ການຄ້າຍ່ອຍ ແລະບໍລິການຫວຽດນາມ ເພີ່ມ 4,9 ພັນຕື້ດົງ

  ສຳນັກງານສະຖິຕິທົ່ວໄປແຫ່ງ ສສ ຫວຽດນາມ (GSO) ເປີດເຜີຍວ່າລາຍໄດ້ລວມການຄ້າຍ່ອຍ ແລະການບໍລິການຜູ້ບໍລິໂພກຂອງຫວຽດນາມປະມານ 4,94 ພັນຕື້ດົງ ໃນປີ 2019 ເພີ່ມຂຶ້ນເປັນ 11,8% ເມື່ອທຽບປີຕໍ່ປີໂດຍຈັດເປັນຕົວເລກທີ່ສູງທີ່ສຸດໃນຊ້ວງປີ 2016-2019.

  ຍອດການຄ້າຍ່ອຍຫວຽດນາມເພີ່ມຂຶ້ນ 12,7% ເປັນເງິນປະມານ 3,75 ພັນຕື້ດົງ ຊຶ່ງມີຍອດຈຳໜ່າຍສິນຄ້າທາງວັດທະນະທຳ ແລະ ການສຶກສາເພີ່ມຂຶ້ນ 14,4% ຍອດຈຳໜ່າຍອາຫານເພີ່ມຂຶ້ນ 13,2% ແລະຍອດຈຳໜ່າຍເສື້ອຜ້າເພີ່ມເປັນ10,9%.

  ສຳນັກງານສະຖິຕິທົ່ວໄປຂອງຫວຽດນາມກ່າວຕື່ມວ່າລາຍໄດ້ຈາກຮ້ານອາຫານ ແລະບ່ອນພັກມີມູນຄ່າເກືອບ586,7 ຕື້ດົງ ຊຶ່ງເພີ່ມຂຶ້ນ 9,8% ໃນຂະນະທີ່ລາຍໄດ້ຈາກການທ່ອງທ່ຽວແມ່ນປະມານ 46 ຕື້ດົງ ເພີ່ມຂຶ້ນເປັນ 12,1%.

__________

ໜັງສືພິມເສດຖະກິດ-ສັງຄົມ