລະປະເມີນປະສິດທິຜົນການນໍາໃຊ້ເງິນກູ້ປະຈໍາ 6 ເດືອນ ແລະ ປະຈໍາປີຕາມລະບຽບສິນເຊື່ອຂອງທະນາຄານ;ເອົາໃຈໃສ່ຕິດຕາມຊຸກຍູ້ຫົວໜ້າກຸ່ມ-ຮອງກຸ່ມກູ້ຢືມເງິນບ້ວງເກົ່າ ແລະ ບ້ວງໃໝ່, ປະຕິບັດຕາມບາດລະບົດໜ້າທີ່, ຍົກສູງຄວາມຮັບຜິດຊອບໃຫ້ໄດ້ຮັບປະສິດທິພາບດີກວ່າເກົ່າ ແລະ ສະຫຼຸບລາຍງານ, ຕີລາຄາປະເມີນການເຄື່ອນ ໄຫວ ແລະຖອດຖອນບົດຮຽນເປັນໄລຍະ; ປີ 2020 ຈະສືບຕໍ່ຂະຫຍາຍການປ່ອຍສິນເຊື່ອຜ່ານ ອກສກ ຢູ່ບ້ານທີ່ຄົບເງື່ອນໄຂໃຫ້ໄດ້ 5-10 ບ້ານ.

__________

ຂຽນໂດຍຣັດສະໝີ ດວງສັດຈະ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ