ທ່ານຄວນລະວັງປະເພດອາຫານ ທີ່ສ່ຽງເປັນເບົາຫວານ

  ອາຫານທີ່ມີລົດຊາດຫວານຫຼາຍເປັນສາເຫດໜຶ່ງຂອງພະຍາດເບົາຫວານເລື່ອງນີ້ຫຼາຍຄົນອາດຈະຮູ້ດີແຕ່ມັນບໍ່ມີພຽງອາຫານຫວານເທົ່າ ນັ້ນທີ່ສ່ຽງເປັນພະຍາດເບົາຫວານເພາະອາຫານ ທີ່ບໍ່ມີລົດຊາດຫວານບາງປະເພດອາດຈະເຮັດ ໃຫ້ເຮົາສ່ຽງເປັນພະຍາດເບົາຫວານໄດ້ຖ້າເປັນ ໄປໄດ້ຄວນຫຼີກລ່ຽງ ຫຼື ຫຼຸດປະລິມານການຮັບປະທານອາຫານເຫຼົ່ານີ້ລົງເພາະວ່າອາຫານປະເພດ ຄາໂບໄຮເດດ ສາມາດປ່ຽນເປັນນໍ້າຕານໃນລະຫວ່າງການຍ່ອຍອາຫານໃນຮ່າງກາຍເຮົາໄດ້ເພື່ອ ດູດຊຶມນໍາໄປໃຊ້ງານ,ນໍາໄປເປັນພະລັງງານໃຫ້ກັບຮ່າງກາຍ ແລະຖ້າເຮົາກິນເຂົ້າໄປຫຼາຍຈົນເກີນ ຄວາມຈໍາເປັນກໍອາດຈະເຮັດໃຫ້ມີນໍ້າຕານໃນຮ່າງກາຍ ຫຼື ໃນເສັ້ນເລືອດສູງເກີນໄປຈົນເຮັດໃຫ້ເຮົາ ສ່ຽງຕໍ່ການເປັນພະຍາດເບົາຫວານນັ້ນເອງ.

  1. ອາຫານປະເພດເສັ້ນເຂົ້າປຽກ, ເສັ້ນເຝີ, ເສັ້ນໝີ່, ສະປາເກັດຕີ່ ແລະອື່ນໆ, ຖ້າເຮົາກິນທຸກມື້ມີຄວາມສ່ຽງໃນການເປັນພະຍາດເບົາຫວານໄດ້.
  2. ເຂົ້າໜົມປັງ:ອາຫານທີ່ມີສ່ວນປະກອບ ຂອງເຂົ້າໜົມປັງຕ່າງໆ, ຖ້າຫາກກິນໃນປະລິມານຫຼາຍເກີນໄປອາດຈະສ່ຽງເປັນພະຍາດເບົາຫວານໄດ້.
  3. ອາຫານລົດຊາດຈັດ: ຄວນລະມັດລະວັງອາ ຫານລົດຊາດຈັດ ຫຼື ຫຼຸດຜ່ອນປະລິມານການກິນລົງ.

                 ຮຽບຮຽງໂດຍ: ຟ້າ