ກວດພົບການຫັນປ່ຽນທີ່ດິນລັດບໍ່ຖືກຕ້ອງ 600 ກວ່າເຮັກຕາ ຢູ່ບໍລິຄັນ ມູນຄ່າເສຍຫາຍ 1,29 ຕື້ກີບ

  ໂດຍປະຕິບັດຕາມມາດຕາ 35 ແລະ 36 ກົດໝາຍວ່າດ້ວຍການກວດກາລັດ ສະບັບປັບປຸງ 1 ປີຜ່ານມາອົງ ການກວດກາລັດແຂວງບໍລິຄຳໄຊ ໄດ້ຕັ້ງໜ້າເອົາໃຈໃສ່ປະຕິບັດພາລະບົດບາດ, ສິດ, ໜ້າທີ່ຂອບເຂດຄວາມຮັບຜິດຊອບຂອງຕົນຕໍ່ວຽກງານຕິດຕາມກວດກາການເຄື່ອນໄຫວວຽກງານຂອງອົງ ການປົກຄອງແຕ່ລະຂັ້ນ, ພະແນກການ ແລະອົງການຈັດຕັ້ງຕ່າງໆພາຍໃນແຂວງອັນໄດ້ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານກວດກາມີໝາກຜົນສຳເລັດຕາມລະດັບຄາດໝາຍ.

ທ່ານ ບຸນທະວີ ດວງປັນຍາ ຮອງປະທານກວດກາພັກ-ລັດແຂວງ ໄດ້ລາຍ ງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງ ຊຸດທີ 1 ທີ່ໄດ້ໄຂຂຶ້ນໃນວັນທີ 29 ມັງກອນຜ່ານມານີ້ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງໃຫ້ຮູ້ວ່າ: ໃນປີ 2018 ໄດ້ດຳເນີນການຕິດຕາມກວດກາແກ້ໄຂຜົນຂອງການກວດກາທີ່ຜ່ານມາ 7 ເປົ້າໝາຍສຳເລັດແລ້ວ 3 ເປົ້າໝາຍຄື: ໂຄງການກໍ່ສ້າງໂຮງຮຽນ ມສ ຜາເມືອງ ເມືອງບໍລິຄັນ, ໂຄງການກໍ່ສ້າງໂຮງຮຽນ ມສ ໜອງບົວ ເມືອງປາກຊັນ ແລະໂຄງການກໍ່ສ້າງນ້ຳປະປາກຸ່ມບ້ານທົ່ງແສນ ເມືອງຄຳເກີດ,

  ນອກນັ້ນອົງການກວດກາລັດແຂວງຍັງໄດ້ສົມທົບກັບພະແນກການກ່ຽວຂ້ອງດຳເນີນການກວດກາບາງເປົ້າໝາຍເຊັ່ນ: ໂຄງການກໍ່ສ້າງໂຮງຮຽນອະນຸບານບ້ານນ້ຳອ້ອນ ເມືອງໄຊຈຳພອນ ໂຄງການດັ່ງກ່າວແມ່ນໄດ້ອ່ວາຍງົບປະມານ, ໂຄງການກໍ່ສ້າງໂຮງຮຽນມູນລະປະຖົມບ້ານພຽງດີ ແລະບ້ານສົບຂອນໂຄງການລະ 474 ລ້ານກີບລວມມູນຄ່າ 948 ລ້ານກີບ ແຕ່ບໍ່ໄດ້ສະເໜີຂໍອ່ວາຍໂຄງການ, ຜ່ານການກວດກາພົບເຫັນມູນຄ່າຜິດດ່ຽງຈາກ 948 ລ້ານກີບ ມາເປັນ 698,04 ລ້ານກີບ, ພາຍຫຼັງເຈົ້າແຂວງຮັບຮອງຄະນະກຳມະການໄດ້ແນະນຳໃຫ້ເມືອງໄຊຈຳພອນ ແລະເຈົ້າຂອງໂຄງການເກັບກູ້ເງິນບໍລິສັດຖອນໄປເກີນຈຳ ນວນ 249,95 ລ້ານກີບ ເພື່ອສົ່ງຄືນໃຫ້ລັດ.

  ສີ່ງທີ່ພົ້ນເດັ່ນແມ່ນສາມາດກວດກາການຊື້-ຂາຍ ແລະແລກປ່ຽນທີ່ດິນໃຫ້ເອກະຊົນບໍ່ຖືກຕ້ອງຕາມລະບຽບກົດໝາຍຢູ່ເມືອງບໍລິຄັນໃນ 3 ບ້ານຄື: ບ້ານນ້ຳປາ, ຫ້ວຍຄູນ ແລະໂພນທອງຈຳນວນ 62 ຕອນ ເນື້ອທີ່ 682,8 ເຮັກຕາ, ໃນ ມູນຄ່າ 1,14 ຕື້ກີບ ແລະເງິນບາດ 6,05 ແສນບາດ, ມາຮອດປະຈຸ ບັນພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງໄດ້ອອກຂໍ້ຕົກລົງລົບລ້າງໃບແຈ້ງທີ່ດິນ ແລະໃຫ້ຫ້ອງການ ຊສ ເມືອງບໍລິຄັນຂຶ້ນສຳມະໂນທີ່ດິນເພື່ອໃຫ້ລັດຄຸ້ມຄອງຕໍ່ໄປລວມທັງການເກັບກູ້ເງິນຊື້-ຂາຍທີ່ດິນບໍ່ຖືກຕ້ອງຄືນໃຫ້ລັດ.

   ທ່ານ ບຸນທະວີ ດວງປັນຍາ ຍັງໄດ້ລາຍງານຕ່ືມອີກວ່າ: ຄຽງຄູ່ກັບການແກ້ໄຂຜົນຂອງການກວດກາ ແລະກວດກາຕາມການຕົກລົງຂອງທ່ານເຈົ້າແຂວງ ແລ້ວຍັງກວດກາໂຄງການນອກແຜນຈຳນວນ 66 ໂຄງການ, ປະຈຸບັນດຳເນີນການກວດກາ 59 ໂຄງການ ມູນຄ່າ 336,165 ຕື້ກີບ ຍັງບໍ່ທັນໄດ້ກວດກາ 7 ໂຄງການ, ໃນນັ້ນ 59 ໂຄງການທີ່ໄດ້ກວດການີ້ໄດ້ໂຮມເຂົ້າກັນເປັນ 52 ໂຄງການ, ເຈົ້າຂອງໂຄງການນຳເຂົ້າແຜນຊຳລະແລ້ວ 48 ໂຄງການ ແລະ ຊຳລະສຳເລັດແລ້ວ 5 ໂຄງການ ແລະ 43 ໂຄງການຍັງສືບຕໍ່ຊຳລະ.