ຊຳຊຸງເປີດໂຕກາແລັກຊີ້ເອສ 10 ໄລຕ ແລະໂນຕ 10 ໄລຕ

 ຫຼັງຈາກທີ່ມີຂ່າວລືຫຼຸດ ອອກມາໄລຍະໜຶ່ງໃນທີ່ສຸດ Samsung ກໍໄດ້ເປີດໂຕສະມາດໂຟນ ຊື່ເຮືອທຸງໃນລາຄາທີ່ຍ່ອມເຍົາໃຫ້ ຜູ້ໃຊ້ງານທົ່ວໄປໄດ້ຈັບຕ້ອງກັນ ງ່າຍຂຶ້ນກວ່າເກົ່າ ໂດຍມີທັງໝົດ ສອງລຸ້ນຄື: Galaxy S10 Lite ແລະGalaxy Note 10 Lite.

  Samsung S10 Lite ໃຊ້ໜ້າຈໍ Super AMOLED ດິໄຊ Infinity+O ຂະໜາດ 6,7 ນິ້ວຄວາມລະອຽດ Full HD+ ມີລະບົບສະແກນລາຍນິ້ວມືໃນໜ້າຈໍແຮງ ສຸດໆດ້ວຍຊິບປະມວນຜົນ Sna pdragon 855 ແຣມ 6/8GB ຄວາມຈຸພາຍໃນເຄື່ອງ 128GB ແບັດເຕີຣີຄວາມຈຸ 4.500 mAh ຮອງຮັບຊາກໄວສູງສຸດ 25W ແກະກ່ອງມາເປັນ OneUI 2.0 ກອບບົນ Android 10 ດ້ານກ້ອງ Galaxy S10 Lite ມີທັງໝົດ 3 ຕົວຄື: ກ້ອງຫຼັກຄວາມລະອຽດ 48 ລ້ານພິກເຊລ ມີກັນສັ່ນ SuperSteady OIS ເລນມູມກວ້າງພິເສດຄວາມລະອຽດ 12 ລ້ານພິກເຊລ ແລະເລນມາໂຄຣ 5 ລ້ານພິກ ເຊລສ່ວນກ້ອງໜ້າຄວາມລະອຽດ 32 ລ້ານພິກເຊລ.

  Galaxy Note 10 Lite ໃຊ້ໜ້າຈໍ Super AMOLED ດິໄຊ Infinity-O ຂະໜາດ 6,7 ນິ້ວຄືກັນກັບ Galaxy S10 Lite ໃຊ້ ຊິບປະມວນຜົນ Exynos 9810 ແຣມ 6/8GB ຄວາມຈຸພາຍໃນ ເຄື່ອງ 128GB ຮອງຮັບ micro SD ແບັດເຕີຣີຄວາມຈຸ 4.500 mAh ຮອງຮັບສາກໄວສູງສຸດ 25W ແກະກ່ອງມາເປັນ One UI 2.0 ກອບບົນ Android 10 ກ້ອງຫຼັກຄວາມລະອຽດ 12 ລ້ານພິກເຊລ ເລນຊູມ 12 ລ້ານພິກເຊລ ເລນມູມກວ້າງພິເສດ 16 ລ້ານພິກ ເຊລ ແລະກ້ອງໜ້າຄວາມລະອຽດ 32 ລ້ານພິກເຊລ ຈຸດທີ່ເຮັດໃຫ້ Galaxy Note 10 Lite ເປັນທີ່ ສົນໃຈຄືມີປາກກາ S-Pen ທີ່ຮອງຮັບ Bluetooth LE ຫຼື Low Energy ແຕ່ບໍ່ຮອງຮັບ 6-axis sensor ເຮັດໃຫ້ບໍ່ສາມາດໃຊ້ທ່າ ທາງໃນການສັ່ງງານອຸປະກອນ ເໝືອນ Galaxy Note 10 ລຸ້ນ ປົກກະຕິໄດ້.

  Samsung Galaxy S10 Lite ລາຄາ 649 ເອີໂຣຖືກກວ່າ Galaxy S10e 100 ເອີໂຣສ່ວນ Galaxy Note 10 Lite ລາຄາ 599 ເອີໂຣຖືກກວ່າ Galaxy S10 Lite ອີກ.