ອີກເລື່ອງທີ່ໜ້າເສົ້າຂອງວົງການບັນເທີງ ທີ່ສູນເສຍນັກສະແດງໄປອີກຄົນ

ຢ່າງທີ່ໃຜກ່ອນໜ້ານີ້ສາວ ຊາເມນຣາ ລີໄອຄອລ ຊາວສິງກະໂປ ໄດ້ໂພດຄຣິບວິດີໂອລົງເຟສບຸກ ລະບາຍກ່ຽວກັບພະຍາດໂລກຊືມ ເສົ້າວ່າ: ບໍ່ດີພໍສຳລັບໂລກໃບນີ້ ແລະນີ້ຄືຄໍາບອກລາສ້າງຄວາມ ເສຍໃຈໃຫ້ຄອບຄົວເພື່ອນໆ ແລະ ແຟນໆທຸກຄົນເສົ້າໄປຕາມໆກັນ.

  ເມື່ອບໍ່ດົນມານີ້ເວັບໄຊທ໌ເວີລຄ໌ອອຟບັຊ ໃຫ້ຮູ້ວ່າ: ອາການຊືມ ເສົ້າຂອງຊາເມນຣາ ລີໄອຄອລ (Samantha Lee) ໄວ 28 ປີ ອະດີດເດັກໄອດອລສິງກະໂປ ໜຶ່ງໃນຜູ້ເຂົ້າປະກວດ SingaporeIdol ໃນປີ 2009 ຕັດສິນໃຈຂ້າໂຕຕາຍຈົບຊີວິດລົງໃນວັນທີ 22 ທັນວາ 2019 ຜ່ານມາ ສ້າງຄວາມຕົກໃຈ ແລະເສຍໃຈໃຫ້ກັບຄອບຄົວເພື່ອນ ແລະແຟນໆ ທີ່ຕິດຕາມຜົນງານມາ ຕະຫຼອດ.

  ໂດຍກ່ອນໜ້າທີ່ຂ່າວຊາແມນ ຣາ ເສຍຊີວິດຈະແຜ່ກະຈາຍອອກມາເມື່ອບໍ່ດົນມານີ້ຊາແມນຣາໄດ້ ໂພດຄຣິບວີດີໂອສັ້ນໆລົງໃນເຟສ ບຸກດ້ວຍໜ້າຕາທີ່ໂສກເສົ້າພ້ອມ ກັບຂໍ້ຄວາມລະບາຍຄວາມທຸກໃຈ ເຖິງໂລກຊືມເສົ້າທີ່ນາງໄດ້ເຈີກັບ ມັນ ແລະບໍ່ສາມາດພົ້ນຜ່ານພະ ຍາດດັ່ງກ່າວໄປໄດ້.

--------

ຮຽບຮຽງໂດຍ: ຟ້າ