ສະຫະກອນສົ່ງເສີມກະສິກໍາເມືອງຫົງສາ ມີບົດບາດສໍາຄັນໃນການຫຼຸດຜ່ອນຄວາມທຸກຍາກ

  ສະຫະກອນສົ່ງເສີມກະສິກໍາ ເມືອງຫົງສາ ແມ່ນໜ່ວຍງານໜຶ່ງທີ່ຂຶ້ນກັບບໍລິສັດໄຟຟ້າພະລັງງານຄວາມຮ້ອນຫົງສາໜ້າທີ່ຕົ້ນຕໍແມ່ນຊຸກຍູ້ສົ່ງເສີມ ແລະໃຫ້ທຶນແກ່ ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການໄຟຟ້າພະລັງງານຄວາມຮ້ອນໄດ້ມີວຽກເຮັດງານທໍາ ແລະ ເຮັດໃຫ້ຊີວິການເປັນຂອງຄອບຄົວໄດ້ຮັບການພັດທະນາດີຂຶ້ນ; ຜ່ານການຊຸກຍູ້ສົ່ງເສີມ ຊຶ່ງໄດ້ເຮັດໃຫ້ຊີວິດການເປັນຢູ່ ຂອງຜູ້ທີ່ໄດ້ຮັບຜົນກະທົບຈາກ ໂຄງການກໍຄືປະຊາຊົນພາຍໃນ ເມືອງຫົງສາໄດ້ຮັບການພັດທະດີຂຶ້ນເປັນກ້າວໆ.

   ບໍລິສັດໄຟຟ້າຫົງສາ ຈໍາກັດ ສ້າງຕັ້ງຂຶ້ນໃນເດືອນກໍລະກົດ 2009 ໂດຍມີຜູ້ຮ່ວມລົງທຶນທັງໝົດ 3 ບໍລິສັດຄື ລັດວິສາຫະກິດໄຟຟ້າລາວ, ບໍລິສັດບ້ານປູພາວເພີຈໍາ ກັດ ຂອງປະເທດໄທ ແລະບໍລິສັດຜະລິໄຟຟ້າຮາຊບູໂຮນດິງຈໍາກັດຂອງສິງກະໂປໜ້າທີ່ຕົ້ນຕໍຂອງບໍລິສັດໄຟຟ້າຫົງສາຈໍາກັດແມ່ນດໍາເນີນການກໍ່ສ້າງໄຟຟ້າ ແລະ ຜະລິດ ໄຟຟ້າຈາກຖານຫີນເພື່ອຈໍາໜ່າຍໃຫ້ກັບລັດວິສາຫະກິດໄຟຟ້າລາວ ແລະການໄຟຟ້າຝ່າຍຜະລິດແຫ່ງປະເທດໄທເປັນເວລາ 25 ປີ,ໃນນັ້ນ ໄດ້ເຊັນສັນຍາສໍາປະທານໃນການຂຸດຄົ້ນກັບລັດຖະບານລາວໃນເນື້ອ ທີ່ 76,2 ກິໂລຕາແມັດ ຊຶ່ງເນື້ອທີດັ່ງກ່າວໄດ້ກວມເຮືອນບ້ານຊ່ອງ ແລະເນື້ອທີ່ທໍາການຜະລິດຂອງປະຊົນຈໍານວນ 450 ຄອບ ຄົວ ແລະໃນສັນຍາໄດ້ລະບຸໄວ້ວ່າທາງບໍລິສັດຈະຕ້ອງໄດ້ຮັບຜິດຊອບໃນການຈັດສັນທີ່ຢູ່ອາໄສ ແລະບ່ອນທໍາມາຫາກິນແຫ່ງໃໝ່ໃຫ້ກັບປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບ.

   ທ່ານ ທອງ ສິມມາທອງ ປະທານສະຫະກອນສົ່ງເສີມກະສິກໍາ ເມືອງຫົງສາ ໄດ້ໃຫ້ສໍາພາດວ່າ: ຈາກພັນທະໜ້າທີ່ໆມີຕໍ່ກັບລັດຖະບານ ກໍຄືປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບທາງບໍລິສັດໄຟຟ້າຫົງສາຈໍາກັດ ຈຶ່ງໄດ້ມອບໃຫ້ພະແນກພັດທະນາສັງຄົມຂອງບໍລິສັດເປັນຜູ້ຮັບຜິດຊອບໃນການສ້າງບ້ານຈັດສັນ ທີ່ຢູ່ແຫ່ງໃໝ່ທີ່ດີກວ່າເດີມເປັນຕົ້ນ:ທາງປູຢາງ, ໄຟຟ້າ, ລະບົບນໍ້າປະປາ, ໂຮງຮຽນ, ໂຮງໝໍ, ຕະຫຼາດ ແລະອື່ນໆ; ມາຮອດປີ 2012 ກໍໄດ້ສໍາເລັດຍົກຍ້າຍປະຊາຊົນເຂົ້າ ໄປຢູ່ບ້ານໃໝ່ເຊິ່ງແຕ່ລະຄອບຄົວແມ່ນຈະໄດ້ຮັບເງິນຊົດເຊີຍຈໍານວນໜຶ່ງພ້ອມທັງໄດ້ເຮືອນ1 ຫຼັງ,ເນື້ອທີ່ທໍາການຜະລິດຕື່ກອີກ 2 ເຮັກຕາ,ເສັ້ນທາງເຂົ້າເຖິງ,ມີຊົນລະປະທານ,ເນື້ອທີ່ລ້ຽງສັດລວມ ແລະແຕ່ລະຄອບຄົວຍັງໄດ້ຮັບໂກຕ້າເຂົ້າເປັນພະນັກງານຢູ່ໃນບໍລິສັດຈໍານວນ1 ໂກ້ຕາຕໍ່ໜຶ່ງຄອບ ຄົວ ແລະຄຽງຄູ່ກັນນັ້ນທາງບໍລິ ສັດໄຟຟ້າຫົງສາຈໍາກັດຍັງສ້າງສູນ ຮຽນຮູ້ເຕັກນິກກະສິກໍາເພື່ອເປັນ ບ່ອນສາທິດ ແລະຖ່າຍທອດຄວາມ ຮູ້ດ້ານການປູກຝັງ-ລ້ຽງສັດໃຫ້ກັບ ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການກໍຄືປະຊາຊົນພາຍໃນ ເມືອງຫົງສາຜູ້ທີ່ມີຄວາມສົນໃຈ ແລະຕະຫຼອດໄລຍະທີ່ຜ່ານມາທາງ ບໍລິສັດກໍໄດ້ຊຸກຍູ້ສົ່ງເສີມປະຊາຊົນພາຍບ້ານຈັດສັດໃໝ່ກໍຄືປະຊາຊົນພາຍໃນເມືອງເອົາໃຈໃສ່ໃນການປູກຝັງ ແລະລ້ຽງສັດເພື່ອສະໜອງສະບຽງອາຫານໃຫ້ແກ່ບໍລິສັດໄຟຟ້າຫົງສາຈໍາກັດ ແລະຂາຍຕາມທ້ອງຕະຫຼາດເພື່ອສ້າງລາຍຮັບເຂົ້າໃນຄອບຄົວ, ແກ້ໄຂຄວາມທຸກຍາກໃຫ້ຫຼຸດລົງເທື່ອລະກ້າວ.

  ຜ່ານການຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າໃນໄລຍະຜ່ານມາຊຶ່ງໄດ້ເຮັດໃຫ້ປະຊາຊົນບ້ານຈັດສັນກໍຄືປະຊາຊົນພາຍໃນເມືອງໄດ້ເປັນເຈົ້າການຜະລິດເປັນຂະບວນ ການຟົດຟື້ນ ແລະເຮັດໃຫ້ສິນ ຄ້າບາງປະເພດລົ້ນຕະຫຼາດ, ບາງປະເພດພັດບໍ່ພຽງພໍກັບຄວາມຕ້ອງການ, ສະນັ້ນມາຮອດປີ2015ບໍລິ ສັດໄຟຟ້າຫົງສາຈໍາກັດກໍຄືພາກ ສ່ວນທີ່ກ່ຽວຂ້ອງຈຶ່ງໄດ້ສົມກັບ ຫ້ອງການກະສິກໍາ-ປ່າໄມ້ເມືອງ ຫົງສາປຶກສາຫາລື ແລະຈັດຕັ້ງເປັນ ກຸ່ມການຜະລິດຂຶ້ນເພື່ອປະຊາຊົນ ໄດ້ເຂົ້າເຖິງແຫຼ່ງທຶນໄດ້ງ່າຍຂຶ້ນ, ບັນຫາສິນຄ້າເຫຼືອບໍ່ພໍ ແລະສະດວກໃນການຊຸກຍູ້ຕິດຕາມການຜະລິດຕ່າງໆ ຊຶ່ງໃນເບື້ອງຕົ້ນມີຜູ້ເຂົ້າຮ່ວມ 96 ຄອບຄົວ.

  ຜ່ານການຈັດຕັ້ງປະຕິບັດເປັນກຸ່ມເຫັນວ່າມີຄວາມສະດວກສະບາຍຫຼາຍດ້ານ, ຜະລິດຕະພັນມີຄວາມຫຼາກຫຼາຍ, ມີຄຸນນະພາບສູງຂຶ້ນ ແລະຕະຫຼາດກໍມີຄວາມຕ້ອງ ການສູງ; ມາຮອດວັນທີ1 ຕຸລາ2018 ຈຶ່ງໄດ້ຈົດທະບຽບເປັນສະຫະກອນສົ່ງເສີມກະສິກໍາເມືອງ ຫົງສາຂຶ້ນ ແລະປະຈຸບັນລວມທັງໝົດມີ 131 ຄອບຄົວ, ແບ່ງອອກ ເປັນ 10 ກຸ່ມການຜະລິດຄື: ກຸ່ມປູກຜັກປອດສານພິດ: ມີສະມາຊິກທັງໝົດ 23 ຄອບຄົວ,ເນື້ອທີ່ການຜະລິດ3 ເຮັກຕາ,ສາມາດຜະລິດພືດຜັກໃນເຮືອນຮົ່ມ 15.3 30,8 ກິໂລ, ນອກເຮືອນຮົ່ມ 12.519 ກິໂລຕໍ່ປີສະເລ່ຍລາຍຮັບ 50 ກວ່າລ້ານກີບຕໍ່ປີ ແລະມີ 19 ຄອບຄົວ ປູກໝາກເຜັດໄດ້ຜົນຜະລິດ 11.366 ກິໂລ, ສະເລ່ຍລາຍຮັບ 100 ລ້ານກວ່າກີບຕໍ່ປີ; ກຸ່ມປູກ ເຫັດ: ມີ 24 ຄອບຄົວ ທີ່ປູກເຫັດ ນາງຟ້າ, ນາງລົມປູກຕະຫຼອດ ປີ, ປູກໃນພື້ນທີ່ດິນຂອງແຕ່ລະ ຄອບຄົວ, ໄດ້ຜົນຜະລິດ 5.800 ກິໂລ ແລະຜະລິດເບົ້າເຫັດໄດ້ 198.500 ເບົ້້າ, ສະເລ່ຍລາຍຮັບ 194 ລ້ານກີບຕໍ່ປີ; ກຸ່ມປູກຝ້າຍພື້ນເມືອງ: ມີ 36 ຄອບຄົວ, ປູກຝ້າຍພື້ນເມືອງ 2 ຊະ ນິດຄື: ຝ້າຍຂາວນ້ອຍ ແລະຝ້າຍຕຸ່ນໃນເນື້ອທີ່ 1.5 ເຮັກຕາ, ຜົນຜະລິດໄດ້ 2.849 ກິໂລ, ຝ້າຍຂາວນ້ອຍ 7 ພັນກີບຕໍ່ກິໂລ ແລະຝ້າຍຂາວໃຫຍ່ 8 ພັນກີບ ຕໍ່ກິໂລ , ຂາຍຜ່ານຮ້ານຄ້າ, ສະເລ່ຍລາຍຮັບ 50 ກວ່າລ້ານກີບຕໍ່ປີ.

   ກຸ່ມຫັນຖະກໍາຈັກສານ: ມີສະມາຊິກທັງໝົດ 6 ຄົນ, ຜະລິດຕະພັນທີ່ຜະລິດໄດ້ແມ່ນຕີບເຂົ້າ, ກ່ອງທີ່ລະນຶກ, ກະຕ່າຂອງຂັວນ, ຂັນຕັກບາດ, ຂັນຍາດນໍ້າ ແລະກະຕ່າຂີ້ເຫຍື້ອຜະລິດຕະພັນທັງໝົດ 1,210 ອັນ ສ່ວນລາຄາແມ່ນຂຶ້ນ ກັບຂະໜາດ ແລະປະເພດຂອງ ຜະລິດຕະພັນ ແລະໄດ້ຂາຍຜ່ານ ຮ້ານຄ້າ, ສະເລ່ຍລາຍຮັບ 10 ລ້ານກວ່າກີບຕໍ່ປີ; ກຸ່ມຕັດຫຍິບ: ມີສະມາຊິກທັງໝົດ 7 ຄົນ, ຜະ ລິດຕະພັນທີ່ຜະລິດໄດ້ໃນປັດຈຸບັນ ແມ່ນໝວກສີສົ້ມສຳລັບພະນັກງານທີ່ເຮັດວຽກໃນໂຄງການໄຟ ຟ້າຫົງສາ ມີຈຳນວນ 516 ໝ່ວຍ ໂດຍຂາຍຜ່ານຮ້ານຄ້າ, ສະເລ່ຍ ລາຍຮັບ 10 ລ້ານກວ່າກີບຕໍ່ປີ.

  ກຸ່ມປຸງແຕ່ງຜົນຜະລິດກະສິ ກຳ:ມີສະມາຊິກ 4 ຄົນ, ແປຮູບ ຈາກໝາກກ້ວຍຫອມໃຫ້ເປັນເຂົ້າ ໝົມກ້ວຍຈືນໄດ້ 545 ກິໂລ, ສະເລ່ຍລາຍຮັບ 6 ກີບກວ່າຕໍ່ປີ; ກຸ່ມປຸງແຕ່ງແຈ່ວ: ມີສະມາຊິກ 8 ຄົນ, ໄດ້ນຳເອົາຫົວຂ່າ ແລະປາແດກມາຜະລິດເປັນແຈ່ວຂ່າແລະແຈ່ວປາແດກຊົງເຄື່ອງ, ຜົນຜະລິດໄດ້ທັງ ໝົດ 260 ກັບ, ສະ ເລ່ຍລາຍຮັບ 6 ກວ່າລ້ານກີບຕໍ່ປີ; ກຸ່ມລ້ຽງໝູ ລາດ: ມີສະມາຊິກ 6 ຄົນ, ລ້ຽງໝູ ຈຳນວນ 44 ໂຕ, ລ້ຽງຢູ່ດິນເປົ່າ ຫວ່າງຂອງແຕ່ລະບຸກຄົນເລີຍ, ສະເລ່ຍລາຍຮັບ 9 ລ້ານກີບຕໍ່ປີ;ກຸ່ມລ້ຽງສັດໃຫຍ່:ມີສະມາຊິກ 5 ຄົນ,ເນື້ອທີ່ການລ້ຽງສັດ 630 ເຮັກຕາ, ມີງົວ ແລະຄວາຍຈຳນວນ 127 ໂຕຍັງບໍ່ທັນໄດ້ຂາຍຫາກໍລິເລີ່ມລ້ຽງ ແລະກຸ່ມລວບລວມຜົນຜະລິດ: ມີໜ້າທີ່ລວບລວມເອົາຜົນຜະລິດ ແລະຜະລິດຕະພັນຂອງສະມາຊິກແຕ່ລະກຸ່ມມາບໍລິຫານ; ຈັດການດ້ານການຕະຫຼາດ ແລະສະໜອງປັດໄຈການຜະລິດໃຫ້ສະມາຊິກນອນນີ້ຍັງຜັດປ່ຽນກັນມາປະຈຳການ 2 ຄົນຕໍ່ທິດຢູ່ຫ້ອງການພາກສະໜາມຂອງພະແນກພັດທະນາສັງຄົມ.

 ທ່ານ ທອງ ສິມມາທອງ ປະທານສະຫະກອນສົ່ງເສີມກະສິກໍາ ເມືອງຫົງສາ ເວົ້້າຕື່ມອີກວ່າ: ນັບແຕ່ສ້າງຕັ້ງເປັນສະຫະກອນສົ່ງເສີມກະສິກໍາເມືອງຫົງສາຊຶ່ງໄດ້ເຮັດໃຫ້ພໍ່ແມ່ປະຊາຊົນພາຍໃນ ບ້ານຈັດສັນກໍຄືປະຊາຊົນພາຍ ເມືອງຫົງສາມີຊີວິດການເປັນຢູ່ດີ ຂຶ້ນເປັນກ້າວໆ, ການຜະລິດເປັນສິນຂອງປະຊາຊົນເປັນຂະບວນການຟົດຟື້ນເວົ້າລວມເວົ້າສະເພາະສະຫະກອນສົ່ງເສີມກະສິກຳເມືອງຫົງໃນປີ 2018 ຜ່ານມາສາມາດເກັບລາຍຮັບໄດ້ທັງໝົດ 758,47 ລ້ານກີບ, ກຳໄລທັງໝົດແມ່ນ 76, 21 ລ້ານກີບ. ສໍາລັບ ການປັນຜົນຂອງສະຫະກອນແມ່ນ 1 ຄັ້ງຕໍ່ປີ, ໃນນັ້ນ 45% ປັນຜົນໃຫ້ແກ່ສະມາຊິກ, 20% ເປັນທຶນພັດທະນາສະຫະກອນ, 15% ເປັນ ທຶນສໍາຮອງ, 10% ເປັນຄ່າແຮງານ ໃຫ້ແກ່ຄະນະກຳມະການ, 8% ເປັນທຶນສະຫວັດດີການ ແລະອີກ 2% ເປັນທຶນຊ່ວຍເຫຼືອສັງຄົມ ແລະເລ່ຍລວມແລ້ວຄອບຄົວທີ່ມີລາຍຮັບສູງສຸດແມ່ນ 8,26 ລ້ານກີບຕໍ່ເດືອນ, ລາຍຮັບຕໍ່າສຸດແມ່ນ 6,4 ແສນກີບ ຕໍ່ເດືອນ.

  ສັງລວມແລ້ວນັບແຕ່ສ້າງຕັ້ງສະຫະກອນສົ່ງເສີມກະສິກໍາເມືອງຫົງສາເຊິ່ງໄດ້ເຮັດຊີວິດການເປັນຢູ່ຂອງປະຊາຊົນພາຍໃນເມືອງຫົງສາເວົ້າລວມເວົ້າສະເພາະປະຊາຊົນຜູ້ໄດ້ຮັບຜົນກະທົບຈາກໂຄງໄດ້ມີວຽກເຮັດງານທໍາ, ມີລາຍຮັບເຂົ້າໃນຄອບຄົວ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະຈິດໃຈຂອງປະຊາຊົນດີຂຶ້ນປັນກ້າວໆ.

__________

ຂຽນໂດຍ: ສາຍນໍ້າງື່ມ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ