ເນື່ອງໃນໂອກາດປີໃຫມ່ສາກົນ 2020 ໃນວັນທີ 3 ມັງກອນຜ່ານມາ ທ່ານ ຣັດສະຫມີ ດວງສັດຈະ ບັນນາທິການວາລະສານການທະນາຄານ, ລາຍການວິທະຍຸ ເພື່ອນທະນາຄານຂອງທະນາຄານ ແຫ່ງ ສປປ ລາວ ພ້ອມຄະນະໄດ້ນໍາເອົາກະຕ່າຫມາກໄມ້ມາອວຍພອນຫນັງສືພິມເສດຖະກິດ- ສັງຄົມ ຢູ່ສໍານັກງານຂອງຫນັງສືພິມດັ່ງກ່າວ ໂດຍ ທ່ານ ທອງລິດ ຫຼ່ຽມໄຊຍະຈັກ ຫົວຫນ້າບັນນາທິການຫນັງສືພິມເສດຖະກິດ-ສັງຄົມ ແລະຄະນະໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

  ໃນໂອກາດດັ່ງກ່າວທັງສອງພາກສ່ວນໄດ້ມີການທົບທວນຄືນການຮ່ວມມືກັນໃນຜ່ານມາ ແລະວາງແຜນທິດທາງດ້ານວິຊາການໃນຕໍ່ໜ້າຕື່ມອີກ.

-------------

ໜັງາືພິມເສດຖະກິດ-ສັງຄົມ