ຫວຽດນາມນຳເຂົ້າຊີ້ນໝູເພີ່ມຂຶ້ນ ເພື່ອຕອບສະໜອງໄລຍະປີໃໝ່

  ສຳນັກງານການຄ້າຕ່າງປະເທດລາຍງານວ່າ ສສ ຫວຽດນາມ ນຳເຂົ້າຊີ້ນໝູຫຼາຍກວ່າ 15.000 ໂຕນ ຊຶ່ງຄິດເປັນມູນຄ່າ 15,9 ລ້ານ ໂດລາສະຫະລັດ ໃນເດືອນພະຈິກ 2019 ເພີ່ມຂຶ້ນ 164% ແລະ 113% ທຽບໃສ່ໄລຍະດຽວກັນຂອງປີທີ່ຜ່ານມາ, ໃນ 11 ເດືອນທຳອິດຂອງປີຜ່ານມາປະເທດຫວຽດນາມໄດ້ໃຊ້ງົບປະມານ 124 ລ້ານໂດລາສະຫະລັດ ໃນການນຳເຂົ້າໝູ111 ພັນກວ່າໂຕນ ແຕ່ລະປີເພີ່ມຂຶ້ນ 97% ແລະ108% ຕາມລຳດັບ,ຊີ້ນໝູທີ່ນຳເຂົ້າສ່ວນຫຼາຍແມ່ນເປັນປະເພດແຊ່ແຂງແລະມາຈາກອາເມລິກາ, ເຢຍລະມັນ, ຝຣັ່ງ ແລະໂປໂລຍ.

  ປະຈຸບັນປະເທດຫວຽດນາມກຳນົດອັດຕາພາສີນຳເຂົ້າສຳລັບການປະຕິບັດຕໍ່ສິນຄ້າຈາກປະເທດສະມາຊິກຢ່າງເທົ່າທຽມ(MFN) ແມ່ນ 10% ສຳລັບຊີ້ນໝູແຊ່ແຂງ ສ່ວນຊີ້ນໝູສົດແລະແຊ່ເຢັນແມ່ນ 25% ສຳລັບບັນດາປະເທດທີ່ໄດ້ເຊັນສັນຍາການຄ້າເສລີກັບຫວຽດນາມເຊັ່ນ: ອົດສະຕາລີ, ເນເວຊູເອ ລັງ, ຍີ່ປຸ່ນ, ຣັດເຊຍ ແລະແມັກຊິໂກອັດຕາແມ່ນຢູ່ລະຫວ່າງ 3-21%.

 ໃນສອງສາມມື້ທຳອິດຂອງປີ 2020 ລາຄາຫມູທີ່ມີຊີວິດຫຼຸດລົງປະມານ 1.000-2.000 ດົງຕໍ່ກິໂລກຣາມໃນເຂດພາກເໜືອຊຶ່ງຜະລິດຕະພັນດັ່ງກ່າວຂາຍໃນລາຄາ ປະມານ 90.000-95.000 ດົງຕໍ່ກິໂລ (3.90-4.11 ໂດລາ) ຊຶ່ງສູງທີ່ສຸດໃນປະເທດອີງຕາມການລາຍງານກະຊວງກະສິກຳ ແລະພັດທະນາຊົນນະບົດໃຫ້ຮູ້ ວ່າ ກາງເດືອນທັນວາ2019 ໝູເກືອບ 6 ລ້ານໂຕ ຊຶ່ງມີນ້ຳໜັກລວມຫຼາຍກວ່າ 342.800 ໂຕນ ຫຼື ປະມານ 20% ຂອງຝູງໝູໃນທົ່ວປະເທດໄດ້ຖືກກຳຈັດຍ້ອນໄຂ້ ຫວັດໝູອາຟຣິກາທີ່ໄດ້ປາກົດໂຕເປັນຄັ້ງທຳອິດໃນປະເທດເລີ່ມຕັ້ງແຕ່ເດືອນກຸມພາປີກາຍນີ້ການ ແຜ່ລະບາດຂອງພະຍາດດັ່ງກ່າວໄດ້ເຮັດໃຫ້ມີການຂາດແຄນຊີ້ນໝູໃນປະຫວັດຫວຽດນາມຊຶ່ງເຮັດໃຫ້ລາຄາຊີ້ນໝູເພີ່ມຂຶ້ນໃນເດືອນສຸດທ້າຍຂອງປີ.

____________

ໜັງສືພິມເສດຖະກິດ-ສັງຄົມ