ຕາດຄອນແກ້ວ ສະຖານທີ່ທ່ອງທ່ຽວທາງທໍາມະຊາດ

 ຕາດຄອນແກ້ວ ສະຖານທີ່ທ່ອງທ່ຽວທາງທໍາມະຊາດທີ່ສວຍສົດງົດງາມອີຫຼີອີກແຫ່ງໜຶ່ງເພາະເປັນຕາດທີ່ອ້ອມຮອບໄປດ້ວຍຕົ້ນໄມ້ນ້ອຍໃຫຍ່ສີຂຽວຄຽງຂ້າງກັນກໍ່ມີທິວທັດທໍາມະຊາດ, ຊີວະນາໆພັນ, ມີສາຍລົມເຢັນພັດໂຊຍມາຕະຫຼອດເວລາ, ປະກອບກັບນໍ້າທີ່ໃສສະອາດ ແລະເຢັນດີໄຫຼລົງມາໜ້າສະອອນສໍາຜັດແລ້ວມີຄວາມສຸກຈິດໃຈເພີດເພີນໄປຈົນລືມອິດລືມເມື່ອຍໂດຍລວມຍັງຄົງຮັກສາໄວ້ທໍາມະຊາດບໍ່ມີຫຍັງປ່ຽນແປງ, ຈຶ່ງກາຍເປັນທີ່ນິຍົມຊົມຊອບຂອງບັນດານັກທ່ອງທ່ຽວທັງພາຍໃນເອງ ແລະຕ່າງປະເທດອີກດ້ວຍ.

   ສໍາລັບຕາດທີ່ວ່ານີ້ແມ່ນຕັ້ງຢູ່ບ້ານຄອນແກ້ວ ເມືອງຫີນບູນ ຂຶ້ນລົດຕາມເສັ້ນທາງເລກທີ່ 13 ໃຕ້,ຫາງຈາກຕົວເມືອງ 18 ກິໂລແມັດມີສາຍນໍ້າໄຫຼລົງມາຈາກເທິງພູກັນຕອງຄວາມໃສສະອາດ ໂດຍທໍາມະຊາດຢ່າງແທ້ຈິງ, ສ່ວນຂອງ ຕາດນີ້ມີນໍ້າຕົກສອງລະດັບຈາກສອງຈຸດຕ່າງກັນປະມານ 100-150ແມັດ, ຈຸດທີ 1: ເປັນຄູຫີນ ຕັນນໍ້າຄອນແກ້ວ,ຍາວປະມານ 40–50 ແມັດ, ສັນແກ້ງສູງປະມານ 3 ແມັດ (ລວງສູງຂອງນໍ້າຕົກຕາດໃນເດືອນພະຈິກ-ມິຖຸນາ)ກວ້າງປະມານ 3-4 ແມັດ, ເລິກ

ປະມານ 7 ແມັດ, ນໍ້າຢູ່ວັງ ນີ້ເປັນສີຟ້າໃສ, ຫ່າງຈາກຈຸດທີ່ ໜຶ່ງຂຶ້ນໄປຕາມສາຍນໍ້າຄອນແກ້ວ ປະມານ 30 ແມັດ, ກໍ່ຈະມີວັງນໍ້າເລິກປະມານ 8 ແມັດ ທັງສອງວັງນໍ້າເປັນວັງທີ່ມີປາຫຼາຍ, ສ່ວນວັງທີ່ຢູ່ຕໍ່ໜ້າຕາດນັ້ນເປັນວັງສະຫງວນ, ຈຸດທີ 2: ຫ່າງຈາກຈຸດທີໜຶ່ງລົງມາປະມານ 100-150 ແມັດ, ເປັນແກ້ງຫີນຍາວຕະຫຼອດ ຈົນຮອດຈຸດນໍ້າຕົກຕາດຄອນແກ້ວ,ຈຸດທີສອງເປັນນໍ້າຕົກແບ່ງ ອອກເປັນ 3 ແງ່ ແລະຍັງມີປ່າໄຄ້ ປະດັບເພີ່ມຄວາມສວຍງາມຂຶ້ນຕື່ມຕາດຄອນແກ້ວ ຫຼືບ້ານຄອນແກ້ວເອີ້ນຕາມຕຳນານນິທານວ່າ: ໄກ່ແກ້ວຂອງພະຍາມານອນຄອນຢູ່ບໍລິເວນນັ້ນ.

  ດັ່ງນັ້ນຈະເອີ້ນໃຫ້ຖືກຕາມຕຳນານດັ່ງກ່າວກໍ່ແມ່ນວ່າ: ບ້ານຄອນໄກ່ແກ້ວ, ຕາດຄອນແກ້ວນໍ້າຄອນແກ້ວໄຫຼຕົກໃສ່ນໍ້າປະກັນ, ນອກນັ້ນໃນບໍລິເວນຕາດຄອນແກ້ວ ເປັນເຂດທີ່ອຸດົມສົມບູນໄປດ້ວຍທຳມະຊາດ, ສັດນໍ້າ, ສັດບົກ ແລະພືດພັນນາໆຊະນິດ, ອີກທັງຍັງເປັນທໍາມະຊາດທີ່ສວຍງາມຂອງພູຜາປ່າໄມ້ ແລະ ໜ່ວຍພູສະຫຼັບສັບຊ້ອນເປັນໜ້າສະອອນເມື່ອໄດ້ສຳພັດ.

-------------

ຂຽນໂດຍ: ວົງມະນີ