ສຳເລັດຝຶກອົບຮົມຄວາມປອດໄພນຳໃຊ້ເຄື່ອງຈັກຜະລິດເຟີນິເຈີ

  ເມື່ອບໍ່ດົນມານີ້ສະມາຄົມເຟີນິເຈີລາວຮ່ວມກັບສະຖາບັນພັດທະນາກຳມະບານລາວໄດ້ຈັດຊຸດຝຶກອົບຮົມພາຍໃຕ້ຫົວຂໍ້ ກົດຄວາມປອດໄພກ່ຽວກັບການຄຸ້ມຄອງນຳໃຊ້ເຄື່ອງມືເຄື່ອງຈັກຜະລິດເຟີນິເຈີໂດຍເຂົ້າຮ່ວມມີທ່ານສົມມາດເທບພະສົງຫົວໜ້າຫ້ອງການສະຫະພັນກຳມະບານລາວ, ທ່ານ ສົມນຶກ ຫົວໜ້າສະຖາບັນພັດທະນາກຳມະບານລາວ, ທ່ານ ຄຳປຸ່ນ ເຈົ້າພຣະສີຮົ່ມຂາວ ຮອງປະທານສະມາຄົມເຟີນິເຈີລາວ, ພ້ອມດ້ວຍສຳມະນາກອນ ແລະບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

  ທ່ານ ຄຳປຸ່ນ ເຈົ້າພຣະສີຮົ່ມຂາວ ກ່າວວ່າ: ໂດຍປະຕິບັດຕາມບົດບັນທຶກຄວາມເຂົ້າໃຈ (MOU) ການຮ່ວມມືລະຫວ່າງສະຖາບັນພັດທະນາກຳມະບານລາວ ແລະສະ ມາຄົມເຟີນິເຈີລາວສະບັບເລກທີ 2795/ສພກລ ຄັ້ງວັນທີ 4 ຕຸລາ 2019 ດັ່ງນັ້ນເພື່ອປະຕິບັດຕາມສັນຍາດັ່ງກ່າວຈຶ່ງໄດ້ຈັດຊຸດຝຶກອົບຮົມຂຶ້ນພາຍໃຕ້ຫົວຂໍ້ ກົດຄວາມປອດໄພກ່ຽວກັບການຄຸ້ມຄອງນຳໃຊ້ເຄື່ອງມືເຄື່ອງຈັກຜະລິດເຟີນິເຈີໂດຍມີນັກສຳມະນາກອນທັງໝົດ 9 ຄົນ ຈາກໂຮງງານເຟີນິເຈີທີ່ເປັນສະມາຊິກຂອງສະມາຄົມເຟີນິເຈີລາວໃນນະຄອນຫຼວງວຽງຈັນ 4 ທ່ານ ແລະຈາກສະຖາບັນພັດທະນາກຳມະບານລາວ 5 ທ່ານ.

  ຊຶ່ງການຝຶກອົບຮົມດັ່ງນັກສຳມະນາກອນແມ່ນຈະໄດ້ຮຽນຮູ້ກ່ຽວກັບກົດຄວາມປອດໄພ, ການຄຸ້ມຄອງ, ການນຳໃຊ້ເຄື່ອງມືເຄື່ອງຈັກ ແລະວິທະຍາການເຕັກນິກການຜະລິດເຟີນິເຈີ.

___________

ຂຽນໂດຍະເຫຼີມ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ