ເມືອງຫີນບູນປັກດຳເຂົ້ານາແຊງໄດ້ແລ້ວ 75%

ການປັກດຳເຂົ້ານາແຊງ ຂອງຊາວກະສິກອນເມືອງຫີນປູນ ແຂວງຄຳມ່ວນ ມາຮອດປະຈຸບັນ ແມ່ນສຳເລັດ 700 ກວ່າເຮັກ ຕາ ຫຼື ເທົ່າກັບ 75% ຂອງເນື້ອ ທີ່ແຜນການ 1000 ເຮັກຕາ ຊຶ່ງ ຄາດວ່າສຳເລັດທັງໝົດໃນທ້າຍ ເດືອນມັງກອນນີ້.

ທ່ານ ກວາງທອງ ກົມມະເກດ ຮອງຫົວໜ້າຫ້ອງການກະສິກຳ ແລະປ່າໄມ້ເມືອງຫີນບູນແຂວງ ຄຳມ່ວນກ່າວວ່າ: ໃນລະດູນາ ແຊງສົກປີ 2019-2020 ເມືອງ ຫີນບູນມີເນື້ອທີ່ແຜນການ 1.000 ເຮັກຕາ ໃນ 25 ໂຄງການຊົນ ລະປະທານ ຊຶ່ງຄະນະການນຳໃນ ຂັ້ນເມືອງກໍ່ຄືຂະແໜງການທີ່ກ່ຽວ ຂ້ອງກໍ່ໄດ້ລົງຊຸກຍູ້ປຸກລະດົມໃຫ້ພໍ່ ແມ່ປະຊາຊົນໄດ້ມີຄວາມຕື່ນຕົວ ໃນການຜະລິດສະບຽງອາຫານ ແລະຜະລິດເປັນສິນຄ້າໃຫ້ເປັນຂະ ບວນການຟົດຟື້ນ ແລະປະກອບ ສ່ວນໃນການປັບປຸງ, ສ້ອມແປງລະ ບົບຊົນລະປະທານ, ຄອງເໝືອງ ຕ່າງໆເພື່ອເຮັດໃຫ້ການຜະລິດໄດ້ ທ່ວງທັນກັບລະດູການ, ຮັບປະກັນການສະໜອງນໍ້າໄດ້ຢ່າງພຽງ ພໍຕາມເນື້ອທີ່ຄາດຄະເນໄວ້ ຊຶ່ງ ຊາວກະສິກອນແມ່ນໄດ້ເລີ່ມລົງມື ຕົກກ້າແຕ່ວັນທີ 24 ພະຈິກ 2019 ແລະເລີ່ມລົງມືການປັກດຳໃນທ້າຍ ເດືອນທັນວາມາຮອດປະຈຸບັນ ແມ່ນສາມາດປັກດຳໄດ້ແລ້ວ 700 ກວ່າ ເຮັກຕາ ຫຼື ເທົ່າກັບ 75%  ຂອງເນື້ອທີ່ຕາມແຜນການ, ຄາດວ່າ ຈະໃຫ້ສຳເລັດການປັກດຳ 100%  ໃນທ້າຍເດືອນມັງກອນ 2020 ນີ້.

  ສ່ວນທາງດ້ານການຜະລິດພືດ ລະດູແລ້ງຕາມເນື້ອທີ່ແຜນການ 1.700 ກວ່າເຮັກຕາ ສະເພາະປີນີ້ແມ່ນເຫັນວ່າພໍ່ແມ່ປະຊາຊົນແມ່ນ ມີຄວາມຕື່ນຕົວໃນການປະກອບ ອາຊີບປູກຝັງ ແລະຜະລິດເປັນສິນ ຄ້າໃນນັ້ນອັນທີ່ພົ້ນເດັ່ນແມ່ນການ ປູກຢາສູບຂອງປະຊາຊົນບ້ານ ແມງ ຊຶ່ງມີເນື້ອທີ່ປະມານ 35 ເຮັກຕາ ປະຈຸບັນແມ່ນກຳລັງລົງມື ເກັບກ່ຽວ, ສ່ວນພືດຜັກອື່ນໆກໍ່ ເຫັນວ່າເປັນຂະບວນຟົດຟື້ນໂດຍ ສະເພາະການປູກມັນຕົ້ນ, ໝາກ ຖົ່ວ, ໝາກແຕງ, ສາລີ ແລະພືດຜັກ ຕ່າງໆ.

--------

ຂ່າວ: ກອງຄຳ