ຫຼວງນໍ້າທາ ຮັບຮອງບ້ານນໍ້າຍາງເປັນບ້ານວັດທະນະທໍາ

   ວັນທີ 27 ທັນວາ 2019. ຢູ່ທີ່ບ້ານນໍ້າຍາງ ເມືອງຫຼວງນໍ້າທາ ໄດ້ຈັດພິທີປະກາດຮັບຮອງບ້ານນໍ້າຍາງ ເມືອງຫຼວງນໍ້າທາເປັນບ້ານວັດທະນາທໍາ ແລະຈັດງານບຸນກິນຈຽງຂອງເຜົ່າອາຄາຂຶ້ນໃນວັນທີ 27 ທັນວາ 2019 ຜ່ານມາໂດຍການເຂົ້າຮ່ວມຂອງທ່ານ ບຸນຄົງ ພິມມະສອນ ຮອງເຈົ້າ ເມືອງໆຫຼວງນໍ້າທາ, ທ່ານ ວຽງ ຄໍາໄຊຍະວົງ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງຫຼວງນໍ້າທາ, ມີບັນດາຫົວໜ້າຫ້ອງ-ຮອງຫ້ອງການແຂກຖືກເຊີນຕະຫຼອດຮອດປະຊາຊົນພາຍໃນບ້ານເຂົ້າຮ່ວມ.

 

 ທ່ານ ໂລເຊະຕາງໜ້າອົງ ການຈັດຕັ້ງບ້ານນໍ້າຍາງລາຍງານວ່າ:ບ້ານນໍ້າຍາງແມ່ນເຜົ່າອາຄາຕັ້ງຢູ່ເຂດຊົນນະບົດພູດອຍຫ່າງຈາກເທສະບານເມືອງຫຼວງນໍ້າທາໄປທາງ ທິດຕາເວັນຕົກ ປະມານ 12 ກິໂລແມັດ, ມີ 124 ຫຼັງຄາເຮືອນ, 153 ຄອບຄົວ, ມີພົນລະເມືອງ 846 ຄົນ, ຍິງ 450 ຄົນ, ບ້ານນໍ້າຍາງ ແມ່ນໄດ້ມີເສັ້ນທາງລົດເຂົ້າເຖິງບ້ານ, ມີໄຟຟ້າ ແລະນໍ້າລິນໃຊ້, ມີໂຮງຮຽນປະຖົມ 1 ແຫຼ່ງ, ມີທີ່ດິນທໍາ ການຜະລິດພຽງພໍ, ປະຊາຊົນມີ ມູນເຊື້ອດຸໝັ່ນຂະຫຍັນພຽນໃນການຜະລິດກະສິກໍາເປັນສິນຄ້າສາມາດສ້າງເສດຖະກິດຄອບຄົວໃຫ້ມີຄວາມເຂັ້ມແຂງຈໍານວນຄອບຄົວພາຍໃນບ້ານແມ່ນກຸ້ມຢູ່ກຸ້ມກິນ ແລະຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ ;ໃນ 1 ປີຜ່ານມາສາມາດສ້າງລາຍຮັບຈາກການຂາຍເຄື່ອງປ່າຂອງດົງຕ່າງໆ ໄດ້ 1,5 ຕື້ກວ່າກີບ, ການຂາຍເຂົ້າ 94 ລ້ານກວ່າກີບ, ຂາຍຢາງພາລາ 980 ລ້ານກີບ, ໝາກແໜ່ງ 356 ລ້ານກີບ, ສະເລ່ຍຫົວຄົນ ໜຶ່ງໄດ້ 5 ລ້ານກວ່າກີບຕໍ່ຄົນຕໍ່ປີ; ການສ້າງຄອບຄົວ ແລະບ້ານວັດທະນະທໍາບ້ານນໍ້າຍາງໄດ້ເລີ່ມເປີດຂະບວນການສ້າງຄອບຄົວ ແລະບ້ານວັດທະນະທໍາມາແຕ່ທ້າຍເດືອນທັນວາ ປີ 2018 ເປັນຕົ້ນ ມາ ໄດ້ພ້ອມກັນສ້າງ ແລະປະເມີນ ຕາມມາດຖານເງື່ອນໄຂມາເປັນໄລຍະຮອດວັນທີ 16 ພຶດສະພາ 2019 ສາມາດສ້າງຄອບຄົວວັດທະນະທໍາໄດ້ທັງໜົດ 113 ຄອບຄົວ ເທົ່າກັບ 91,12%.

-------- 

ສ່ວນທິດທາງແຜນການຕໍ່ໜ້າແມ່ນຈະສືບຕໍ່ສົ່ງເສີມການຜະລິດເປັນສິນຄ້າຕາມທ່າແຮງຂອງແຕ່ລະຄອບຄົວ ແລະຂອງບ້ານໂດຍເລັ່ງໃສ່ການບົວລະບັດຮັກສາຜົນລະ ປູກ ແລະ ການລ້ຽງສັດໃຫ້ຫຼາຍກາຍເປັນສິນຄ້າຕາມຄວາມເໝາະສົມ, ສູ້ຊົນສ້າງລາຍຮັບໃຫ້ໄດ້ 6 ລ້ານກີບຕໍ່ຄົນຕໍ່ປີ, ສືບຕໍ່ຮັກສາມູນເຊື້ອອັນດີງາມເວົ້າລວມເວົ້າສະ ເພາະແມ່ນວັດທະນາທໍາໃຫ້ຍືນຍົງ, ຍົກສູງລະດັບການພັດທະນາດ້ານຕ່າງໆໃຫ້ສູງຂຶ້ນ, ສືບຕໍ່ຈັດສັນບ້ານໃຫ້ເປັນລະບຽບ, ສະອາດງາມຕາ, ຮັກສາ ແລະສົ່ງເສີມມູນເຊື້ອວັດທະນະທໍາ ແລະຮີດຄອງປະເພນີອັນດີງາມຂອງເຜົ່າ ແລະແບບແຜນດໍາລົງຊີວິດຂອງປະຊາຊົນພາຍໃນບ້ານໃຫ້ດີຂຶ້ນເທື່ອລະກ້າວ.

  ຈາກນັ້ນທ່ານ ວຽງຄໍາ ໄຊຍະວົງ ໄດ້ມອບໃບຢັ້ງຢືນບ້ານນໍ້າຍາງເມືອງຫຼວງນໍ້າທາເປັນບ້ານວັດທະນະທໍາ ແລະຮ່ວມກັນຕັດແຖບຜ້າເປີດປ້າຍບ້ານນໍ້າຍາງເປັນບ້ານວັດ ທະນາທໍາຢ່າງເປັນທາງການ, ພ້ອມດຽວກັນນີ້ຜູ້ເຂົ້າຮ່ວມຍັງໄດ້ຮ່ວມງານບຸນກິນຈຽງຂອງເຜົ່າອາຄາບ້ານນໍ້າຍາງດ້ວຍບັນຍາກາດເບີກບານມວນຊື່ນ.

____________

ຂຽນໂດຍ: ໄພສອນ ລີຍົງວາ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ