ສາຍສະໄໝຈະສົ່ງອອກມັນຕົ້ນແຫ້ງ 1 ແສນໂຕນ ເພື່ອດຶງເມັດເງິນເຂົ້າປະເທດ

  ບໍລິສັດສາຍສະໄໝຂາອອກ-ຂາເຂົ້າຈຳກັດຜູ້ດຽວຕັ້ງເປົ້າໝາຍໃນປີ 2020 ນີ້,ຈະສົ່ງອອກມັນຕົ້ນແຫ້ງໄປປະເທດ ສປ ຈີນ ຈຳນວນ 1 ແສນໂຕນ ໂດຍໃນປີ 2019 ທີ່ຜ່ານມາທາງບໍລິສັດໄດ້ສົ່ງອອກມັນຕົ້ນແຫ້ງຈຳນວນ 85 ພັນໂຕນໄປ ສປ ຈີນ ແລ້ວ (ໃນຈຳນວນນີ້ແມ່ນເກັບຊື້ຢູ່ແຂວງສາລະວັນຈຳນວນ 70 ພັນໂຕນ ແລະ ເກັບຊື້ຢູ່ແຂວງສະຫວັນນະເຂດຈຳນວນ 15 ພັນໂຕນ) ນີ້ແມ່ນການລາຍງານຂອງ ທ່ານ ສີວິໄຊ ເກດແກ້ວສີວິໄລ ປະທານບໍລິສັດສາຍສະໄໝຂາອອກ-ຂາເຂົ້າຈຳກັດຜູ້ດຽວໄດ້ລາຍງານໃຫ້ນັກຂ່າວແຂວງສະຫວັນນະເຂດຮູ້ກ່ຽວກັບການສົ່ງອອກມັນຕົ້ນຂອງບໍລິສັດຕົນໃນທ້າຍອາທິດທີ່ຜ່ານມາ.

ສຳລັບງວດທຳອິດທີ່ທາງບໍລິສັດໄດ້ສົ່ງອອກມັນຕົ້ນແຫ້ງໄປ ສປ ຈີນ ໃນຕົ້ນປີ 2020 ແມ່ນໄດ້ສົ່ງອອກຈຳນວນ 300 ໂຕນ, ຜ່ານທາງຂົວມິດຕະພາບ 2 ສະຫວັນນະເຂດ-ມຸກດາຫານຊຶ່ງໄດ້ຈັດພິທີເປີດການສົ່ງອອກໃນງວດທຳອິດໃນວັນທີ 3 ມັງກອນ 2020 ທີ່ລານຕາກມັນຕົ້ນບ້ານຫຼັກ 35 ເມືອງຈຳພອນ ແຂວງສະຫວັນນະເຂດ , ໃຫ້ກຽດເຂົ້າຮ່ວມໃນການສົ່ງອອກມັນຕົ້ນແຫ້ງຂອງບໍລິສັດສາຍສະໄໝຂາອອກ-ຂາເຂົ້າຈຳ ກັດໃນຄັ້ງນີ້ໂດຍມີທ່ານ ຄຳລຸຍ ຍາດຕິວົງ ກຳມະການພັກແຂວງເລຂາພັກເມືອງເຈົ້າເມືອງຈຳພອນ.

  ໃນໂອກາດນີ້ ທ່ານ ຄຳລຸຍ ຍາດຕິວົງ ໄດ້ກ່າວວ່າ: ການເກັບຊື້ມັນຕົ້ນຂອງບໍລິສັດສາຍສະໄໝ ແມ່ນໜຶ່ງໃນອົງປະກອບທີ່ສຳຄັນ ໃນການແກ້ໄຂຊີວິດການເປັນຢູ່ ຂອງປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກໄພນໍ້າຖ້ວມໃນໄລຍະຜ່ານມາ ບໍ່ວ່າຈະເປັນປະຊາຊົນພາຍໃນ ເມືອງຈຳພອນ ແລະເມືອງໃກ້ຄຽງເພາະວ່າການປູກມັນຕົ້ນແມ່ນສາມາດຂາຍໄດ້ຕະຫຼອດໄລຍະ 9 ເດືອນຂອງ 1 ປີ ແລະປະຊາຊົນກໍ່ປູກມັນຕົ້ນເປັນອາຊີບເສີມທີ່ສາມາດຂາຍຜົນຜະລິດຂອງຕົນເອງໂດຍບໍ່ຈຳກັດຈຳນວນ ແລະຂາຍໄດ້ເງິນສົດເລີຍຊຶ່ງເປັນຈຸດດີໜຶ່ງທີ່ເຮັດໃຫ້ປະຊາຊົນມີກຳລັງໃຈໃນການປູກ ແລະເຫັນວ່າຂະບວນການປູກມັນຕົ້ນພາຍໃນເມືອງຈຳພອນກໍ່ມີເນື້ອທີ່ເພີ່ມຂຶ້ນເລື້ອຍໆ, ບາງຄອບຄົວທີ່ນຳມັນຕົ້ນມາຂາຍຈະມີລາຍໄດ້ສະເລ່ຍປະມານ 20-70 ລ້ານກີບຕໍ່ປີ.

 ປະຈຸບັນ, ທາງບໍລິສັດມີລານຕາກມັນຕົ້ນໃນ 4 ເມືອງຄື: ເມືອງຈຳພອນ, ໄຊພູທອງ, ໄຊບູລີ ແລະເມືອງສອງຄອນ ແລະໃນອະນາຄົດອັນໃກ້ນີ້ຈະສ້າງລານຕາກ ແລະບ່ອນເກັບຊື້ອີກ 1 ຈຸດ ຊຶ່ງຈະຕັ້ງຢູ່ລະຫວ່າງເຊໂນຫາດົງ ເຫັນ ພ້ອມນີ້ກໍ່ຍັງມີແຜນຈະຂະ ຫຍາຍການເກັບຊື້ຕື່ມອີກໃຫ້ເປັນ 9 ຕົວເມືອງຕື່ມອີກ, ປະຈຸບັນລາຄາມັນຕົ້ນແຫ້ງແມ່ນ 1.350 ກີບ ຕໍ່ກິໂລ,ເມື່ອປະຊາຊົນນຳມັນຕົ້ນແຫ້ງມາເຖິງລານຕາກກໍ່ສາມາດຮັບເງິນໄດ້ທັນທີ,ບາງຊ່ວງມີລາຄາແພງບາງຊ່ວງລາຄາຖືກອີງໃສ່ລາຄາຢູ່ຕ່າງປະເທດ, ການສົ່ງອອກແຕ່ລະຄັ້ງແມ່ນໄດ້ໃຫ້ຊ່ຽວຊານຢູ່ປະເທດໄທມາກວດເບິ່ງຄຸນນະພາບສິນຄ້າກ່ອນສົ່ງອອກທຸກຄັ້ງ.

  ທ່ານ ສີວິໄຊ ເກດແກ້ວສີວິໄລ ໄດ້ຮຽກຮ້ອງໃຫ້ພາກລັດຊ່ວຍໃນດ້ານການກູ້ຢືມເງິນເຂົ້າໃນການດຳເນີນທຸລະກິດໃນອັດຕາດອກເບ້ຍຕໍ່າເພາະວ່າໃນໄລຍະນີ້ທາງບໍລິສັດໄດ້ກູ້ຢືມເງິນຈາກທະນາຄານ ພົງສະຫວັນມາດຳເນີນການເກັບ ຊື້ມັນຕົ້ນຈຳນວນໜຶ່ງ (3 ລ້ານ ບາດ ຫຼື ປະມານ 900 ລ້ານກີບ) ດ້ວຍອັດຕາດອກເບ້ຍ 10% ຕໍ່ປີ ຊຶ່ງຖືວ່າເປັນອັດຕາດອກເບ້ຍທີ່ສູງເກີນໄປ, ຢາກໃຫ້ພາກລັດສະໜອງເງິນກູ້ອັດຕາດອກເບ້ຍຕໍ່າໃຫ້ທັງນີ້ກໍ່ເພື່ອເຮັດໃຫ້ທຸລະກິດ SME ຢູ່ປະເທດເຮົາໄດ້ມີທ່າຂະຫຍາຍ ຕົວ, ອີກດ້ານໜຶ່ງຢາກໃຫ້ພາກລັດຊ່ວຍໃນດ້ານການອຳນວຍຄວາມສະດວກໃນການສົ່ງສິນຄ້າຜ່ານແດນເປັນຕົ້ນແມ່ນດ່ານຂົວມິດຕະພາບສອງເພື່ອເຮັດໃຫ້ຂັ້ນຕອນ ການສົ່ງອອກມີຄວາມສະດວກສະບາຍຂຶ້ນ.

----------------

ໜັງສືພິມເສດຸຖະກິດ-ສັງຄົມ