35 ຫົວໜ່ວຍຮ່ວມວາງສະແດງທີ່ຕະຫຼາດນັດກຳແພງເມືອງ

   ວັນທີ 30 ມັງກອນຜ່ານມາທີ່ແຫຼ່ງທ່ອງທ່ຽວກຳແພງເມືອງວຽງຈັນ ບູຮານບ້ານໜອງໄຮ ໄດ້ມີພິທີເປີດງານຕະຫຼາດນັດວາງສະແດງຂາຍຜະລິດຕະພັນສິນຄ້າກະສິກຳ, ອຸດສາຫະກຳ, ຫັດຖະກຳຂອງຄອບຄົວຕົວແບບ ແລະສິນຄ້າໂອດັອບຄັ້ງທີ V ປະຈຳປີ 2019 ຂອງເມືອງຫາດຊາຍຟອງໂດຍເຂົ້າຮ່ວມຂອງທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ວົງເດືອນ ບຸນຍະແສງ ເຈົ້າເມືອງຫາດຊາຍຟອງ, ທ່ານ ສີວຽງຄຳ ທຳມະວົງ ຜູ້ສຳປະທານແຫຼ່ງທ່ອງທ່ຽວກຳແພງເມືອງ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຕະຫຼອດຮອດຊາວຄ້າຂາຍ, ຫົວໜ່ວຍທຸລະກິດເຂົ້າຮ່ວມ.

  ທ່ານ ວັນທະນູສິນ ອິນທະສີນາ ຫົວໜ້າຫ້ອງການອຸດສາຫະກຳ ແລະການຄ້າເມືອງຫາດຊາຍຟອງກ່າວວ່າ: ຈຸດປະສົງຂອງການຈັດງານໃນຄັ້ງນີ້ເພື່ອເປັນການກະຕຸກຊຸກຍູ້, ສົ່ງເສີມການຜະລິດສິນຄ້າຂອງພໍ່ແມ່ປະຊາຊົນໃຫ້ນັບຂະຫຍາຍຕົວຂຶ້ນເລື້ອຍໆ, ຕາມທິດໜຶ່ງບ້ານໜຶ່ງຜະລິດຕະພັນ, ໜຶ່ງເມືອງບໍ່ໃຫ້ ຫຼຸດ 5 ຜະລິດຕະພັນຮອດປະຈຸບັນສາມາດສ້າງສິນຄ້າໂອດັອບໄດ້ 6 ຫົວໜ່ວຍ, ລື່ນຄາດໝາຍ 1 ຫົວໜ່ວຍ, ພ້ອມທັງເປັນການໂຄສະນາການຕະຫຼາດ, ການຈຳໜ່າຍສິນຄ້າພາຍໃນຕາໜ່າງຮອງຮັບຜະລິດຕະພັນສິນຄ້າໃຫ້ເປີດກວ້າງ ແລະເປັນການແລກປ່ຽນບົດຮຽນປະສົບການ, ເຕັກນິກການຜະລິດແນໃສ່ເຮັດໃຫ້ສິນຄ້າມີຄຸນນະພາບດີຂຶ້ນ ແລະເພື່ອເປັນການດຶງດູດຄວາມສົນໃຈນັກລົງທຶນເຂົ້າມາພັດທະນາເມືອງຫາດຊາຍຟອງໃຫ້ຂະຫຍາຍຕົວຂຶ້ນເລື້ອຍໆ, ແນໃສ່ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດໃຫ້ເຂົ້າມາທ່ອງທ່ຽວນະຄອນຫຼວງວຽງຈັນກໍຄືເມືອງຫາດຊາຍຟອງນັບມື້ນັບຫຼາຍຂຶ້ນ.

  ສຳລັບສິນຄ້າທີ່ເຂົ້າຮ່ວມວາງສະແດງປະກອບມີທັງໝົດ 35 ຫົວໜ່ວຍຄື: ສິນຄ້າໂອດັອບມີ 10 ຫົວໜ່ວຍ, ຄອບຄົວຕົວແບບ 15 ຫົວໜ່ວຍ, ພືດອິນຊີ ແລະ ສວນໄມ້ປະດັບ 3 ຫົວໜ່ວຍ ແລະໂຮງງານອຸດສາຫະກຳ 7 ຫົວໜ່ວຍຊຶ່ງງານດັ່ງກ່າວຈັດຂຶ້ນໃນລະຫວ່າງວັນທີ 28 ມັງກອນ ຫາວັນທີ 3 ກຸມພາ 2019.