ບ້ານດອນມະໄຫຼ ຖືເອົາການຜະລິດສິນຄ້າເປັນທ່າແຮງຊຸກຍູ້ເສດຖະກິດຄອບຄົວ

  ບ້ານດອນມະໄຫຼ ຕັ້ງຢູ່ທາງທິດໃຕ້ຂອງເມືອງທ່າແຂກ ແຂວງຄຳມ່ວນ ຫ່າງຈາກເທສະບານເມືອງປະມານ 8 ກິໂລແມັດ,ພາຍໃນບ້ານປະກອບມີ 152 ຄອບຄົວ, ພົນລະເມືອງ 884 ຄົນ, ອາຊີບຕົ້ນຕໍແມ່ນເຮັດນາ, ປູກຝັງ-ລ້ຽງສັດເປັນອາຊີບສຳຮອງ, ມີເນື້ອທີ່ທັງໝົດ 300 ກວ່າເຮັກຕາ. ໃນນັ້ນເນື້ອທີ່ດິນສວນ 170 ເຮັກຕາ ແລະເນື້ອທີ່ປູກພືດຜັກລະດູແລ້ງ 58 ເຮັກຕາ.

   ທ່ານ ຄຳຟອງ ອາລຸນສະຫວັດ ນາຍບ້ານໆດອນມະໄຫຼ ໃຫ້ສຳພາດຕໍ່ສື່ມວນຊົນທ້ອງຖິ່ນວ່າ: ເພື່ອປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດ ກໍ່ຄືການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກແມ່ນໜ້າທີ່ຂອງໝົດທຸກຄົນທີ່ຈະຕ້ອງໄດ້ເອົາໃຈໃສ່ສ້າງເສດຖະກິດຄອບຄົວໃຫ້ຊີວິດການເປັນຢູ່ທີ່ດີຂຶ້ນໂດຍພັກ-ລັດຖະບານໄດ້ມີການສົ່ງເສີມໃຫ້ພໍ່ແມ່ປະຊາຊົນໃນການນຳໃຊ້ເຕັກນິກທີ່ທັນສະໄໝເຂົ້າໃນການຜະລິດເພື່ອຍົກສູງສະມັດຕະພາບໃຫ້ສູງຂຶ້ນ, ຊຶ່ງປະຊາຊົນບ້ານດອນມະໄຫຼແມ່ນມີຄວາມດຸ

ໝັ່ນຂະຫຍັນພຽນບວກກັບຄວາມຕື່ນຕົວ ແລະມູນເຊື້ອໃນການປູກຝັງມາແຕ່ດົນນານຊຶ່ງພາຍຫຼັງທີ່ສຳເລັດລະດູການເກັບກ່ຽວເຂົ້ານາປີປະຊາຊົນໃນ 152 ຄອບຄົວ ຊຶ່ງກວມເອົາ 100% ຂອງຄອບຄົວພາຍໃນບ້ານກໍ່ໄດ້ຫັນລົງສູ່ການຜະລິດປູກພືດຜັກລະດູແລ້ງຕາມເນື້ອທີ່ລຽບແຄມແມ່ນໍ້າຂອງເປັນສ່ວນໃຫຍ່ໂດຍອາໄສແມ່ນໍ້າຂອງເປັນຫຼັກໃນການຫົດເນື້ອທີ່ທຳການຜະລິດໃນເນື້ອທີ່ທັງໝົດ 58 ເຮັກຕາ ເຮັດໃຫ້ການຜະລິດເປັນສິນຄ້າຂອງບ້ານດອນມະໄຫຼແມ່ນມີຂະບວນການຟົດຟື້ນສາມາດສ້າງລາຍຮັບຈາກການປູກພືດຜັກໂດຍສະເລ່ຍປະມານ 35 ລ້ານກີບຕໍ່ຄອບຄົວຕໍ່ປີ.

  ຄອບຄົວ ທ່ານນາງ ໂນລາ ຈັນທະວົງ ແມ່ນຄອບຄົວໜຶ່ງທີ່ພົ້ນເດັ່ນໃນການຜະລິດເປັນສິນຄ້າ ພາຍໃນຄອບຄົວມີສະມາຊິກທັງໝົດ 6 ຄົນ, ໃນນັ້ນແຮງງານຕົ້ນຕໍ 2 ຄົນຊຶ່ງມີເນື້ອທີ່ທຳການຜະລິດ 0,3 ເຮັກຕາ ໂດຍໃນເນື້ອທີ່ດັ່ງກ່າວແມ່ນໄດ້ແບ່ງປູກພືດຫຼາຍຊະນິດເຊັ່ນ:ປູກໝາກແຕງ,ໝາກເຂືອ, ໝາກເຜັດ, ໝາກເລັ່ນ, ໝາກຖົ່ວ ແລະ ພືດຜັກອື່ນໆສາມາດສ້າງລາຍຮັບໂດຍສະເລ່ຍປະມານ 50 ລ້ານກີບ ຕໍ່ປີຈາກລາຍຮັບດັ່ງກ່າວແມ່ນສາມາດສົ່ງລູກຮຽນຈົນຈົບວິຊາຊີບ ແລະ ໄດ້ເຂົ້າເຮັກວຽກເປັນພະນັກງານ-ລັດຖະກອນ, ມີເຮືອນຢູ່ທີ່ຖາວອນ, ມີລົດ ແລະມີລາຍຮັບທີ່ໝັ້ນຄົງເຮັດໃຫ້ຊີວິດການເປັນຢູ່ທີ່ດີຂຶ້ນທຽບເທົ່າກັບຄອບຄົວອື່ນ.

  ສຳລັບໃນການປູກຝັງຂອງພໍ່ແມ່ປະຊາຊົນບໍ່ສະເພາະແຕ່ບ້ານດອນມະໄຫຼ ເພາະມີອີກຫຼາຍໆ ບ້ານຂອງເມືອງທ່າແຂກຊຶ່ງທ່ານ ນາງ ບົວທອງ ສີສະຫຼຽວ ໜ່ວຍງານປູກຝັງຫ້ອງການກະສິກຳ ແລະ ປ່າໄມ້ເມືອງທ່າແຂກກ່າວວ່າ: ໃນລະດູແລ້ງປີນີ້ຂະບວນການປູກພືດເປັນສິນຄ້າແມ່ນມີການຂະຫຍາຍຕົວຫຼາຍ, ທາງດ້ານຂະແໜງການທີ່ກ່ຽວຂ້ອງໂດຍສະເພາະຫ້ອງການກະສິກຳ ແລະປ່າໄມ້ເມືອງແມ່ນໄດ້ລົງຊຸກຍູ້ຢ່າງເປັນປະຈຳ ແລະໃກ້ຊິດຕິດແທດ, ມີການແນະນຳປັບປຸງພັດທະນາໂດຍເນັ້ນໃສ່ເຕັກນິກທີ່ທັນສະໄໝເພື່ອເຮັດໃຫ້ຜົນຜະລິດຂອງພໍ່ແມ່ປະຊາຊົນສູງຂຶ້ນ ຕອບສະໜອງໄດ້ຕາມຄວາມຕ້ອງການຂອງຕະຫຼາດ ແລະໃນໂອກາດດັ່ງກ່າວກໍ່ຂໍຮຽກຮ້ອງໃຫ້ສັງຄົມກໍ່ຄືຜູ້ບໍລິໂພກຫັນມາບໍລິໂພກພືດຜັກທີ່ສາມາດຜະລິດເອງຢູ່ພາຍໃນໃຫ້ຫຼາຍຂຶ້ນເພື່ອຫຼຸດຜ່ອນການນຳເຂົ້າສິນຄ້າຈາກຕ່າງປະເທດ ແລະເພື່ອສົ່ງເສີມການຜະລິດຢູ່ພາຍໃນໃຫ້ມີການຂະຫຍາຍຕົວດີຂຶ້ນ.

____________

ຂຽນໂດຍ: ກອງຄຳ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ