ຖວທ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະຄັ້ງທີ 7

    ໃນວັນທີ 29 ມັງກອນ 2019 ກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ)ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ພາຍໃຕ້ການເປັນປະທານຂອງສະຫາຍ ບໍ່ແສງຄຳ ວົງດາລາ ເລຂາຄະນະພັກກະຊວງ, ລັດຖະ ມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີຮອງລັດຖະມົນຕີ, ຫົວໜ້າກົມພ້ອມດ້ວຍພະນັກງານພາຍໃນກະຊວງເຂົ້າຮ່ວມ.

  ສະຫາຍ ບໍ່ແສງຄຳ ວົງດາລາ ໄດ້ໃຫ້ກຽດເຜີຍແຜ່ມະຕິກ່ຽວກັບການເພີ່ມທະວີການນຳພາແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ ແລະສ້າງຄວາມເຂັ້ມແຂງຂອງການຄຸ້ມຄອງມະຫາພາກເຊິ່ງໄດ້ຍົກໃຫ້ເຫັນສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ,ບັນດາສາເຫດຕົ້ນຕໍທິດທາງ ແລະ ມາດຕະການແກ້ໄຂໂດຍສະເພາະແມ່ນຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໃນປະຈຸບັນຕ້ອງໄດ້ຮັບການແກ້ໄຂໄປພ້ອມກັບການປະສົມກົມກຽວລະ ຫວ່າງການຍູ້ແຮງພາກການຜະລິດ, ການບໍລິການເພື່ອຕອບສະໜອງຄວາມຕ້ອງການຊົມໃຊ້ຢູ່ພາຍໃນ ແລະສ້າງຄວາມເຂັ້ມແຂງຂອງຖານລາຍຮັບຢູ່ພາຍ ໃນ, ແກ້ໄຂບັນຫາການຮົ່ວໄຫຼຂອງງົບປະມານ, ກວດກາຄືນບັນດານິຕິກຳທີ່ພົວພັນເຖິງການເກັບລາຍຮັບ, ປັບປຸງກົນໄກການເຄື່ອນໄຫວຂອງທະນາຄານໃນ ການຄຸ້ມຄອງເງິນຕາ ແລະຍົກຄຸນນະພາບປະສິດທິຜົນຂອງວຽກງານສິນເຊື່ອເພື່ອຊຸກຍູ້ການຜະລິດ, ການບໍລິການ, ການສົ່ງເສີມວິສາຫະກິດຂະໝາດນ້ອຍ ແລະກາງຕິດພັນກັບການແກ້ໄຂຄວາມຫຍຸ້ງຍາກຂອງປະຊາຊົນ ແລະອື່ນໆ.

  ໂອກາດດັ່ງກ່າວສະຫາຍ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະທ່ອງທ່ຽວກໍໄດ້ເຜີຍແຜ່ມະຕິວ່າດ້ວຍການປັບປຸງຮາກ ຖານການເມືອງຂອງລະບອບປະຊາທິປະໄຕປະຊາຊົນໃຫ້ເຂັ້ມແຂງໜັກແໜ້ນຊຶ່ງໄດ້ຍົກໃຫ້ເຫັນສະພາບຄວາມເປັນຈິງຂອງຮາກຖານການເມືອງໃນປະຈຸບັນ, ດ້ານດີ, ດ້ານອ່ອນໃນການຈັດຕັ້ງປະຕິບັດທັດສະນະພື້ນຖານ, ທິດທາງ ແລະໜ້າທີ່ກ່ຽວກັບການປັບປຸງຮາກຖານການເມືອງໃນຕໍ່ໜ້າ ແລະມາດຕະການໃນການຈັດຕັ້ງປະຕິບັດ.