ເຜີຍແຜ່ຜົນຄົ້ນຄວ້າວິທະຍາສາດການຮ່ວມມືລາວ-ຈີນ

  ເພື່ອສົ່ງເສີມສາຍພົວພັນຮ່ວມມືລະຫວ່າງສອງຊາດລາວ-ຈີນ ແລະ ເປັນການຜັນຂະຫຍາຍການຮ່ວມມືແບບຍຸດທະສາດຮອບດ້ານ, ໝັ້ນຄົງ, ຍາວນານ ແລະ ເພື່ອໃຫ້ໄດ້ຮັບໝາກຜົນໃນການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳຂຶ້ນເທື່ອລະກ້າວ, ພ້ອມທັງເສີມຂະຫຍາຍສາຍພົວພັນອັນດີລະຫວ່າງສອງຊາດ ລາວ-ຈີນ ໃນດ້ານການເພີ່ມທະວີສາຍພົວພັນທາງການຄ້າ, ການດຶງດູດນັກລົງທຶນໃນຂະແໜງການຕ່າງໆ ແລະເພື່ອປັບປຸງຄຸນນະພາບ-ມາດຕະຖານສິນຄ້າ ແລະ ການບໍລິການໃນດ້ານຊີວິດການເປັນຢູ່ຂອງປະຊາຊົນທັງສອງຊາດໃຫ້ດີຍິ່ງຂຶ້ນ.

  ເມື່ອບໍ່ດົນມານີ້ທີ່ນະຄອນຫຼວງວຽງ ຈັນສູນຄົ້ນຄວ້າຈີນ້ອງການຄົ້ນຄວ້າວິທະຍາສາດ ແລະບໍລິການວິຊາການມະຫາວິທະຍາໄລແຫ່ງຊາດຮ່ວມກັບສະຖາບັນຕ່າງປະເທດກະຊວງຕ່າງປະເທດໄດ້ຈັດກອງປະຊຸມເຜີຍແຜ່ຜົນການຄົ້ນຄວ້າວິທະຍາສາດກ່ຽວກັບການຮ່ວມມືລາວ-ຈີນ, ມີຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ຮອງຜູ້ອຳນວຍການສະຖາບັນການຕ່າງປະເທດ,ມີຜູ້ຕາງໜ້າຫົວໜ້າຫ້ອງການຄະນະກຳມະການຮ່ວມມືລາວ-ຈີນ,ມີຊ່ຽວຊານຈີນ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 ທ່ານ ສິດທິໄຊ ໄຊຍະວົງ ຜູ້ອຳນວຍການສູນຄົ້ນຄວ້າຈີນ, ວ່າການຫົວໜ້າຫ້ອງການຄົ້ນຄວ້າວິທະຍາສາດ ແລະບໍລິການວິຊາການໄດ້ລາຍງານສະພາບການເຄື່ອນໄຫວ ແລະຜົນງານຂອງສູນຄົ້ນຄວ້າຈີນໃນໄລຍະຜ່ານມາວ່າ: ສູນຄົ້ນຄວ້າຈີນໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການໃນວັນທີ 19 ພະຈິກ 2015, ປະຈຸບັນສູນດັ່ງກ່າວປະກອບດ້ວຍທ່ານຮອງອະທິການບໍດີ ມຊ ຜູ້ຊີ້ນຳວຽກງານຄົ້ນຄວ້າ, ມີຫົວໜ້າຫ້ອງການຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ, ຜູ້ອຳນວຍການສູນຄົ້ນຄວ້າຈີນ, ກອງເລຂາສູນ, ພະນັກງານວິຊາການ 2 ຄົນ ແລະຊ່ຽວຊານທີ່ມາຈາກ ສປ ຈີນ 1 ທ່ານ ພ້ອມທັງຮັບຟັງການລາຍງານຜົນສຳເລັດການເຄື່ອນໄຫວວຽກງານຈຳ ນວນໜຶ່ງບົດໂຄງການຄົ້ນຄວ້າທີ່ໄດ້ຮັບທຶນຈາກສູນດັ່ງກ່າວຈຳນວນ 13 ຫົວບົດ.

__________

ຂຽນໂດຍ: ວົງມະນີ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ