ສະໝຸນໄພພື້ນບ້ານຊ່ວຍເສີມສ້າງແຮ່ທາດ ໃນຮ່າງກາຍ

 ໃນນໍ້າຜັກຈະມີສານອາຫານແຮ່ທາດທີ່ ຊ່ວຍຟື້ນຟູການເຮັດວຽກຂອງອະໄວຍະວະທຸກສ່ວນໃນຮ່າງກາຍ  ແລະຍັງຊ່ວຍໃຫ້ການເຮັດວຽກຂອງ 5 ລະບົບຄື: ລະບົບການດູດຊຶມ, ລະບົບ ທາງເດີນຫາຍໃຈ, ລະບົບການໄຫຼວຽນຂອງເລືອດ, ລະບົບພູມຄຸ້ມກັນ ແລະລະບົບຕ່ອມໄຣທໍ່. ສ່ວນປະສົມ:

  1. ຜັກກາດນາ 2 ໃບ.
  2. ຜັກເຊເລີຣີ 1 ຕົ້ນ.
  3. ໝາກເລັ່ນໃຫຍ່ 1 ໜ່ວຍ.
  4. ຫົວຜັກບົ່ວໃຫຍ່ 1/4 ຫົວ.
  5. ນໍ້າເຜິ້ງ 2 ບ່ວງກາເຟ.
  6. ນໍ້າໝາກນອດ ຫຼື ນ້ຳໝາກນາວ 1 ໜ່ວຍ.
  7. ແອັບເປິ້ນ 1/2 ໜ່ວຍ.
  8. ນໍ້າສະອາດ 2 ຈອກ.

ວິທີເຮັດ: ນໍາເອົາສ່ວນປະກອບທັງໝົດ ໄປລ້າງ ໃຫ້ສະອາດ ແລ້ວປະວາງໄວ້ໃຫ້ສະເດັດນໍ້າຫຼັງຈາກນັ້ນ, ກໍເອົາທຸກຢ່າງລົງໃສ່ເຄື່ອງປັ່ນ (ຍົກເວັ້ນນໍ້າ ເຜິ້ງ ແລະນໍ້າໝາກນາວ) ປັ່ນຈົນລະອຽດດີແລ້ວ ຈຶ່ງ ໃສ່ນໍ້າໝາກນາວ  ແລະນໍ້າເຜິ້ງປັ່ນອີກຄັ້ງ ຖອກໃສ່ຈອກ ແລ້ວດື່ມທັນທີ ເພື່ອຈະບໍ່ເສຍຄຸນຄ່າທາງອາຫານ.

 

ຮຽບຮຽງໂດຍ: ຟ້າ