ເກີດສະຫລົດ!! ຍົນໂດຍສານໂບອິ້ງຂອງຢູເຄຣນຕົກໃນອີຣ່ານເສຍຊີວິດຍົກລຳ

  ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 8 ມັງກອນ 2020 ວ່າ ຍົນໂດຍສານໂບອິ້ງ 737-800 ຖ້ຽວບິນ PS 752 ຂອງສາຍການບິນແຫ່ງຊາດຢູເຄຣນ (ຢູເຄຣນອິນເຕີເນຊັ່ນແນລແອຣລາຍ) ຫລັງເກີດໂສກອະນາດຕະກຳສຸດສະຫລົດຕົກໃກ້ນະຄອນເຕຫະຣານ ເມືອງຫລວງອີຣ່ານ ຫລັງຫາກໍ່ບິນຂື້ນຈາກສະຫນາມບິນໃນນະຄອນເຕຫະຣານເພື່ອນຳຜູ້ໂດຍສານ 167 ແລະຈຸບິນ 9 ຄົນ ເດີນທາງມຸ່ງຫນ້າໄປຍັງນະຄອນຫລວງຄຽຟເມືອງຫລວງຢູເຄຣນ

 

 ເຮືອບິນໄຕ່ເພດານບິນຂື້ນໄປທີ່ລະດັບຄວາມສູງ 2.4 ກິໂລແມັດ ແລະຫາຍໄປຈາກຈໍເຣດາ 3 ນາທີ ກ່ອນຈະພົບຂ່າວຮ້າຍເຮືອບິນຕົກທີ່ບໍລິເວນເມືອງປາຣານ ຂອງອີຣ່ານບໍ່ພົບຜູ້ລອດຊີວິດ.

(ຄລິບ)