ເລື່ອງອະສັງຫາຄິດຫາ ຊັບສິນ ພຣັອບເພີຕີ

  ບໍລິສັດ ຊັບພະສິນພຣັອບເພີຕີ ບໍລິສັດໜຶ່ງທີ່ດຳເນີນທຸລະກິດກ່ຽວກັບອະສັງຫາລິມະຊັບມາດົນສົມຄວນ ແລະທຸກໂຄງການບໍລິສັດແມ່ນຈະຈັດກິດຈະກຳຄືນກຳໄລໃຫ້ລູກຄ້າເຮັດໃຫ້ຕະຫຼອດໄລຍະຜ່ານມາປະຈຸບັນໄດ້ຮັບຄວາມເຊື່ອໝັ້ນຢ່າງຕໍ່ເນື່ອງຂະນະທີ່ປີ 2020 ທາງບໍລິສັດແມ່ນພ້ອມ ແລະຈັດກິດຈະກຳຫຼາຍຂຶ້ນພ້ອມມີສ່ວນຫຼຸດຈ່າຍສົດຜ່ອນເພື່ອໃຫ້ຜູ້ມີເງິນນ້ອຍມີທີ່ຢູ່ອາໃສໂດຍທາງບໍລິສັດກຽມອີກ 3 ໂຄງການເມືອງໄຊທານີ.

 ເມື່ອບໍ່ດົນມານີ້ທ່ານ ນາງ ສັບພະສິນ ພອນສະຫວັນ ຜູ້ອຳນວຍການບໍລິສັດຊັບສິນ ພຣັອບເພີຕີ ຈຳກັດຜູ້ດຽວ ໃຫ້ສຳພາດກັບທີມຂ່າວເສດຖະກິດ-ສັງຄົມວ່າ: ນັບແຕ່ຈົດທະບຽນເປັນບໍລິສັດອະສັງຫາລິມະຊັບໃນປີ 2013 ມາຮອດປະຈຸບັນໄດ້ 5 ປີ, ໂດຍກິດຈະກຳຫຼັກໆທີ່ດຳເນີນແມ່ນແບ່ງຂາຍດິນຈັດສັນ, ປຸກເຮືອນໃຫ້ເຊົ່າ ແລະ ມີທີ່ດິນໃຫ້ເຊົ່າໃນການດຳເນີນທຸລະກິດບໍລິສັດໄດ້ຖືສຳຄັນຄວາມເປັນເອກະລັກຂອງບໍລິສັດເປັນສ່ວນຫຼາຍກໍຄືການບໍລິການຕ້ອງມີລະບົບຢ່າງດີລະບົບທີ່ດຳເນີນໃນບໍລິ ສັດແມ່ນເລີ່ມຈາກການເລືອກດິນໃຫ້ໄດ້ຕາມມາດຕະຖານທີ່ຕ້ອງການ.

   ທ່ານ ນາງ ສັບພະສິນ ພອນສະຫວັນ ໃຫ້ຮູ້ອີກວ່າ: ທຸກໂຄງການລູກຄ້າສາມາດຈ່າຍໄດ້ຫຼາຍຊ່ອງທາງຄື: ຈ່າຍສົດ 100% ຂອງມູນຄ່າດິນຈະໄດ້ຮັບສ່ວນຫຼຸດປະ ມານ 8-10% ລວມທັງຂອງແຖມເປັນຄຳ, Gift Voucher, ດິນບ໋ອກສ່ວນຊ່ອງທາງທີ່ສອງຈ່າຍກ່ອນເຄິ່ງໜຶ່ງ ແລະອີກເຄິ່ງໜຶ່ງໄດ້ໃບຕາດິນແລ້ວຈິ່ງຈ່າຍແມ່ນຈະໄດ້ຮັບສ່ວນຫຼຸດ 5% ພ້ອມ Gift Voucher ແລະດິນບ໋ອກ, ຊ່ອງທາງທີ 3 ຈ່າຍ 30% ຂອງມູນຄ່າດິນ ແລະ ສ່ວນທີ່ເຫຼືອແມ່ນຈ່າຍຜ່ອນ 12-16 ເດືອນຂຶ້ນຢູ່ກັບລາຄາຂອງດິນແລະ ຄວາມສາມາດຈ່າຍຂອງລູກຄ້າ,ພິເສດອີກຢ່າງໜຶ່ງເນື່ອງໃນໂອກາດຕ້ອນຮັບປີໃໝ່ສາກົນນີ້, ທາງບໍລິສັດໄດ້ຈັດສົ່ງເສີມການຂາຍເປັນພິເສດຂຶ້ນ ເພື່ອເປັນ ການຄືນກຳໄລໃຫ້ກັບລູກຄ້າ, ທັງເປັນທາງເລືອກໃໝ່ອີກໜຶ່ງທາງ, ນອກຈາກໃຫ້ຈ່າຍຜ່ອນໃນລາຄາ 5 ລ້ານກີບ ແລ້ວມີເຄື່ອງແຖມທີ່ເປັນຄຳ, ວັດສະດຸກໍ່ສ້າງ ແລະພິເສດສຸດທີ່ຄິດວ່າຍັງບໍ່ມີບໍລິສັດໃດຈັດກໍ່ຄືການຄືນກຳໄລໃຫ້ລູກຄ້າໂດຍພຽງແຕ່ລູກຄ້າຊື້ດິນປະໄວ້ເພື່ອເກງກຳໄລ ແລະຖ້າເວລາຜ່ານໄປມູນຄ່າຂອງດິນເພີ່ມ ຂຶ້ນລູກຄ້າຈະໄດ້ເງິນຄືນຕັ້ງແຕ່ມື້ຊື້ໄປຈົນເຖິງຄົບ 1 ປີ ໃນອັດຕາດອກເບ້ຍ 1% ຂອງມູນຄ່າດິນຕໍ່ເດືອນ ຫຼື 12% ຕໍ່ປີອີກດ້ວຍ.

  ໄລຍະ 1 ປີຜ່ານມາບໍລີສັດເປີດ 3 ໂຄງການຢູ່ທາງ13 ໃຕ້ ແລະໂນນຄໍປິດຂາຍ ແລະຍັງໂຄງການສຸດທ້າຍເປັນໂຄງການໃຫຍ່ຢູ່ບ້ານໂພນໄຮຄຳມີເນື້ອທີ 20 ເຮັກຕາ ແບ່ງຂາຍ 500 ກວ່າຕອນຊຶ່ງມາຮອດປະຈຸບັນດິນແບ່ງຂາຍໄປ ແລ້ວ 60% ແລະ 40% ແມ່ນສືບຕໍ່ຂາຍ ແລະ ແຜນປີ 2020 ແມ່ນຈະສ້າງໂຄງການອີກ 2-3 ໂຄງການໂດຍສະເພາະແມ່ນຈະຢູ່ເມືອງໄຊທານີ ແລະ ທາງບໍລິສັດພ້ອມນຳເອົາສິ່ງດີໆ ເພື່ອໃຫ້ລູກຄ້າຜູ້ທີ່ເພິ່ນຕ້ອງການມີເງິນນ້ອຍສາມາດເຂົ້າເຖິງເລືອກຊື້ເປັນເຈົ້າຂອງໄດ້.

 ແນວໃດກໍ່ຕາມທ່ານໃດຕ້ອງການດິນ ແລະທີ່ຢູ່ອາໄສ່ກໍ່ສາມາດເຂົ້າໄປປຶກສາກັບບໍລິສັດຊັບສິນພຣ້ອມເພີຕີ້ ຈຳກັດຜູ້ດຽວສະຖານທີ່ຫ້ອງການເພິ່ນຢູ່ບ້ານດ່ານຊ້າງເມືອງໄຊທານີ ນະຄອນຫຼວງວຽງຈັນ ຫຼື ຕິດຕໍ່ສອບຖາມໄດ້ທີໝາຍເລກໂທລະສັບ55799782-020 52366289.

____________

ຂຽນໂດຍ: ບຸນນິກ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ

ໂທ: 021 313645, 316511