ສຳເລັດກອງປະຊຸມພົບປະລະຫວ່າງພາກລັດກັບຫົວໜ່ວຍທຸລະກິດ

  ໃນວັນທີ 3 ມັງກອນ 2020 ນີ້ແຂວງສາລະວັນ ໄດ້ສຳເລັດກອງປະຊຸມພົບປະລະຫວ່າງພາກລັດກັບ ຫົວໜ່ວຍທຸລະກິດຄັ້ງທີ I ຊຶ່ງພິທີ ດັ່ງກ່າວໄດ້ຈັດຂຶ້ນທີ່ສະໂມສອນ ແຂວງໂດຍການເປັນປະທານຂອງ ທ່ານ ສີສຸວັນ ວົງຈອມສີ ເຈົ້າ ແຂວງໆສາລະວັນ, ທ່ານ ວັນທອງ ສິດທິກຸນ ຮອງປະທານສະພາ ການຄ້າ ແລະອຸດສາຫະກຳແຫ່ງ ຊາດລາວ, ມີທ່ານຄະນະປະຈຳ ພັກແຂວງ, ກຳມະການພັກແຂວງ,ເຈົ້າເມືອງ ແລະຮອງເຈົ້າເມືອງໃນ 8 ຕົວເມືອງຂອງແຂວງ ແລະຫົວ ໜ່ວຍທຸລະກິດຜູ້ປະກອບການເຂົ້າຮ່ວມ

ທ່ານ ນາງ ອິນແປງ ຊາມຸນຕີ ປະທານສະພາການຄ້າ ແລະອຸດສາຫະກຳ ແຂວງສາລະວັນ ສະໃໝທີ່ IV ຕ່າງໜ້າໃຫພາກທຸລະກິດກໍ່ໄດ້ລາຍງານສະພາບການເຄື່ອນໄຫວ ວຽກງານ ແລະການດຳເນີນທຸລະກິດພາຍໃນແຂວງ, ໃນໄລຍະຜ່ານມາສະພາການຄ້າ ແລະອຸດສາຫະກຳການຄ້າ ແຂວງສາລະວັນກໍ່ ແມ່ນອົງການຈັດຕັ້ງໜຶ່ງຂອງພາກ ທຸລະກິດມີພາລະບົດບາດ, ສິດ ແລະ ໜ້າທີ່ເຕົ້າໂຮມເອົາຫົວໜ່ວຍທຸລະກິດ-ວິສາຫະກິດພາຍໃນແຂວງລະ ຫວ່າງຜູ້ປະກອບການດ້ວຍກັນ, ເປັນຂົວຕໍ່ລະຫວ່າງພາກລັດກັບທຸ ລະກິດ ແລະເປັນຕົວແທນຂອງຜູ້ ໃຊ້ແຮງງານ, ພ້ອມທັງໄດ້ມີການ ປັບປຸງວຽກງານຕ່າງໆຕາມຂໍ້ ຕົກລົງຂອງທ່ານ ຮອງເຈົ້າແຂວງ ສະບັບເລກທີ 536/ຈຂ.ສວ ລົງ ວັນທີ 26 ສິງຫາ 2019 ວ່າດ້ວຍ: ການແຕ່ງຕັ້ງຄະນະບໍລິຫານສະພາການຄ້າ ແລະອຸດສາຫະກຳການ ຄ້າ ແລະດຳລັດເລກທີ 316/ນຍ ລົງວັນທີ 11 ຕຸລາ 2009 ແລະກົດລະບຽບຂອງສະພາການຄ້າ ແລະ ອຸດສາຫະກຳການຄ້າ ແຂວງສາລະວັນເລກທີ 04/ ສຄອ.ສວ ລົງ ວັນທີ 28 ສິງຫາ 2019 ຍຸດທະສາດການຈັດຕັ້ງປະຕິບັດເບື້ອງຕົ້ນ ແມ່ນສຸມໃສ່ການສ້າງແຜນພັດທະນາ ສຄອ ແຂວງໄລຍະ 3 ປີ ຕາມ ວາລະ ແລະແຜນຂາຍຍ່ອຍທ້າຍ ປີ 2019 ທີ່ໄດ້ກຳນົດໄວ້, ຄະນະບໍລິຫານສະພາການຄ້າ ແລະອຸດ ສາຫະກຳແຂວງສາລະວັນ ມີທັງ ໝົດ 28 ທ່ານ, ຍິງ 5 ທ່ານ.

  ທົ່ວແຂວງມີຫົວໜ່ວຍທຸລະກິດ ທີ່ໄດ້ຂຶ້ນທະບຽບວິສາຫະກິດທັງ ໝົດ 4,297 ຫົວໜ່ວຍ, ມີມູນຄ່າ ທຶນຈົດທະບຽບທັງໝົດ 3.730 ຕື້ກີບ, ໃນນັ້ນວິສາຫະກິດສ່ວນບຸກຄົນ 3.870 ຫົວໜ່ວຍ, ບໍລິສັດຈຳ ກັດ 71 ຫົວໜ່ວຍ, ບໍລິສັດຈຳກັດ ຜູ້ດຽວ 344 ຫົວໜ່ວຍ, ບໍລິສັດ ມະຫາຊົນ 1 ຫົວໜ່ວຍ, ບໍລິສັດ ລັດ 9 ຫົວໜ່ວຍ ແລະວິສາຫະກິດ ລວມໝູ່ 2 ຫົວໜ່ວຍ, ແຍກເປັນຈຸດ ວິສາຫະກິດ 3.588 ຫົວໜ່ວຍ, ມີວິສາຫະກິດຂະໜາດນ້ອຍ 406 ຫົວໜ່ວຍ, ຂະໜາດກາງ 147 ຫົວໜ່ວຍ ແລະຂະໜາດໃຫຍ່ 156 ຫົວໜ່ວຍ, ທີ່ນອນໃນຂະແໜງຂົງ ເຂດເສດຖະກິດຄື: ທ່ອງທ່ຽວ, ໂຮງແຮມ, ຮ້ານອາຫານ, ກໍ່ສ້າງ, ປູກຝັງ-ລ້ຽງສັດ, ການຂົງສົ່ງເຟີ ນີເຈີ, ອຸດສະຫະກຳວັດສະດຸກໍ່ສ້າງ-ຊີມັງ-ຫີນ-ຊາຍ, ການຄ້າຂ້າຍ ແລະຫັດຖະກຳຕໍ່າແຜນແພ, ຄັວດ ລາຍ,ຈັກສານອື່ນໆເປັນຕົ້ນ, ນອກຈາກນັ້ນກໍ່ຍັງໄດ້ອອກໃບຢັ້ງຢືນ ແຫຼ່ງກໍາເນີດສິນຄ້າໄດ້ທັງໝົດ 41 ຊຸດຄື: ຟອມ E 27 ຊຸດ ແລະຟອມ AK 14 ຊຸດ ມີມູນຄ່າ 1,373  ລ້ານໂດລາ.

  ຈາກນັ້ນກອງປະຊຸມກໍ່ໄດ້ມີການປະກອບຄຳຄິດ, ຄຳເຫັນໃສ່ບົດລາຍງານຕ່າງເພື່ອເຮັດເຮັດວຽກງານດັ່ງກ້າວໄດ້ມີການພັດທະນາດີຂຶ້ນເທື່ອລະກ້າວຕາມແນວທາງຂອງພັກ ເປັນຕົ້ນກໍ່ແມ່ນຢູ່ໃນຂົງເຂດເສດຖະກິດ-ການເງິນ, ທະນາຄານ, ວຽກງານປ້ອງກັນຄວາມສະຫງົບ ແລະຂົງເຂດແຫຼ່ງຂ່າວ-ວັດທະນະທຳ ແລະທ່ອງທ່ຽວ.

 

ໂດຍ: ສິດຕາ ເພັດວົງສາ