ໄຊເສດຖາ ຄາດຈະສໍາເລັດປັກດໍາເຂົ້ານາແຊງຕົ້ນເດືອນໜ້າ

ການຜະລິດລະດູແລ້ງຂອງຊາວກະສິກອນເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃນສົກປີນີ້ມີເນື້ອທີ່ແຜນການທັງໝົດ 745 ເຮັກຕາ ໃນນີ້ເນື້ອທີ່ເຂົ້ານາແຊງ 495 ເຮັກຕາ ແລະເນື້ອທີ່ປູກ 250 ເຮັກຕາ, ຊຶ່ງປະຈຸບັນຊາວກະສິກອນໃນທົ່ວເມືອງໄດ້ສຸມໃສ່ການປັກດໍາເຂົ້ານາແຊງ ແລະປູກພືດຜັກຕ່າງໆຢ່າງເປັນຂະບວນຟົດຟື້ນໂດຍຄາດວ່າຈະໃຫ້ສໍາເລັດການປັກດໍານາແຊງໃນຕົ້ນເດືອນກຸມພາ.

ອີງຕາມຂໍ້ມູນຈາກຫ້ອງການກະສິກໍາ ແລະປ່າໄມ້ ເມືອງໄຊເສດຖາ ໃຫ້ຮູ້ວ່າ: ປະຈຸບັນຊາວກະສິກອນທົ່ວນະຄອນຫຼວງວຽງຈັນ ກຳລັງຂຸ້ນຂ້ຽວໃສ່ການປູກພືດລະດູແລ້ງໂດຍສະເພາະການປັກດຳ ນາແຊງ ແລະພືດຜັກຕ່າງໆ ເພື່ອ ໃຫ້ທັນລະດູການແນໃສ່ສະໜອງ ຜົນຜະລິດໃຫ້ພຽງພໍກັບຄວາມຕ້ອງການຂອງຕະຫຼາດ ແລະມີສ່ວນແຮໄວ້ ສະເພາະຊາວກະສິ ກອນເມືອງໄຊເສດຖາ ໄດ້ສຸມໃສ່ ການປັກດຳເຂົ້ານາແຊງ ແລະ ການປູກພືດຜັກຕ່າງໆຢ່າງເປັນ ຂະບວນຟົດຟື້ນ, ຊຶ່ງໃນສົກປີ 2019-2020 ນີ້ ທົ່ວເມືອງມີ ແຜນການຜະລິດທັງໝົດ 745 ເຮັກຕາ ໃນນີ້ ເນື້ອທີ່ເຂົ້ານາແຊງ 495 ເຮັກຕາ, ໃຊ້ແນວພັນ ເຂົ້າ ປູກ 36,6 ໂຕນ ສະມັດຖະພາບສະເລ່ຍ 5,13 ໂຕນຕໍ່ເຮັກຕາມາຮອດປະຈຸບັນປະຕິບັດໄດ້ 225 ເຮັກຕາ ເທົ່າກັບ 45,45% ຂອງເນື້ອທີ່ແຜນການໃນນີ້ນາປັກດຳໄດ້ 25 ເຮັກຕາ, ນາຫວ່ານໄດ້ 200 ເຮັກຕາ ຄາດວ່າຈະໃຫ້ສຳເລັດທັງໝົດໃນຕົ້ນເດືອນກຸມພາທີ່ຈະມາເຖິງນີ້.

  ສຳລັບການຜະລິດພືດຜັກລະດູແລ້ງເນື້ອທີ່ແຜນການແມ່ນ 250 ເຮັກຕາ ສະມັດຖະພາບສະເລ່ຍ 10,35 ໂຕນຕໍ່ເຮັກຕາຜົນຜະລິດສະເລ່ຍ 2.588 ໂຕນ, ປະຈຸ ບັນປະຕິບັດໄດ້ 130 ເຮັກຕາ ເທົ່າກັບ 52% ຂອງແຜນການໃນນີ້ພືດກິນໃບ 112 ເຮັກຕາ ແລະພືດກິນໝາກ 18 ເຮັກຕາ.

---------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ