ບໍ່ແກ້ວ ເຊັນສັນຍາເລີ່ມສ້າງທາງຮ່ອມ, ຮ່ອງລະບາຍນ້ຳໃນຕົວເມືອງຫ້ວຍຊາຍ

       ບໍ່ແກ້ວເລີ່ມລົງມືກໍ່ສ້າງເສັ້ນທາງຮ່ອມ, ຮ່ອງລະບາຍນໍ້າໃນຕົວເມືອງ ຫ້ວຍຊາຍ ຊຶ່ງເປັນໂຄງການໜຶ່ງທີ່ນອນຢູ່ໃນໂຄງການພັດທະນາຕົວເມືອງຕາມ ແລວທາງອະນຸພາກພື້ນແມ່ນໍ້າຂອງໂດຍມີລວມມີມູນຄ່າກໍ່ສ້າງ 55,21 ຕື້ກີບ ແລະຈະໃຫ້ສຳເລັດໃນເວລາ 18 ເດືອນ.

   ວັນທີ 25 ມັງກອນຜ່ານມາທີ່ຫ້ອງປະຊຸມພະແນກໂຍທາທິການ ແລະຂົນສົ່ງແຂວງບໍ່ແກ້ວ ໄດ້ລົງນາມເຊັນບົດບັນທຶກໂຄງການດັ່ງກ່າວລະຫວ່າງທ່ານ ໂຈມໃຊສົງຄາມຫົວໜ້າພະແນກໂຍທາທິການ ແລະຂົນສົ່ງແຂວງບໍ່ແກ້ວ ເຈົ້າຂອງໂຄງການກັບທ່ານ ມະໂນທໍາ ເພັດສິລິແສງ ບໍລິສັດ ເອັມພີ ກໍ່ສ້າງຈໍາກັດຜູ້ດຽວ, ເຂົ້າຮ່ວມມີທ່ານ ຄຳກິ່ງ ເອືອຍມະນີຮັກ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ຄໍາທະວີ ໄທພະຈັນ ຫົວໜ້າກົມເຄຫາ ແລະຝັງເມືອງກະຊວງໂຍທາທິການ ແລະ ຂົນສົ່ງ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ໂຄງການນີ້ບໍລິສັດ ເອັມພີ ກໍ່ສ້າງຈໍາກັດຜູ້ດຽວ ເປັນຜູ້ຊະນະການປະມູນໃນການກໍ່ສ້າງເສັ້ນທາງຮ່ອມຕົວເມືອງຫ້ວຍຊາຍມີຈໍານວນ 11 ເສັ້ນ, ຍາວ 7 ກິໂລແມັດ ແລະ ຮ່ອງລະບາຍນໍ້າ 6 ຮ່ອງ, ຍາວ 9 ກິໂລແມັດ ໃນມູນຄ່າຂອງສັນຍາກໍ່ສ້າງແມ່ນ 6,49 ລ້ານໂດລາ ຫຼື ປະມານ 55,21 ຕື້ກີບໂດຍແມ່ນທຶນກູ້ຍືມຈາກທະນາຄານພັດທະນາອາຊີ (ADB) ໄລຍະເວລາການກໍ່ສ້າງແມ່ນ 18 ເດືອນຈະໃຫ້ສໍາເລັດ.