ສະຫຼຸບບັ້ນກວດສອບບົດກ່ຽວກັບວຽງໄຊ 50 ປີ

   ພິທີສະຫຼຸບບັ້ນກວດສອບບົດບັນທຶກ, ເລື່ອງສັ້ນ ແລະ ກອນເລົ່າເລື່ອງເພື່ອສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງ ໄຊ-ຖານທີ່ໝັ້ນຂອງການປະຕິວັດລາວ ຄົບຮອບ 50 ປີ (30 ພະຈິກ 1968-30 ພະຈິກ 2018) ໄດ້ຈັດຂຶ້ນໃນວັນທີ 30 ມັງກອນ 2019  ທີ່ຫ້ອງປະຊຸມຫໍສະໝຸດແຫ່ງຊາດພາຍໃຕ້ການເປັນປະທານຂອງ ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ, ຮອງໂດຍມີພາກສ່ວນຮ່ວມກ່ຽວຂ້ອງພ້ອມດ້ວຍບັນ ດານັກປະພັນ-ນັກກະວີອາວຸໂສທັງໜຸ່ມນ້ອຍເຂົ້າຮ່ວມ.

  ໂດຍປະຕິບັດຕາມການຊີ້ນຳ ແລະ ແຜນການສະຫຼອງວັນສ້າງຕັ້ງເມືອງວຽງໄຊຖານທີ່ໝັ້ນການປະຕິວັດລາວຄົບຮອບ 50 ປີຂອງຄະນະກຳມະການລະດັບຊາດ ແລະຂອງກະຊວງຖະແຫຼງຂ່າວວັດທະນະທຳ ແລະທ່ອງທ່ຽວ. ສະມາຄົມນັກປະພັນລາວໃນນາມພາກສ່ວນໄດ້ຮັບມອບໝາຍໃຫ້ປະຕິບັດຕົວຈິງໄດ້ສ້າງ ແຜນການກວດສອບ ແລະເຊີນຊວນນັກປະພັນອາວຸໂສກິດຕິມະສັກຂຽນບົດບັນທຶກຄວາມຊົງຈຳ, ເລື່ອງສັ້ນ, ກອນເລົ່າຄືນມູນເຊື້ອປະຫວັດສາດ ແລະໄດ້ ອອກແຈ້ງການກວດສອບລົງພື້ນຖານໃນນະຄອນຫຼວງ, ລົງບາງແຂວງເຜີຍແຜ່ແຈ້ງການເພື່ອປະກອບສ່ວນເຂົ້າໃນບັ້ນກວດສອບຄັ້ງນີ້.

    ບັ້ນກວດສອບໄດ້ເລີ່ມຮັບບົດຕັ້ງແຕ່ວັນທີ 1 ສິງຫາ 2018 ແລະປິດຮັບວັນທີ 30 ພະຈິກ 2018 ຈຳນວນບົດທີ່ນັກປະພັນໄດ້ສົ່ງເຂົ້າກວດສອບຄືບົດ ບັນທຶກຄວາມຊົງຈຳ 76 ບົດ, ເລື່ອງສັ້ນ 52 ບົດ ແລະກອນເລົ່າເລື່ອງ138 ບົດ. ສຳລັບຜູ້ຂຽນທີ່ສົ່ງບົດເຂົ້າຮ່ວມສ່ວນຫຼາຍແມ່ນນັກຂຽນຮຸ່ນໜຸ່ມນ້ອຍ ຢູ່ໃນນະຄອນຫຼວງ ແລະບາງແຂວງເຊັ່ນ: ສະຫວັນນະເຂດ, ຫົວພັນ, ຈຳປາສັກ, ສາລະວັນ, ຄຳມ່ວນ ແລະແຂວງວຽງຈັນ, ນອກນັ້ນຍັງມີພະນັກງານທະຫານ, ຕຳຫຼວດທັງຜູ້ປະຈຳການ ແລະບຳນານຈຳນວນໜຶ່ງ.

  ຜົນການກວດສອບຂອງບົດທັງ 3 ປະເພດຄື: ບົດບັນທຶກຄວາມຊົງຈຳ, ເລື່ອງສັ້ນ ແລະກອນເລົ່າເລື່ອງປາກົດວ່າຜູ້ຊະນະເລີດຈາກການກວດສອບປະ ເພດບົດບັນທຶກໄດ້ແກ່ບົດທີ່ມີຊື່ວ່າ: ວຽງໄຊທີ່ແສນຮັກແຕ່ງໂດຍ: ສ.ອິນທະວີຄຳ, ປະເພດເລື່ອງສັ້ນໄດ້ແກ່ບົດທີ່ມີຊື່ວ່າ: ພໍ່ສ່ຽວທີ່ຖ້ຳຜາຫານຂຽນໂດຍ: ຈັນທະພອນ ວັນນະຈິດ ແລະປະເພດບົດກອນທີ່ຊະນະເລີດໄດ້ແກ່ບົດທີ່ມີຊື່ວ່າ: ມົນຂັງທີ່ວຽງໄຊແຕ່ງໂດຍ: ລູກດອນກະເດັນ, ນອກນັ້ນຍັງມີບົດປະເພດລາງວັນທີ 2 ມີ 2 ລາງວັນ, ລາງວັນທີ 3 ມີ 3 ລາງວັນ ແລະລາງວັນຊົມເຊີຍອີກ12 ລາງວັນ ໂດຍແຕ່ລະລາງວັນຈະໄດ້ຮັບເງິນສົດຄືລາງວັນທີ 1 ແມ່ນ 5 ລ້ານກີບ, ລາງວັນທີ 2 ແມ່ນ 3 ລ້ານກີບ, ລາງວັນທີ 3 ແມ່ນ 2 ລ້ານກີບ ແລະ ລາງວັນຊົມເຊີຍລາງວັນລະ 1 ລ້ານກີບ.