ປຸກລະດົມໄວໜຸ່ມຫຼຸດຜ່ອນໃຊ້ພລາສຕິກ

 ວັນທີ 29 ທັນວາ 2019 ຜ່ານມາອົງການສະຫະປະຊາຊາດກອງທຶນເພື່ອປະຊາກອນຂອງ (UNFPA) ຮ່ວມກັບອາສາສະໝັກອົງການສະຫະປະຊາຊາດ (UNV) ແລະກຸ່ມຜູ້ນໍາໄວໜຸ່ມ Zero Waste Laos ໄດ້ຈັດກິດຈະກໍາ ແລະເກັບຂີ້ເຫຍື້ອຢູ່ວິທະຍາເຂດມະຫາວິທະຍາໄລແຫ່ງຊາດນະຄອນຫຼວງວຽງຈັນພື່ອຈັດການສິ່ງເສດເຫຼືອ ແລະການຫຼຸດຜ່ອນການນໍາໃຊ້ພລາສຕິກທີ່ນໍາໃຊ້ພຽງຄັ້ງດຽວ.

 ຊຶ່ງກິດຈະກຳດັ່ງກ່າວ, ເປັນສ່ວນໜຶ່ງຂອງຂະບວນການຂ້ອຍ, ຮ່າງ ກາຍຂອງຂ້ອຍ, ໂລກຂອງຂ້ອຍ ແລະອະນາຄົດຂອງຂ້ອຍແນໃສ່ເພື່ອຊຸກຍູ້ ແລະ ປຸກລະດົມໃຫ້ໄວໜຸ່ມມີສ່ວນຮ່ວມໃນການຈັດຕັ້ງປະຕິບັດເພື່ອແກ້ໄຂບັນຫາຫຼາຍຢ່າງທີ່ສົ່ງຜົນກະທົບຕໍ່ເຂົາເຈົ້າ, ລວມທັງການປ່ຽນແປງດິນຟ້າອາກາດ, ອຳນວຍຄວາມສະດວກໃຫ້ແກ່ການຮຽນຮູ້ແບບມີສ່ວນກ່ຽວກັບສິ່ງທີ່ໄວໜຸ່ມສາມາດເຮັດໄດ້ເພື່ອຫຼຸດຜ່ອນການປ່ອຍອາຍກາກບອນ ແລະເຮັດໃຫ້ໂລກມີຄວາມຍືນຍົງເພື່ອຄົນຮຸ່ນຕໍ່ໄປ.

  ຜູ້ກໍ່ຕັ້ງ Zero Waste Laos ໄດ້ກ່າວວ່າ: “ລະດັບຄວາມຮັບຮູ້ ແລະຄວາມເຂົ້າໃຈໃນການຈັດການສິ່ງເສດເຫຼືອຍັງຕໍ່າ ແລະການຊົມໃຊ້ພລາສຕິກຍັງຢູ່ໃນລະດັບສູງ ຊຶ່ງເປັນບັນຫາໃຫຍ່ຂອງລາວ, ການຮ່ວມມືກັນກັບທຸກໆພາກສ່ວນມີຄວາມຈຳເປັນຍ່າງຮີບດ່ວນ ແລະໄວໜຸ່ມສາມາດມີບົດບາດສຳຄັນໃນການເຮັດໃຫ້ປະເທດມີຄວາມສະອາດ, ປອດໄພ, ຫຼີກລ່ຽງການນໍາໃຊ້ພລາສຕິກ ແລະການຫຼຸດຜ່ອນຂີ້ເຫຍື້ອ ແລະມີຄວາມຍືນຍົງ.”

_________

ຂຽນໂດຍວົງມະນີ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ