ຕາດຫ້ວຍຕາດ ສະຖານທີ່ທ່ອງທ່ຽວໜ້າສໍາຜັດ

   ແຂວງຫົວພັນ ຖືເປັນແຂວງໜຶ່ງທີ່ມີສະຖານທີ່ທ່ອງທ່ຽວຫຼາກຫຼາຍແຫ່ງ ແລະ ສວຍງາມເປັນທີ່ນິຍົມຊົມຊອບຂອງບັນດານັກທ່ອງທ່ຽວຊຶ່ງປະກອບດ້ວຍສະຖານທີ່ ທ່ອງທ່ຽວທາງທໍາມະຊາດ ແລະວັດທະນະທໍາ, ຊຶ່ງມີຮ່ອງຮອຍປະຫວັດສາດທີ່ໜ້າສົນໃຈຫຼາຍໆບ່ອນບໍ່ວ່າຈະເປັນຕາດຫ້ວຍຕາດ,ຖໍ້າຜູ້ນໍາ, ສວນແກ້ວຫຼັກເມືອງ, ຜາຖີ່ ແລະອື່ນໆ.

  ບັນດາແຫຼ່ງທ່ອງທ່ຽວເຫຼົ່ານີ້ລ້ວນແລ້ວແຕ່ເປັນສະຖານທີ່ໄດ້ຮັບຄວາມນິຍົມຈາກຊາວຫົວພັນເປັນສ່ວນໃຫຍ່, ຕ່າງແຂວງ ແລະ ນັກທ່ອງທ່ຽວຕ່າງປະເທດ, ເພາະບັນ ດາສະຖານທີ່ທ່ອງທ່ຽວທີ່ກ່າວ ມານັ້ນເປັນສະຖານທີ່ພັກຜ່ອນແບບສະບາຍດ້ວຍການຫຼິ້ນນໍ້າກັນຢ່າງ ຄຶກຄື້ນມ່ວນຊື່ນ,ນອນພັກຜ່ອນໃນພະລານຫີນ, ໃຕ້ຮົ່ມໄມ້ຍິ່ງຖ້າໄດ້ປູ ສາດນັ່ງກິນເຂົ້າທາມກາງບັນຍາ ກາດອັນສົດຊື່ນແລ້ວຍິ່ງໜ້າປະ ທັບໃຈ,ນອກນີ້ກໍຍັງເປັນແຫຼ່ງທ່ອງ ທ່ຽວນໍ້າຕົກທີ່ມີຄວາມງາມຕາດ ຫ້ວຍຕາດຖືເປັນສະຖານທີ່ທ່ອງທ່ຽວທີ່ເໝາະສົມແກ່ການທ່ອງທ່ຽວແບບພັກຜ່ອນຢ່ອນໃຈເພາະອຸດົມສົມບູນໄປດ້ວຍທິວທັດທໍາມະຊາດ,ຊີວະນາໆພັນ, ມີສາຍລົມເຢັນພັດໂຊຍມາຕະຫຼອດເວລາ, ປະກອບກັບນໍ້າທີ່ໃສສະອາດ ແລະ ເຢັນດີໄຫຼລົງມາໜ້າສະອອນສໍາຜັດແລ້ວມີຄວາມສຸກຈິດໃຈເພີດເພີນໄປຈົນລືມອິດລືມເມື່ອຍຕາດຫ້ວຍຕາດຕັ້ງຢູ່ກິໂລແມັດ 45 ຈາກເມືອງສົບເບົາ-ເມືອງຊຳເໜືອ.

 ທັງນີ້ກໍຍ້ອນສະຖານທີ່ດັ່ງກ່າວມີອາກາດປອດໂປ່ງສົດໃສ ແລະເຢັນດີອັນເນື່ອງຈາກວ່າຢູ່ພາຍໃນຕາດມີຕົ້ນໄມ້ໃຫຍ່ດົກໜາປົກຄຸມບໍລິເວນ,ນັກທ່ອງທ່ຽວທຸກຄົນສາມາດລົງໄປນັ່ງຫຼີ້ນຢູ່ຕາມໂງ່ນຫີນທີ່ຕັ້ງລຽນເປັນຈຸດໆຕາມແລວນໍ້າທີ່ມີແກ້ງໄຫຼຜ່ານໃສເຢັນດີ ຫຼື ລົງໄປລອຍຫຼິ້ນໄດ້ຕາມສະບາຍ.

----------

ຂຽນໂດຍ: ວົງມະນີ