ຕະຫຼາດໄຮຄຳ ເນັ້ນຄຸ້ມຄອງສິນຄ້າ ພ້ອມສົ່ງເສີມແມ່ຄ້າຊາວຂາຍ

 ຕະຫຼາດໄຮຄຳຖືເປັນໜຶ່ງຕະຫຼາດຢູ່ລະດັບແຖວໜ້ານະຄອນຫຼວງວຽງຈັນ ທີ່ມີສະຖານທີ່ກວ້າງຂວາງໃຫ້ຄ່ອຍບໍລິການຂາຍຍົກ-ຂາຍຍ່ອຍທີ່ເພິ່ນເນັ້ນໝາກຫົວໃຈຫຼັກຄືການບໍລິການເອົາຄຸນນະພາບ ແລະຄຸ້ມຄອງດ້ານລາຄາ.

 ທ່ານນາງ ສຸດທິດາ ປຣີຊາຍານ ເຈົ້າຂອງຕະຫຼາດໄຮຄຳໃຫ້ສຳພາດນັກຂ່າວໜັງສືພິມເສດຖະກິດ-ສັງຄົມຮູ້ວ່າ: ຕະຫຼາດໄຮຄໍາເປັນຕະຫຼາດສ້າງຂຶ້ນອໍານວຍຄວາມສະດວກແມ່ຄ້າຊາວຂາຍລວມຜູ້ມາໃຊ້ບໍລິການທີ່ເປັນຕະຫຼາດຂາຍຍົກ-ຂາຍຍ່ອຍທີ່ໃຫຍ່ ແລະ ທັນສະໄໝໂດຍມີເນື້ອທີ່ກວ້າງຂວາງສາມາດຮອງຮັບການຄ້າຂາຍໄດ້ຈຳນວຍຫຼາຍຖືເປັນຕະຫຼາດຕົວແບບດ້ານການບໍລິການຄ້າຂາຍທີ່ດີຊຶ່ງຕະຫຼາດມີອາຄານ 14 ຫຼັງແບ່ງເຂດບໍລິການຄືເຂດຂອງກິນສຸກ, ເຂດຂາຍຊີ້ນ-ປາ ແລະຜັກ ແລະເຂດເຄື່ອງແຫ້ງ ມີ 559 ຫ້ອງໂຕະ, ສ່ວນຫ້ອງຂາຍເຄື່ອງມີ 288 ຫ້ອງ.

  ສຳລັບຕະຫຼາດໄຮຄຳສິນຄ້າສ່ວນໃຫຍ່ມາຈາກພາຍໃນປາກເຊ,ກາສີ,ວັງວຽງ ແລະນະຄອນຫຼວງວຽງຈັນ ສ່ວນລາຄາເນັ້ນຄຸ້ມຄອງປະຕິບັດຕາມການຄ້າໂດຍທຸກເດືອນຈະມີການກວດສານເຄມີເພື່ອຮັບປະກັນສິນຄ້າປອດໄພພິເສດຕະຫຼາດມີເນື້ອທີ່ 9 ເຮັກຕາສາມາດຮັບຄວາມສະດວກສະບາຍໂດຍສະເພາະບັນຫາລົດຕິດເນັ້ນການບໍລິ ການຄວາມສະອາດ, ຜ່ານການບໍລິການມາຕະຫຼາດຂາຍຍົກ-ຍ່ອຍແມ່ນກໍ່ສາມາດພາໃຫ້ແມ່ຄ້າຊາວຂາຍໄດ້ມີລາຍຮັບສາມາດລ້ຽງກຸ່ມຄອບຄົວ, ທິດທາງຕໍ່ໜ້າແມ່ນຈະມີການພັດທະນາສຸມໃຊ້ຕໍ່ເນື່ອງເພື່ອສ້າງຄວາມສະດວກໃຫ້ພໍ່ຄ້າຊາວຂາຍ ແລະຜູ້ບໍລິໂພກມີຄວາມສະດວກສະບາຍຂຶ້ນ.

ແນວໃດກໍ່ຕາມປະຈຸບັນທາງຕະຫຼາດຢາກຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງລົງຕິດຕາມຕະຫຼາດຫຼາຍແຮງຍັງມີການລະເມີດບັນຫາຕະຫຼາດຂາຍຍົກຂາຍຍ່ອຍທັງທີ່ຍັງບໍ່ທັນມີທະບຽນອະຍຸຍາດເພື່ອເປັນການປະຕິບັດຕາມກົດລະບຽບບ້ານເມືອງ, ຕະຫຼາດໄຮຄຳແມ່ນຕັ້ງຢູ່ບ້ານໄຮຄຳ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

____________

ຂຽນໂດຍ: ບຸນນິກ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ