ລາວ-ຫວຽດ ນາມລົງນາມເອກະສານຮ່ວມມື 8 ສະບັບ

 ໃນວັນທີ 4 ມັງກອນ 2020, ທີ່ນະຄອນຫຼວງຮ່າໂນ້ຍ, ສສ. ຫວຽດນາມ, ສະຫາຍນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະສະຫາຍນາຍົກລັດຖະມົນຕີ ຫງວຽນ ຊວັນ ຟຸກ ໄດ້ຮ່ວມເປັນປະທານຊີ້ນຳກອງປະຊຸມຄັ້ງທີ 42 ປະຈຳປີ 2020 ຂອງຄະນະກໍາມະການຮ່ວມມືທະວິພາຄີລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ລັດ ຖະບານແຫ່ງ ສສ. ຫວຽດນາມ.

  ໃນກອງປະຊຸມ, ສອງຝ່າຍໄດ້ຮ່ວມກັນຕີລາຄາຜົນຂອງການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມຄັ້ງທີ 41 ກໍຄືຂໍ້ຕົກລົງວ່າດ້ວຍແຜນການຮ່ວມມືປະຈໍາປີ 2019 ແລະພ້ອມກັນປຶກສາຫາລືກ່ຽວກັບທິດທາງການຮ່ວມມືໃນປີ 2020.

  ສອງຝ່າຍໄດ້ຕີລາຄາສູງຕໍ່ບັນດາຜົນສຳເລັດຂອງການຈັດຕັ້ງປະຕິບັດຂໍ້ຕົກລົງວ່າດ້ວຍແຜນການຮ່ວມມືໃນປີ 2019 ຜ່ານມາ, ໄດ້ບັນລຸຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນການຮ່ວມມືດ້ານການເມືອງ-ການຕ່າງປະເທດ, ປ້ອງກັນຊາດ- ປ້ອງກັນຄວາມສະຫງົບແມ່ນສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດເປັນຢ່າງດີ, ມີການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງຂອງສອງພັກ, ສອງລັດຢ່າງເປັນປົກກະຕິ.

  ດ້ານເສດຖະກິດ-ການຄ້າ ແລະການລົງທຶນ,ມາຮອດປະຈຸບັນ,ການລົງທຶນຂອງບັນດາວິສາຫະກິດຫວຽດນາມຢູ່ລາວລວມມູນຄ່າມີເຖິງ 4,2 ຕື້ໂດລາສະຫະລັດ, ຈັດຢູ່ໃນອັນດັບໃນຈໍານວນການລົງທຶນຂອງຕ່າງປະເທດຢູ່ ສປປ ລາວ ແລະ ມູນຄ່າການຄ້າສອງຝ່າຍປີ 2019 ບັນລຸໄດ້ 1,2 ລ້ານໂດລາສະຫະລັດເພີ່ມຂຶ້ນ 12, 4% ; ການຮ່ວມມືໃນຂົງເຂດການສຶກສາ-ບຳລຸງສ້າງກໍໄດ້ຮັບເປີດກວ້າງດ້ວຍຫຼາຍຮູບການ, ປະຈຸບັນຈໍານວນນັກສຶກສາລາວທີ່ກໍາລັງຄົ້ນຄວ້າຮໍ່າຮຽນຢູ່ ສສ. ຫວຽດ ນາມມີຫຼາຍກວ່າ16.600 ຄົນ ນອກຈາກນີ້ສອງຝ່າຍຍັງມີການຮ່ວມມືໃນຂົງເຂດອື່ນໆອີກ.

  ສຳລັບທິດທາງແຜນການຮ່ວມມືໃນປີ 2020, ສອງຝ່າຍໄດ້ຕົກລົງເຫັນດີເປັນເອກະພາບສືບຕໍ່ຈັດຕັ້ງປະຕິບັດຕາມທິດຊີ້ນຳຂອງສອງກົມການເມືອງ ແລະ ຂໍ້ຕົກລົງວ່າດ້ວຍແຜນການຮ່ວມມືລະຫວ່າງສອງລັດຖະບານໃຫ້ປາກົດຜົນເປັນຈິງ, ໃນນັ້ນເອົາໃຈໃສ່ສືບຕໍ່ເພີ່ມທະວີການພົວພັນດ້ານການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຍົກສູງປະສິດທິຜົນຂອງບັນດາກົນໄກການຮ່ວມມື ແລະການຈັດຕັ້ງຜັນຂະຫຍາຍເນື້ອໃນຖະແຫຼງການຮ່ວມ ແລະບັນດາຂໍ້ຕົກລົງຕ່າງໆໃຫ້ເປັນຮູບປະທຳຍິ່ງຂຶ້ນໂດຍສະເພາະແມ່ນການຜັນຂະຫຍາຍການບົດບັນທຶກຄວາມເຂົ້້າໃຈກ່ຽວກັບການຮ່ວມມືດ້ານຄົມມະນາຄົມ ແລະ ຂົນສົ່ງ, ການຮ່ວມມືພັດທະນາບັນດາໂຄງການໄຟ ຟ້າຢູ່ລາວ,ເຊື່ອມຕໍ່ລະບົບໄຟຟ້າ ແລະ ການຊື້-ຂາຍໄຟຟ້າດັ່ງນີ້ເປັນຕົ້ນ. ຄຽງຄູ່ກັນນີ້ສອງຝ່າຍກໍ່ຈະພ້ອມກັນສືບຕໍ່ເພີ່ມທະວີການຮ່ວມມື ແລະ ສ້າງເງື່ອນໄຂເພື່ອເອື້ອອຳນວຍຄວາມສະດວກໃຫ້ແກ່ການຮ່ວມມືດ້ານການຄ້າ, ການລົງທຶນ, ການສຶກສາກໍ່ຄືການພັດທະນາຊັບພະຍາກອນມະນຸດສອງປະເທດ ແລະ ການຮ່ວມມືໃນບັນດາຂົງເຂດທີ່ສອງຝ່າຍມີທ່າແຮງບົ່ມຊ້ອນ.

 ໃນໂອກາດກອງປະຊຸມຄັ້ງນີ້ສອງນາຍົກລັດຖະມົນຕີລາວ ແລະ ຫວຽດນາມໄດ້ຖະແຫຼງຂ່າວຮ່ວມຜົນສຳເລັດ ແລະ ຮ່ວມເປັນສັກຂີພິຍານໃນການລົງນາມເອກະສານຮ່ວມມືເຖິງ 8 ສະບັບ ໃນນັ້ນມີຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງລັດຖະບານ ສປປ ລາວ ແລະ ສສ.ຫວຽດນາມ, ບົດບັນທຶກກອງປະຊູມຄະນະກຳມະການຮ່ວມມືດັ່ງກ່າວ, ສົນທິສັນຍາສອງຝ່າຍວ່າດ້ວຍການໂອນຕົວຜູ້ຖືກຕັດສິນລົງໂທດ ແລະສັນຍາກ່ຽວກັບການຊື້-ຂາຍໄຟຟ້າຂອງ 5 ໂຄງການ.

  ສອງຝ່າຍໄດ້ຕີລາຄາສູງຜົນຂອງກອງປະຊຸມຄັ້ງນີ້ຊຶ່ງຈະປະກອບສ່ວນສຳຄັນໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລາວ-ຫວຽດນາມ ທີ່ຢູ່ໃນລະດັບສູງຢູ່ແລ້ວ ແລະນັບມື້ນັບກ້າວສູ່ລວງເລິກຫຼາຍຂຶ້ນຊຶ່ງເປັນຂີດໝາຍອັນໃໝ່ໃນປີ 2020.

ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ສະຫາຍນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ຫງວຽນ ຝູຈ໊ອງ, ເລຂາທິການໃຫຍ່, ປະທານປະເທດ ແລະສະຫາຍ ນາງ ຫງວຽນ ທິກິມເງິນ, ປະທານສະພາແຫ່ງຊາດແຫ່ງ ສສ ຫວຽດນາມຕື່ມອີກ.

____________

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ