ຜະລິດກາເຟຄຸນນະພາບອີກໜຶ່ງທ່າແຮງໃນການພັດທະນາຄອບຄົວ ແລະຊຸມຊົນ

  ຂະແໜງກະສິກຳ ແລະປ່າໄມ້ແມ່ນອົງປະກອບໜຶ່ງທີ່ສຳຄັນ ຂອງເສດຖະກິດໂດຍແມ່ນສະມາຊິກຜູ້ຜະລິດກາເຟຄຸນນະພາບ ຊຶ່ງ ເປັນທ່າແຮງໃນການພັດທະນາ ຄອບຄົວ ແລະຊຸມຊົນຕາມແຜນ ຍຸດທະສາດຂອງລັດຖະບານໂດຍ ມີສະມາຊິກທັງໝົດ 36 ກຸ່ມມີ 46 ບ້ານ ແລະ ມີ 1.032 ຄອບຄົວ ຢູ່ເຂດພູພຽງບໍລິເວນຄື: ເມືອງ ປາກຊ່ອງ ແຂວງຈຳປາສັກ, ເມືອງ ເລົ່າງາມແຂວງສາລະວັນ ແລະ ເມືອງທ່າແຕງ ແຂວງເຊກອງ.

  ທ່ານ ນາງ ສີແກ້ວ ສີລາເພັດ ສະມາຊິກຜູ້ຜະລິດກາເຟຄຸນນະ ພາບຕາງໜ້າກຸ່ມຜູ້ຜະລິດບ້ານຫຼັກ ຂາວ ເມືອງທ່າແຕງ ແຂວງເຊ ກອງປະກອບຄຳເຫັນຕໍ່ກອງປະຊຸມໃຫຍ່ຄັ້ງທີ VI ຂອງຜູ້ແທນ ອົງຄະນະພັກເມືອງທ່າແຕງໃນ ທ້າຍເດືອນທັນວາ 2019 ຜ່ານມາ ໂດຍໄດ້ຍົກໃຫ້ເຫັນມູນເຊື້ອ ແລະ ຜົນງານຂອງສະມາຊິກສະຫະ ກອນຜູ້ຜະລິດກາເຟຄຸນນະພາບ ຕະຫຼອດໄລຍະການກໍ່ຮ່າງສ້າງ ຕົວແຕ່ປີ 2010 ເປັນຕົ້ນມາ ຊຶ່ງ ເລີ່ມຈາກການຜ່ານຜ່າຄວາມຫຍຸ້ງ ຍາກຫຼາຍດ້ານເປັນຕົ້ນ: ລາຄາຜົນ ຜະລິດກາເຟຕົກຕໍ່າ, ການເອົາລັດ ເອົາປຽບດ້ານປະລິມານ ແລະຄຸນ ນະພາບ, ເວລາຂອງການນໍາສົ່ງ ລວມໄປເຖິງຂອດການຮັບເງິນທີ່ຂາຍຜົນຜະລິດໄປແລ້ວນັ້ນ.

 ທ່ານ ນາງ ສີແກ້ວ ສີລາເພັດ ສະມາຊິກຜູ້ຜະລິດກາເຟຄຸນນະ ພາບກ່າວວ່າ: ໂດຍເລັ່ງເຫັນຂໍ້ຕົກ ລົງສະບັບເລກທີ 1380 ຂອງລັດຖະບານກໍຄືກະຊວງກະສິກຳ ແລະປ່າໄມ້ ແລະລະບຽບຂອງສະຫະກອນ,ຈາກການເຂົ້າເປັນສະມາຊິກສະຫະກອນໃນປີ 2016 ເຖິງ ປະຈຸບັນ ລວມມີສະມາຊິກທັງໝົດ12ຄອບຄົວ ຊຶ່ງສາມາດສົ່ງອອກກາເຟໝາກແດງເພີ່ມຂຶ້ນໃນແຕ່ລະ ປີ, ມາຮອດປະຈຸບັນສົ່ງອອກໄດ້ 300 ກວ່າໂຕນ ( 342 ໂຕນ) ລວມມູນຄ່າ 5 ຕື້ກວ່າກີບ ພ້ອມ ດ້ວຍເງິນການຄ້າເປັນທໍາກວ່າ 80 ລ້ານກີບ ການຜະລິດກາເຟຄຸນນະພາບປະກອບດ້ວຍອຸປະກອນຜະລິດທີ່ສຳຄັນເຊັ່ນ:ເຄື່ອງອິ້ວ ຫຼື ເຄື່ອງສີຄັດເມືອກ,ໂຮງເຮືອນ, ອຸ ປະກອນການຕາກ, ການຕະຫຼາດ ແລະງົບປະມານອື່ນໆ, ໂດຍແມ່ນ ສະຫະກອນ ຫຼື (GPG) ເປັນຜູ້ ສະໜັບສະໜູນຫຼັກ.

 ຕະຫຼອດໄລຍະຊຸມປີຜ່ານມານັ້ນ, ການສົ່ງອອກກາເຟຂອງກຸ່ມ ຜະລິດກາເຟຄຸນນະພາບແມ່ນມີຄວາມສະດວກສະບາຍໃນແຕ່ ລະປີ,ພ້ອມທັງຮັບປະກັນຄວາມ ໂປ່ງໃສ-ສາມາດກວດສອບໄດ້ ໂດຍບໍ່ໄດ້ກັງວົນນຳປະລິມານ ແລະລາຄາຜົນຜະລິດ ຊຶ່ງພຽງ ແຕ່ເປັນເຈົ້າການປະຕິບັດລະບຽບ ການຜະລິດໃຫ້ຖືກຕ້ອງຕາມເຕັກນິກການຜະລິດຄຸນນະພາບຂອງ ສະຫະກອນ, ທັງນີ້ການເຂົ້າເປັນກຸ່ມຜະລິດກາເຟຄຸນນະພາບສາ ມາດເຮັດໃຫ້ລາຄາສູງກວ່າເທົ່າ ຕົວສາມາດຊ່ວຍພັດທະນາຄອບ ຄົວ ແລະຊຸມຊົນໃຫ້ດີຂຶ້ນເທື່ອລະ ກ້າວ.

  ໃນຊຸມປີຕໍ່ໜ້າກຸ່ມຜະລິດກາ ເຟຄຸນນະພາບບ້ານຫຼັກຂາວເມືອງ ທ່າແຕງ ແຂວງເຊກອງ ຈະບໍ່ມີ ຄຳວ່າຢຸດ, ຈະສືບຕໍ່ຂະຫຍາຍສະ ມາຊິກ ແລະການຜະລິດຕື່ມອີກ ໂດຍເນັ້ນໃສ່ຜູ້ທີ່ມີເງື່ອນໄຂ-ທ່າ ແຮງໃຫ້ຫັນມາໃສ່ໃຈຜະລິດຕາມ ມາດຖານກະສິກຳສະອາດ-ປອດ ສານພິດ ແລະ ຕອບສະໜອງໄດ້ ຕາມການບໍລິໂພກທັງພາຍໃນ ແລະ ສົ່ງອອກຢ່າງກວ້າງຂວາງພ້ອມ ທັງຮັບປະກັນໃຫ້ຍືນຍົງຕະຫຼອດ ໄປ.

---------

ຂ່າວ: ສະຫຍາມ ຈັນທະສອນ