ຊັນ ສັນຕິສຸກ ຊາຍແບບຕົວແທນປະເທດລາວ ກຽມເຂົ້າປະກວດເວທີສາກົນ

  ສັງກັດ First Modeling ຈະໄດ້ສົ່ງຊາຍແບບ ຊັນ ສັນຕິສຸກ ໃນສັງກັດເປັນຕົວແທນປະເທດລາວເຂົ້າປະກວດໃນລະດັບໂລກ ໃນເວທີ Mister and Miss Model of the Universe 2020 ທີ່ເມືອງມຸມໄບ (Mumbai)ປະ ເທດອິນເດຍ ໃນລະຫວ່າງວັນທີ 20 ຫາ 30 ມັງກອນ 2020.

  ທ້າວ ສັນຕິສຸກ ໄຊມົນຕີ (ຊັນ)ອາຍຸ 22 ປີ ສູງ 185 cm,ປະຈຸບັນຢູ່ບ້ານໜອງພະຍາ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ແລະສັງກັດຢູ່ firstmodeling ຜົນງານທີ່ຜ່ານມາທີ່ເຮັດໃຫ້ຄົນເລີ່ມເປັນທີ່ຮູ້ຈັກແມ່ນເດີນແບບ Lao Fashion Week 2018 ນອກນັ້ນຍັງສະແດງເປັນພະເອກ MV ໂອລ່າ blackeyes ເພງ:“ຈົບແລ້ວແຍກ” ຊຶ່ງຕອນນີ້ມີຜົນງານລ້າສຸດແມ່ນສະແດງພະເອກMV ເພງໃໝ່ທີ່ຖ່າຍໄປແລ້ວ ຂອງສິນລະປິນເພື່ອນບ້ານໃນເພງ: “ຍິນດີນຳເດີ” ທີ່ປ່ອຍອອກໃນ ທ້າຍປີ 2019.

  ສ່ວນການກະກຽມຄວາມພ້ອມ ທີ່ຈະໄປປະກວດເວທີສາກົນຫຼັກໆ ຄືເລື່ອງຮູບຮ່າງທີ່ຕ້ອງມີສຸຂະພາບ ທີ່ດີຈາກພາຍໃນສູ່ພາຍນອກລວມ ທັງການອອກກໍາລັງກາຍ ແລະ ການກິນອາຫານທີ່ມີປະໂຫຍດ ເພື່ອກຽມຮ່າງກາຍຈິດໃຈໃຫ້ພ້ອມ ນອກຈາກນີ້, ກໍຍັງຕ້ອງໄດ້ມີການ ຝຶກດ້ານພາສາໃຫ້ເຂັ້ມຂຶ້ນອີກດ້ວຍ ສໍາລັບວົງການບັນເທີງລາວໃນປະ ຈຸບັນແມ່ນກຳລັງໄປໄດ້ດີ ແລະດີກວ່າເມື່ອກ່ອນຫຼາຍເພາະມີເວທີ ບ່ອນກ້າສະແດງອອກໃຫ້ກັບຫຼາຍ ຄົນລວມທັງມີຫຼາກຫຼາຍຂຶ້ນສຳ ລັບການເປັນຕົວແທນປະເທດລາວ ໄປປະກວດເວທີສາກົນແມ່ນຈະ ເປັນການສ້າງໃຫ້ຕ່າງຊາດຮູ້ຈັກ ປະເທດລາວຫຼາຍຂຶ້ນ, ສາມາດ ສ້າງບົດບາດໃຫ້ປະເທດເຮົາ ແລະ ຈະເກັບກ່ຽວປະສົບການຂໍ້ມູນໃຫ້ ໄດ້ຫຼາຍທີ່ສຸດເພື່ອຈະໄປສົ່ງຕໍ່ໃຫ້ຮຸ່ນຕໍ່ໄປເພື່ອເຮັດໃຫ້ດີຂຶ້ນກວ່າ ເກົ່າ.

  ງານດັ່ງກ່າວຈະໄດ້ຈັດຂຶ້ນທີ່ມຸມໄບ ປະເທດອິນເດຍ ລະຫວ່າງ ວັນທີ 20-30 ມັງກອນ 2020 ແລະການປະກວດມື້ສຸດທ້າຍແມ່ນ ວັນທີ 29 ມັງກອນ ທ່ານສາມາດ ຕິດຕາມຂໍ້ມູນຂ່າວສານໄດ້ຜ່ານ ແຟນເພສ: Mister &Miss Model Of The Universe Laos ຫຼື ສາມາດຕິດຕາມຜົນງານຂອງໜຸ່ມ ຊັນ ໄດ້ຜ່ານfacebook: Sun suntisoukxaimonty.

ໂດຍ: ແພງຕາ