ສູນວັດທະນະທຳຈີນ ປະຈຳລາວ ສະຫຼອງປີໃໝ່ຈີນ

 ໃນລະຫວ່າງວັນທີ 11-12 ມັງກອນ ທີ່ຫໍວັດທະນະທໍາແຫ່ງຊາດນະຄອນຫຼວງວຽງຈັນ ສູນວັດທະນະທໍາຈີນປະຈໍາລາວຮ່ວມກັບພະແນກວັດທະນະທໍາວິທະຍຸໂທລະ ພາບ ແລະການທ່ອງທ່ຽວນະຄອນເສິງຕູ່ ສປ ຈີນ ໄດ້ຈັດງານ “ບຸນມະໂຫລານເທດສະການກຸດຈີນປະຈໍາປີ 2020 ໂດຍເປັນກຽດການເຂົ້າຮ່ວມຂອງທ່ານກິແກ້ວ ໄຂຄໍາພິທູນ ລັດຖະມົນຕີກະຊວງຖະແຫຼງຂ່າວວັດທະນະທໍາ ແລະທ່ອງທ່ຽວ, ທ່ານ ຈ່ຽງ ຈ້າຍຕົ່ງ ເອກອັກຄະລັດຖະທູດຈີນປະຈໍາ ສປປ ລາວ, ມີບັນດາທູຕານຸທູດປະເທດຕ່າງໆປະຈໍາລາວ, ພີ່ນ້ອງຊາວລາວພ້ອມດ້ວຍຕາງໜ້າທຸລະກິດຈີນ ແລະຊາວຈີນເຂົ້າຮ່ວມ.

  ການສະເຫຼີມສະຫຼອງບຸນກຸດຈີນຢູ່ນະຄອນຫຼວງວຽງຈັນ ດ້ວຍບັນຍາກາດຄຶກຄື້ນຊຶ່ງປີນີ້ກໍ່ເປັນປີ 6 ແລ້ວເພື່ອເປັນການຊົມເຊີຍຕໍ່ຜົນສໍາເລັດອັນຈົບງາມຂອງປີທ່ອງ ທ່ຽວລາວ-ຈີນ 2019 ທີ່ຜ່ານມາ, ພ້ອມນັ້ນກໍ່ເປັນການເປີດສັກກະຫຼາດໃໝ່ແຫ່ງການຮ່ວມມືແລກປ່ຽນທາງດ້ານວັດທະນະທໍາ ແລະທ່ອງທ່ຽວລາວ-ຈີນ ນັບມື້ກ້າວສູ່ລວງເລີກ ແລະແຕກດອກອອກຜົນງອກງາມຍິ່ງໆຂຶ້ນ.

 ໃນງານກຸດຈີນປີນີ້ຍັງມີການວາງສະແດງສິນຄ້າຫັດຖະກໍາທີ່ເປັນມໍລະດົກວັດທະນາທໍາຂອງຈີນຄື: ວາງສະແດງດ້ານປະເພນີຈີນ, ການຫຼິ້ນເກມແບບພື້ນເມືອງຂອງຈີນ, ການທວາຍ ແລະກິດຈະກໍາອື່ນໆອີກຢ່າງຫຼວງຫຼາຍ, ບັນດາພໍ່ຄົວທີ່ມີຊື່ສຽງຂອງຈີນກໍໄດ້ສະແດງເຕັກນິກ ແລະ ວັດທະນະທໍາການປຸງແຕ່ງອາຫານຈີນທີ່ມີຊີວິດຊີວາ, ອາຫານທີ່ມີສີສັນສວຍງາມກິ່ນທີ່ຫອມຫວນ ແລະລົດຊາດທີ່ແຊບຊ້ອຍເຮັດອອກມາທໍ່ໃດກໍ່ໝົດກ້ຽງ, ຮູບແຕ້ມນໍ້າຕານ, ຮູບແຕ້ມເປືອກໄຂ່, ການປັ້ນຕຸກກະຕາແປ້ງ, ໜັງປະລັດຕື້ ແລະການວາງສະແດງອື່ນໆ.

----------  

  ນອກນີ້ຍັງໄດ້ຮັບຊົມການສະແດງກາຍະສິນລະດັບສູງໜ້າປະທັບໃຈຈາກນັກສະແດງຈາກໂຮງຮຽນວັດທະນະທໍາແລະສິລະປະນະຄອນເສິງຕູ່, ບົດຟ້ອນ, ້ອງເພງ, ງິ້ວວູຊາ ແລະມາຍາກົນ. ພ້ອມນີ້ຍັງມີກິດຈະກໍາຈັບສະຫຼາກແຈກລາງວັນໃຫ້ຜູ້ໂຊກດີເຂົ້າຮ່ວມງານດັ່ງກ່າວອີກຫຼາກຫຼາຍລາງວັນເຊັ່ນ: ຜະລິດຕະພັນຮຸ່ນໃໝ່ຫຼ້າສຸດຈາກຫົວເຫວີຍ ແລະອັອບໂປ້, ໂມງ, ສາຍຟັງຫູບໍ່ມີສາຍ, ຕຸກກະຕາ ແລະອື່ນໆ.

 ____________

ຂຽນໂດຍ: ວົງມະນີ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ

ໂທ: 021 313645, 316511